EU ໃຫ້ຄຳສັນຍາ ທີ່ຈະຊ່ອຍເຫຼືອ ຢູເຄຣນ ໃຫ້ໄດ້ຮັບເງິນກູ້ ຈາກ IMF (ສະໄລດ໌)

ທ່ານ Stefan Fuele ທູດພິເສດຂອງສະຫະພາບຢູໂຣບ ແລະ ທ່ານ Serhiy Arbuzov, ຮອງນາຍົກລັດຖະມຸນຕີຂອງຢູເຄຣນ, ວັນທີ 12 ທັນວາ 2013.

ທູດ​ພິ​ເສດ​ທີ່​ສຳຄັນ​ທ່ານ​ນຶ່ງ​ຂອງ​ສະຫະພາບ​ຢູ​ໂຣບ ກ່າວ​ວ່າ
ກຸ່ມ​ການ​ຄ້າ​ທີ່​ມີ 28 ປະ​ເທດ​ເປັນ​ສະມາຊິກ​ຕຽມ​ພ້ອມ​ທີ່​ຈະ​ໃຫ້
ການ​ຊ່ອຍ​ເຫຼືອ​ດ້ານ​ການ​ເງິນ​ແກ່​ຢູ​ເຄຣນ ຖ້າ​ຫາກ​ລັດຖະບານ
​ກຸງ Kiev ຕົກລົງ​ທີ່​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ທາງ​ດ້ານ​
ການ​ຄ້າ​ກັບ​ສະຫະພາບຢູ​ໂຣບ ທີ່ຢູ​ເຄຣນບໍ່​ຍອມ​ລົງ​ນາມ​ໃນ​
ຂໍ້​ຕົກລົງ​ດັ່ງກ່າວ​ໃນ​ເດືອນ​ແລ້ວ​ນີ້.

ທ່ານ Stefan Fuele ຫົວໜ້າ​ຂະຫຍາຍ​ການ​ຄ້າ​ຂອງ​ສະຫະ
ພາບ​ຢູ​ໂຣບ ​ໃນ​ຂະນະ​ທີ່ກ່າວ​ຖ້ອຍ​ຖະ​ແຫຼ​ງຢູ່​ໃນ​ກຸງBrussels
​ໃນ​ວັນ​ພະຫັດ​ມື້ວານ​ນີ້ເວົ້າ​ວ່າ ທາງ​ສະຫະພາບ​ຢູ​ໂຣບຈະ​ໃຫ້
ການ​ຊ່ອຍ​ເຫຼືອ​ ທີ່​ຮວມທັງ​ຊ່ອຍລັດຖະບານ​ກຸງ Kiev ທີ່​ຂາດ​
ເງິນສົດທຳ​ການໃນ​ການເຈລະຈາ​ເພື່ອ​ກູ້​ຢືມ​ເງິນ​ຈາກ​ກອງ​ທຶນສາກົນ​ຫຼື IMF ນັ້ນ.

ທ່ານ Fuele ບໍ່​ໄດ້​ໃຫ້​ລາຍ​ລະອຽດ ຫຼື​ກຳນົດ​ເວລາ​ໃດໆ​ສຳລັບ​ການ​ໃຫ້ການ​ຊ່ອຍ​ເຫຼືອດັ່ງ
ກ່າ​ວ. ແຕ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ຢ່າງ​ກວ້າງຂວາງ​ວ່າ ລັດຖະບານ​ກຸງ Kiev ຕ້ອງການ​ເງິນ
​ຈຳນວນ​ຫຼາຍ​ກວ່າ 20 ຕື້​ດອນ​ລາ​ເພື່ອ​ຮັບ​ມືໃນ​ທັນທີ​ສຳລັບ​ໃຊ້​ໜີ້​ຕ່າງປະ​ເທດ ຮວມທັງ​ໃຊ້​
ຈ່າຍໜີ້​ຄ່າ​ແກ​ສທຳ​ມະ​ຊາດ​ໃຫ້​ກຸງ​ມົສກູ ນໍາ. ​ໃນ​ວັນ​ພຸດ​ມື້ກ່ອນ​ນີ້ ທ່ານ Mykola Azarov ນາຍົກລັດຖະມຸນຕີ​ຢູ​ເຄຣນໃຫ້​ໂຕ​ເລກ​ວ່າ ຕ້ອງການ​ເງິນ​ຈຳນວນ 27 ພັນ 500 ລ້ານ​ດອນ​ລາ.

ທ່ານ Fuele ​ແລະ​ທ່ານ​ນາງ Catherine Ashton ຫົວໜ້າ​ວາງ​ນະ​ໂຍບາຍ​ຕ່າງປະ​ເທດຂອງ​ສະຫະພາບ​ຢູ​ໂຣບ ​ໄດ້​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ທີ່​ສຳຄັນ​ຂອງ​ຢູ​ເຄຣນຈຸ​ນຶ່ງ​ໃນ​ຂະນະ​ທີ່​ການ​
ຊຸມນຸມ​ປະ​ທ້ວງ​ຍັງ​ດຳ​ເນີນ​ສືບ​ຕໍ່​ໄປ​ໃນ​ກຸງ Kiev ຄັດຄ້ານ​ຕໍ່​ການ​ຕັດສິນ​ໃຈ​ຂອງ​ປະທານາທິບໍ
ດີ Viktor Yanukovych ທີ່​ບໍ່​ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຄ້າ​ກັບ​ສະຫະພາບ​ຢູ​ໂຣບ ​ໂດຍ​ໄດ້​
ເລືອກ​ເອົາ​ການ​ສົ່ງ​ເສີມ​ສາຍ​ພົວພັນ​ທາງ​ດ້ານ​ເສດຖະກິດໃຫ້​ແໜ້ນ​ແຟ້ນຍິ່ງຂຶ້ນກັບຣັດ​ເຊຍ​
ນັ້ນ​ແທນ.

ມາ​ຮອດ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ ມີ​ລາຍ​ງານ​ວ່າ ພວກ​ຊຸມນຸມ​ປະ​ທ້ວງ​ໃນ​ໃຈກາງ​ກຸງ Kiev
​ໄດ້​ເລີ້ມ​ຕັ້ງ​ສິ່ງ​ກີດ​ກັນ​ຄືນ ທີ່ຕຳຫຼວດ​ໄດ້​ທັບມ້າງລົງ ໃນ​ຕົ້ນ​ສັບປະດາ​ນີ້.

ພາບຫລ້າສຸດຈາກ ການປະທ້ວງ ທີ່ Kyiv