ກຣີສຍັງຕົກລົງກັນບໍ່ໄດ້ ເລື້ອງການຈັດຕັ້ງ ລັດຖະບານປະສົມ

  • Thongpane Thepvongsa

ນາຍົກລັດຖະມົນຕີກຣີສ ທ່ານ Papandreou (ຊ້າຍ) ແລະຜູ້ນໍາຝ່າຍ ຄ້ານທ່ານ Antonis Samaras (ຂວາ) ຂະນະປຶກສາຫາລືກັນຈັດຕັ້ງ ລັດຖະບານປະສົມຂອງກຣີສ.

ພວກ​ຜູ້​ນໍາ​ພັກ​ໃນກຣີສ ​ໄດ້​ຢຸດ​ການ​ອະພິປາຍກັນ​ກ່ຽວ​ກັບ​ຈັດ​ຕັ້ງ​ລັດຖະບານ​ປະສົມ
ໃນຕອນ​ເຊົ້າຂອງ​ວັນ​ພຸດ​ມື້​ນີ້ ໂດຍ​ທີ່​ຍັງ​ບໍ່​ມີ​ການ​ຕົກລົງ​ກັນ​ໃດໆ ​ແຕ່ກໍ​ໄດ້​ຕົກລົງ​ທີ່​ຈະ​
ອະພິປາຍ​ກັນ​ຄືນ​ໃໝ່ອີກ​ໃນ​ຕອນ​ແລງ​ມື້​ນີ້.

ທ່ານ George Papandreou ທີ່ກໍາລັງ​ຈະ​ລາ​ອອກ​ຈາກ​ຕໍາ​ແໜ່​ງນາຍົກລັດ​ຖະມົນຕີ
ແລະ​ທ່ານ Antonis Samaras ຜູ້​ນໍາ​ພັກ​ຝ່າຍ​ຄ້ານ​ຄົນ​ສໍາຄັນ ​ໄດ້​ທໍາ​ການ​ເຈລະຈາ​ກັນ
ຕັ້ງ​ແຕ່​ວັນ​ຈັນ​ຜ່ານ​ມາ​ນີ້ ກ່ຽວ​ກັບ​ວ່າ​ຜູ້​ໃດຄວນຈະ​ເປັນ​ຜູ້​ນໍາລັດຖະບານ​ແບ່ງປັນ​ອໍານາດ
ຮັກສາ​ການ​ຊົ່ວຄາວ​ ໄປ​ຈົນກວ່າ​ຈະ​ມີ​ການຈັດການເລືອກ​ຕັ້ງ​ຂຶ້ນ​ກ່ອນ​ກໍານົດ ທີ່​ກໍານົດ​
ຈະ​ຈັດ​ຂື້ນໃນ​ວັນ​ທີ່ 19 ​ເດືອນ​ກຸມພາ​ປີໜ້າ​ນີ້.

ທ່ານ Papandreou ຕົກລົງ​ທີ່​ຈະລາ​ອອກ​ຈາກ​ຕໍາ​ແໜ່​ງນາຍົກລັດຖະມົນຕີ ຫລັງ​ຈາກ
ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ພັກ​ຝ່າຍ​ຄ້ານ​ ກ່ຽວ​ກັບຂໍ້​ຕົກລົງ​ກອບ​ກູ້​ໜີ້​ສິນ​ຂອງ​ນາ
ນາ​ຊາດ​ ສໍາລັບ​ປະ​ເທດ​ຂອງ​ທ່ານ.

ຂ່າວ​ໂທລະພາບກຣີສທີ່​ດໍາ​ເນີນ​ການ​ໂດຍ​ລັດ ​ໄດ້​ລາຍ​ງານ​ເມື່ອ​ວັນ​ອັງ ຄານ​ວານ​ນີ້​ວ່າ
ທ່ານ Lucas Papademos ນັກ​ເສດຖະສາດ ​ອະດີດຮອງ​ປະທານທະນາຄານ​ກາງ
ຂອງ​ສະຫະພາບ​ຢູ​ໂຣບ ຈະ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ນາຍົກລັດຖະມົນຕີ​ຮັກສາ​ການ​ຊົ່ວຄາວ​
ຂອງ​ກຣີສ. ​ລາຍ​ງານເວົ້າວ່າ ພວກ​ອື່ນໆ​ທີ່​ອາດ​ຖືກ​ແຕ່ງ​ຕັ້ງໃຫ້​ຮັບຕໍາ​ແໜ່​ງນາຍົກ​ນີ້
ກໍ​ກໍາ​ລັງຖືກ​ພິດ​ຈາລະ​ນາກັນ​ຢູ່.

ສະຫະພາບ​ຢູ​ໂຣບ ​ໄດ້​ທວງ​ໃຫ້ ທັງ​ພັກ​ສັງຄົມ​ນິຍົມ​ຂອງ​ທ່ານ ປາ​ປັນ​ດຣິ​ໂອ ​ແລະ​ພັກ
ປະຊາ​ທິປະ​ໄຕ​ໃໝ່​ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ຂອງທ່ານ ຊາ​ມາ ຣາສ ນັ້ນ ຈົ່ງ​ເຊັນ​ຮ່າງ​ຄວາມ
ໝັ້ນ​ໝາຍ​ເພື່ອ​ດໍາ​ເນີນ​ມາດ​ຕະການ​ຕ່າງໆ ຂອງ​ແຜນການ​ປະຢັດ​ມັດທະຍັດ​ທີ່​ບໍ່​ນິຍົມ
ກັນ​ປານ​ໃດ​ນັ້ນ ອັນ​ເປັນ​ພາກສ່ວນ​ຂອງ​ແຜນການ​ບັນ​ເທົາ​ໜີ້​ສິນ​ຂອງ​ປະ​ເທດ ສໍາລັບ​
ການ​ອະນຸ​ມັດ​ໃຫ້ ປະ​ເທດ​ກຣີສ​ໄປ​ແລ້ວ​ເມື່ອເດືອນ​ຜ່ານ​ມາ​ນັ້ນ. ທ່ານ ຊາ​ມາຣາສ ຄັດ
ຄ້ານ​ຮ່າງ​ຖະ​ແຫລ​ງການ​ດັ່ງກ່າວ ​ໂດຍ​ເອີ້ນ​ວ່າ ມັນ​ເປັນ​ການ​ນາບ​ຂູ່ ສັກຂີ ​ແຫ່ງ​ຊາດ
ແລະ​ຢືນ​ຢັດ​ວ່າ ຄວາມ​ຍິນ​ຍອມ​ຈາກ​ຄໍາ​ເວົ້າຂອງ​ທ່ານ​ນັ້ນ​ກໍ​ຄວນ​ຈະເປັນການ​ພຽງພໍ​
ຢູ່​ແລ້ວ.