ທ່ານ Hague ວ່າ ຢູໂຣບ ບໍ່ຕ້ອງອ່ອນຂໍ້ ຕໍ່ການລົງໂທດ ຣັດເຊຍ (ສະໄລດ໌/ວີດີໂອ)

ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ

ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague
ກ່າວວ່າ ຢູໂຣບຄວນສືບຕໍ່ທຳການຕອບໂຕ້ຢ່າງແຂງຂັນແລະ
ສາມັກຄີກັນ ຕໍ່ການທີ່ຣັດເຊຍ ເຮັດໃຫ້ວິກິດການ ໃນຢູເຄຣນ ເພີ້ມທະວີຄວາມເຄັ່ງຕຶງຂຶ້ນ.

ທ່ານ Hague ໃຫ້ຄວາມເຫັນດັ່ງກ່າວໃນວັນສຸກມື້ນີ້ກ່ອນກອງ
ປະຊຸມ ຂອງບັນດາລັດຖະມົນຕີການຕ່າງປະເທດສະຫະພາບ
ຢູໂຣບ ທີ່ນະຄອນຫຼວງເອເທັນ ປະເທດກຣິສ ບ່ອນທີ່ຄາດກັນ
ວ່າການລົງໂທດຕໍ່ປະເທດຣັດເຊຍຈະຈັດເຂົ້າຢູ່ໃນຫົວຂໍ້ປະຊຸມ
ນັ້ນ.

Your browser doesn’t support HTML5

Ukraine Crisis Reminiscent of US Cold War Challenges


ທ່ານກ່າວວ່າ ມີແຕ່ການຖອນທະຫານຈຳນວນພຽງບໍ່ເທົ່າໃດ ທີ່ໄດ້ມີການໂຮມຊຸມນຸມ
ກັນເປັນຈຳນວນຫຼວງຫລາຍໃກ້ໆຊາຍແດນຢູເຄຣນ ບ່ອນທີ່ການມີໜ້າຂອງທະຫານ
ຣັດເຊຍ ພາໃຫ້ມີຄວາມຢ້ານກົວກ່ຽວກັບການຮຸກຮານເຂົ້າໄປຂອງຣັດເຊຍ.

ບັນດາປະເທດຕາເວັນຕົກໄດ້ພາກັນຮັບຜ່ານການລົງໂທດຈຳນວນນຶ່ງໄປແລ້ວ ຕໍ່ຣັດ
ເຊຍ ຍ້ອນການປະກາດຮວມເອົາເຂດໄຄຣເມຍ ຂອງຢູເຄຣນ ເຂົ້າເປັນຂອງຕົນ ຊຶ່ງ
ເປັນການເຄື່ອນໄຫວທີ່ໄດ້ຮັບການປະຕິເສດຈາກສະຫະລັດແລະບັນດາປະເທດພັນ
ທະມິດ.

ພາບຫຼ້າສຸດ ຈາກຢູເຄຣນ ແລະໄຄຣເມຍ


ການເຄື່ອນກຳລັງຂອງຣັດເຊຍ ເຂົ້າໄປໃນເຂດໄຄຣເມຍເມື່ອເດືອນແລ້ວນີ້ລຸນຫຼັງ ທີ່ ໄດ້ມີການຂັບໄລ່ ປະທານາທິບໍດີ ທີ່ນິຍົມຣັດເຊຍຂອງຢູເຄຣນ ທ່ານ Viktor Yanu-
kovych ອອກຈາກອຳນາດ. ການຂັບໄລ່ທີ່ວ່ານີ້ມີຂຶ້ນຫຼັງຈາກໄດ້ມີການປະທ້ວງເປັນ ເວລາຫຼາຍໆອາທິດ.

Your browser doesn’t support HTML5

Was Crimea a Ticking Time Bomb? (VOA On Assignment Apr. 4, 2014)