ສະຫະພາບ ຢູໂຣບ ແລະເທິກີ ຫາລືກັນ ກ່ຽວກັບ ຂໍ້ຕົກລົງ ອົບພະຍົບ

ນາຍົກລັດຖະມົນຕີເທີກີ ທ່ານ Ahmet Davutoglu, ກາງ, ເດີນທາງໄປເຖິງກອງປະຊຸມສຸດຍອດ ສະຫະພາບຢູໂຣບ ທີ່ນະຄອນຫລວງ Brussels ວັນສຸກ ທີ 18, 2016.

ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Ahmet Davutoglu ກ່າວ​ວ່າ
ຄື້ນຟອງ​ຂອງ ພວກ​ອົບ​ພະຍົບທີ່​ຊອກ​ຫາ​ບ່ອນ​ລີ້​ໄພ​ໃນ​ເທີກີ
​ແລະສະຫະ​ພາບຢູ​ໂຣບບໍ່​ແມ່ນ ບັນຫາ​ທີ່​ຈະ​ມາ​ເຈລະຈາ​ຕໍ່​ລອງ
​ກັນ​ແຕ່​ເປັນ​ບັນຫາ​ກ່ຽວ​ກັບ​ຫຼັກຄຸນຄ່າ​ໃນ​ດ້ານມະ​ນຸດ​ສະ​ທຳ.

ທ່ານ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ໃນ​ວັນ​ສຸກ​ມື້ນີ້ ກ່ອນ​ທີ່​ຈະ​ພົບ​ປະ
​ກັບ​ບັນດາ​ຜູ້ນຳ​ສະ ຫະ​ພາບຢູ​ໂຣບທີ່​ນະຄອນ Brussels ​ເພື່ອ
​ຊອກ​ຫາ​ຊ່ອງ​ທາງ​ໃຫ້​ບັນລຸ​ການ​ຕົກ ລົງໃນ​ການ​ສົ່ງ​ອົບ​ພະຍົບ
ຫລາຍ​ສິບ​ພັນ​ຄົນ​ຈາກ​ສະຫະພາບ​ຢູ​ໂຣບໄປ​ຍັງ​ເທີ​ກີ.

ຢູ່​ໃນຂໍ້​ຕົກ​ລົງ ​ທີ່​ໄດ້ຮັບ​ການ​ຕິຕຽນ​ຈາກບັນດາ​ຜູ້ສະໜັບສະໜຸນ​ດ້ານສິດທິ​ມະນຸດ ນັ້ນ ສະຫະພາບ​ຢູ​ໂຣບຄາດ​ວ່າ ​ຈະ​ໃຫ້​ຄຳ​ໝັ້ນ​ສັນຍາ​ແກ່​ເທີ​ກີ​ວ່າ ​ບໍ່ຕ້ອງ​ມີວີ​ຊ່າ​ໃນ​ການເດີນ
ທາງຢູ່​ໃນ​ເຂດ Schengen ແລະ​ເປັນເສັ້ນທາງ​ເລ່ັງລັດ​ໄປ​ສູ່​ການ​ເປັນ​ສະ​ມາ​ຊິກ​ໃນ​
ສະຫະພາບຢູ​ໂຣບ. ​ແຕ່ Cyprus ​ໄດ້​ຄັດຄ້ານ ເພາະວ່າ Ankara ​ໄດ້ປະ​ຕິ​ເສດບໍ່ຮັບຮູ້​
ການ​ລັດຖະບານ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກກຣິສ ຂອງ​ປະ​ເທດ​ດັ່ງກ່າວ ​ແຕ່​ລາຍ​ງານ
​ກ່າວ​ວ່າ ບັນດາ​ຜູ້ນຳ Cyprus ອາດ​ຈະຍິນ ຍອມເຫັນ​ພ້ອມ​ໃນ​ຈຸດ​ດັ່ງກ່າວ.

ທັງ​ສອງຝ່າຍ​ເຫັນ​ພ້ອມ​ນຳ​ກັນວ່າ ມີ​ຄວາມ​ຈຳ​ເປັນທີ່​ຈະ​ຕ້ອງ​ບັນລຸ​ຂໍ້​ຕົກລົງ​ເພື່ອ ຢຸດ​ກິດ
ຈະການພວກລັກລອບຂົນ​ສົ່ງ​ອົບ​ພະຍົບຂອງ​ນາໆ​ຊາດ ຜູ້​ທີ່​ໄດ້​ເກັບ​ເງິນ​ ​ເປັນ​ຈຳນວນ​
ຫລວງຫລາຍ​ຈາກ​ອົບ​ພະຍົບ ໃນ​ການ​ນຳພາ​ເຂົາ​ເຈົ້າ ຊຶ່ງ​ມັກ​ຈະ​ຢູ່​ພາຍ​ໃຕ້​ສະພາບບໍ່
​ປອດ​ໄພ ​ໄປ​ຍັງເທີ​ກີ ກຣິສ ​ແລະ ອີ​ຕາ​ລີ.

ຊາວອົບພະຍົບ ພາກັນປະທ້ວງຮຽກຮ້ອງໃຫ້ເປີຊາຍແດນ.

​ຮ່າງ​ຂໍ້​ຕົກລົງດັ່ງກ່າວ​ກຳນົດ​ວ່າ ພວກ​ອົບ​ພະຍົບໃໝ່​ທັງ​ໝົດ ທີ່​ມາ​ຈາກ​ເ​ທີ​ກີ​ເຂົ້າ ​ໄປສູ່​
ກຣິສ ຈະ​ຕ້ອງ​ກັບຄື​ນ​ໄປ​ຍັງ​ເທີ​ກີ​ ​ໃນ​ອັນ​ທີ່​ຂໍ້​ຕົກລົງ​ຮ້ອງ​ວ່າ “​ເປັນມາດຕະ ​ການ​ຊົ່ວຄາວ
​ແລະພິ​ເສດ” ​ເພື່ອເຮັດ​ໃຫ້​ຄວາມ​ທໍລະມານ​ຂອງ​ມະ​ນຸດສິ້ນສຸດ​ລົງ ​ແລະ​ຟື້ນ​ຟູ​ຄວາມ​
ເປັນລະບຽບຮຽບຮ້ອຍ.

ບັນດາ​ເຈົ້າ​ໜ້າ​ທີ່​ເທີ​ກີ ຄາດ​ວ່າ​ຈະເດີນທາງ​ໄປ​ກຣິສ ​ເພື່ອ​ໃຫ້​ສະ​ດວກ​ແກ່​ການ​ຍົກຍ້າຍ
​ພວກ​ອົບ​ພະຍົບກັບ​ຄືນ​ໄປ​ເທີ​ກີ.

Your browser doesn’t support HTML5

EU Migrants