ຢູ່ໂຣບ ທຳການຫັນກັບຫຼັງ ແລະ ວາງມາດຕະການຫ້າມ ໃນລະຫວ່າງວັນພັກ ຄຣິສມັສ

ຜູ້ຊາຍຄົນນຶ່ງຍ່າງຜ່ານນໍ້າພຸແສງໄຟ ຢູ່ຕໍ່ໜ້າໂຮງລະຄອນເກົ່າໃນເມືອງ ແຟຣັງເຝີດ, ປະເທດ ເຢຍຣະມັນ. 10 ທັນວາ, 2020.

ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີໂກລ໌ ໄດ້ອອກຄຳສັ່ງກັກບໍລິເວນວັນ ຄຣິສມັສ ທ່າມກາງການເພີ່ມຂຶ້ນໃນກໍລະນີໄວຣັສໂຄຣນາຢ່າງໜ້າຕົກໃຈໃນປະເທດດັ່ງກ່າວ.

ພາຍໃຕ້ມາດຕະການສຸກເສີນໃໝ່ນີ້, ເຊິ່ງຈະແກ່ຍາວໄປຈາກວັນທີ 16 ທັນວາ ຈົນຮອດວັນທີ 10 ມັງກອນນັ້ນ, ໂຮງຮຽນທຸກແຫ່ງ ແລະ ຮ້ານຂາຍເຄື່ອງທີ່ບໍ່ຈຳເປັນໃນທົ່ວປະເທດ ແມ່ນຕ້ອງປິດ ແລະ ຮ້ານກິນດື່ມ ແລະ ຮ້ານອາຫານແມ່ນຈະປິດຢູ່ຄືເກົ່າ.

ໃນຄວາມພະຍາຍາມທີ່ຈະຍັບຢັ້ງການເຕົ້າໂຮມກັນໃນລະຫວ່າງ ໄລຍະດັ່ງກ່າວ, ການຂາຍດອກ ໄມ້ໄຟແມ່ນຖືກຫ້າມ ແລະ ການດື່ມເຫຼົ້າໃນສະຖານທີ່ສາທາລະນະກໍເຊັ່ນກັນ. ສິ່ງດຽວທີ່ໄດ້ຮັບອະນຸຍາດສຳລັບວັນ ຄຣິສມັສ ກໍແມ່ນ 10 ຄົນ ຈະຖືກອະນຸຍາດໃຫ້ພົບປະກັນຢູ່ໃນຮົ່ມ, ເຊິ່ງປັດຈຸ ບັນນີ້ແມ່ນ 5 ຄົນຈາກ 2 ຄົວເຮືອນທີ່ແຕກກຕ່າງກັນແມ່ນໄດ້ຮັບອະນຸຍາດໃຫ້ເຕົ້າໂຮມກັນຢູ່ໃນເຮືອນ.

ງານທາງສາສະໜາຕ່າງໆໃນໂບດ, ໂບດສາສະໜາຢິວ ແລະ ວັດອິສລາມ ສາມາດດຳເນີນກິດຈະ ການໄດ້, ຖ້າມີການໃຊ້ກົດລະບຽບດ້ານສຸຂະອະນາໄມທີ່ເຄັ່ງຄັດ, ແຕ່ການຮ້ອງເພງສູດມົນແມ່ນຖືກຫ້າມ.

ທ່ານນາງ ເມີໂກລ໌ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ເບີລິນ ຫຼັງຈາກໄດ້ປະຊຸມກັບບັນດາຜູ້ນຳລັດຖະບານກາງ ແລະ ລັດວ່າ “ຂ້າພະເຈົ້າກໍຢາກຈະອອກມາດຕະການທີ່ເບົາກວ່ານີ້. ແຕ່ຍ້ອນການຊື້ເຄື່ອງຂອງວັນ ຄຣິສມັສ ນັ້ນ, ຕົວເລກການສຳພັດກັນໃນສັງຄົມແມ່ນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.” ທ່ານນາງກ່າວຕື່ມວ່າ “ມັນຕ້ອງໄດ້ມີການດຳເນີນການຢ່າງຮີບດ່ວນ.”

ອັດຕາການຕິດເຊື້ອໄດ້ເພີ່ມຂຶ້ນສູ່ລະດັບທີ່ສູງເປັນປະຫວັດການຢູ່ໃນປະເທດ ເຢຍຣະມັນ ໃນສອງສາມວັນທີ່ຜ່ານມາ ແລະ ປະເທດດັ່ງກ່າວມີກໍລະນີທີ່ສູງທີ່ສຸດເປັນອັນ ດັບທີ 12 ໃນໂລກ.

ຫຼາຍກວ່າ 20,000 ກໍລະນີໄດ້ຖືກລາຍງານໂດຍບັນດາເຈົ້າໜ້າທີ່ໃນວັນອາທິດວານນີ້, ເຮັດໃຫ້ປະເທດມີທັງໝົດ 1,320,716 ກໍລະນີ ແລະ ປະຊາຊົນ ເຢຍຣະມັນ 21,787 ຄົນໄດ້ເສຍຊີວິດຍ້ອນ COVID-19 ເຊິ່ງແມ່ນໂຣກທີ່ມີສາເຫດມາຈາກໄວຣັສໂຄໂຣນາ. ຂະໜາດຂອງໜ່ວຍສຸກ ເສີນຂອງປະເທດແມ່ນ ຢູ່ໃນລະດັບທີ່ໜ້າເປັນຫ່ວງ ແລະ ບັນດາແພດໝໍເວົ້າວ່າ ມີຕຽງໃນຫ້ອງສຸກເສີນພຽງ 5 ຫາ 10 ເປີເຊັນເທົ່ານັ້ນທີ່ຍັງເຫຼືອຢູ່ໃນບາງພາກສ່ວນຂອງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ