ນາຍົກກຣີສຄົນໃໝ່ ຈະສາບານຕົວ ເຂົ້າຮັບຕໍາແໜ່ງໃນວັນສຸກນີ້ (ເບິ່ງວີດີໂອ)

  • ດາຣາ ບັກຄໍາ

ທ່ານ Lucas Papademos ທີ່ຈະເຂົ້າຮັບຕໍາແໜ່ງນາຍົກລັດຖະມົນຕີ ຄົນໃໝ່ຂອງກຣີສ ຢືນຢູ່ນອກທໍານຽບ ປະທານາທິບໍດີ ລຸນຫລັງເຂົ້າຮ່ວມປະຊຸມກັບບັນດາຜູ້ນໍາການເມືອງທັງຫລາຍ ທີ່ນະຄອນຫລວງ ອາເທັນສ໌ ໃນວັນພະຫັດ ທີ 10 ພະຈິກ, 2011.

ທ່ານ Lucas Papademos ​ມີ​ກໍານົດ​ຈະ​ສາບານ​ຕົວ​ເຂົ້າຮັບ​ຕໍາ​ແໜ່​ງນາຍົກລັດຖະມົນຕີ
ກຣີສຄົນ​ໃໝ່ ລຸນ​ຫລັງ​ການ​ເຈລະຈາ​ກັນ​ຢ່າງ​ຂຸ້ນຂ້ຽວ​ມາ​ເປັນ​ເວລາ​ເກືອ​ບນຶ່ງ​ອາທິດ ​ກ່ຽວ​ກັບ
ການ​ປະກອບ​ລັດຖະບານ​ປະສົມ ທີ່ຫວັງວ່າ ຈະ​ກອບ​ກູ້ປະ​ເທດ​ຊາດ​ໃຫ້​ພົ້ນຈາກວິກິດ​ການ
ການ​ເງິນ​ທີ່​ໜັກໜ່ວງ​ທີ່ສຸດ​ນັ້ນ.

ຄາດວ່າ​ໃນ​ຕອນ​ບ່າຍ​ວັນ​ສຸກ​ນີ້ ທ່ານ Papademos ຈະ​ແຕ່ງ​ຕັ້ງ​ຄະນະລັດຖະບານ​ຂອງ​
ທ່ານທີ່​ຄິດ​ວ່າ​ຈະ​ຮວມ​ເອົາ​ພວກ​ລັດຖະມົນຕີ​ຄົນ​ສໍາຄັນຫລາຍໆ​ຄົນ ຈາກ​ລັດຖະບານ​ຂອງ
ທ່ານ George Papandreou ທີ່​ຈະ​ພົ້ນຈາກຕໍາ​ແໜ່​ງນາຍົກລັດຖະມົນຕີ ຫລັງ​ຈາກ​ໄ​ດ້ປະ
ກາດ​ລາອອກໄປ​ໃນ​ວັນ​ອາທິດ​ຜ່ານ​ມາ ຊຶ່ງ​ເປັນ​ເວລາລະຫວ່າງ​ກາງ​ຂອງສະ​ໄໝສີ່​ປີ​ຂອງ​ທ່ານ.

ໃນ​ວັນ​ພະຫັດ​ວານ​ນີ້ ພວກ​ຜູ້​ນໍາ​ພັກ​ການ​ເມືອງ​ທີ່​ຜິດ​ຖຽງ​ກັນ​ຂອງ​ກຣີສ ​ໄດ້​ແຕ່ງ​ຕັ້ງທ່າ​ນ
Papademos ອະດີດ​ຮອງ​ປະທານ​ທະນາຄານກາງ​ຢູ​ໂຣບ ​ເປັນ​ນາຍົກລັດຖະມົນຕີ​ຮັກສາ​
ການ​ຊົ່ວຄາວ​ຂອງ​ກຣີສ​ ໄປ​ຈົນກວ່າຈະ​ມີ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ທີ່​ກໍານົດ​ໄວ້​ຊົ່ວ​ຄາວ
ໃສ່ເດືອນກຸມພາ​ປີ 2012.

ລັດຖະບານ​ໄລຍະຂ້າມ​ຜ່ານ ​ແມ່ນຈະ​ມີໜ້າ​ທີ່ຈັດ​ຕັ້ງ​ປະຕິບັດ​ ແຜນການ​ຕັດ​ງົບປະມານຢ່າງ​
ໃຫຍ່ທີ່​ປະຊາຊົນ​ບໍ່​ມັກ​ນັ້ນ ​ແຕ່​ຖືກ​ບັງຄັບ​ໂດຍພວກ​ຜູ້​ນໍາ​ຢູ​ໂຣບ ​ເພື່ອທີ່​ກຣີສຈະ​ໄດ້​ຮັບເງິນ
ງວດ​ຕໍ່​ໄປ​ຈາກ​ກອງ​ທຶນ​ຊ່ວຍ​ເຫລືອ ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ກຣີສລົ້ມ​ລະລາຍ​ ພາຍ​ໃນ​ບໍ່​ເທົ່າ​ໃດ​
ອາທິດ​ນີ້ ຖ້າ​ຫາກ​ບໍ່ສາມາດ​ຊໍາລະ​ໜີ້​ສິນ​ໄດ້​ນັ້ນ.

ບັດ​ນີ້ ​ທົ່ວໂລກແມ່ນ​ແນ​ຄວາມ​ສົນ​ໃຈ​ໄປ​ໃສ່ສະຖານະ​ການ​ໃນ​ອິຕາ​ລີ ຊຶ່ງ​ເປັນເສດຖະກິດ
ໃຫຍ່ອັນ​ດັບ​ສາມໃນ​ເຂດຢູ​ໂຣ ທີ່​ກໍາລັງ​ຖືກກົດ​ດັນ​ໃຫ້​ຈັດ​ຕັ້ງ​ປະຕິບັດ​ແຜນການ​ຕັດ​ງົບປະ
ມານ​ຢ່າງຮອບດ້ານ ​ເພື່ອລົດ​ໜີ້​ສິນ ຈໍານວນ 2600 ​ຕື້​ໂດ​ລາ​ຂອງ​ປະ​ເທດ.

ວັນ​ສຸກ​ມື້​ນີ້ ສະພາ​ສູງຂອງ​ອິຕາ​ລີ ​ເລິ່ມຕົ້ນ​ທໍາ​ການ​ອະພິປາຍ​ກັນ​ກ່ຽວ​ກັບ ມາດ​ຕະການ
ການປະຢັດ​ມັດທະຍັດ​ທີ່​ໜັກໜ່ວງ ທີ່​ບັງຄັບໂດຍ​ພວກ​ຜູ້ນໍາ​ຢູ​ໂຣບ ​ເພື່ອຄໍ້າປະກັນ​ຄວາມ​
ທຸ່ນ​ທ່ຽງຂອງ​ເງິນ​ຢູ​ໂຣ​ເອົາ​ໄວ້ນັ້ນ.