ສະຫະພາບຢູໂຣບ ໂຈະຂໍ້ຕົກລົງການຄ້າ ກັບຈີນ ຍ້ອນຄວາມເຄັ່ງຕຶງ ທີ່ເພີ້ມຂຶ້ນ ກ່ຽວກັບເລື້ອງໃນແຂວງຊິນຈຽງ ແລະຮົງກົງ

ທ່ານ Charles Michel, ປະທານສະພາຢູໂຣບ, ທ່ານນາງ Angela Merkel, ນາຍົກເຢຍຣະມັນ, ປະທານາທິບໍດີ Emmanuel Macron ຂອງຝຣັ່ງ ແລະປະທານປະເທດສີ ຈິ້ນຜິງຂອງຈີນ ຈັດກອງປະຊຸມທາງວີດິໂອ (ວັນທີ 30 ທັນວາ, 2020)

ສະຫະພາບຢູໂຣບໄດ້ໂຈະການດໍາເນີນຄວາມພະຍາຍາມໃນການໃຫ້ສັດຕະຍາບັນ ແກ່ຂໍ້ຕົກລົງທາງການຄ້າ ທີ່ຕົນໄດ້ບັນລຸເມື່ອບໍ່ດົນມານີ້ກັບປັກ ກິ່ງ, ໃນຂະນະທີ່ມີຄວາມເຄັ່ງຕຶງເພີ່ມຂຶ້ນ ຍ້ອນມີການກ່າວຫາ ກ່ຽວກັບການລະເມີດສິດທິມະນຸດໃນຈີນ. Henry Ridgwell ມີລາຍງານມາຈາກນະຄອນລອນດອນ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານກ່ຽວກັບການໂຈະຂໍ້ຕົກລົງທາງການຄ້າ ແລະການລົງທຶນລະຫວ່າງສະພາບຢູໂຣບກັບຈີນ

“ຂໍ້ຕົກລົງຮອບດ້ານກ່ຽວກັບການລົງທຶນ” ລະຫວ່າງສະຫະພາບຢູໂຣບກັບຈີນໄດ້ໃຊ້ເວລາໃນການເຈລະຈາເຖິງ 7 ປີແລະສຸດທ້າຍກໍຕົກລົງກັນໄດ້ໃນດ້ານ ຫລັກການເມື່ອເດືອນທັນວາຜ່ານມາ. ຢູໂຣບກ່າວວ່າ ມັນແມ່ນຂໍ້ຕົກລົງທາງການຄ້າ ທີ່ມີຄວາມທະເຍີທະຍານທີ່ສຸດທີ່ຈີນເຄີຍໄດ້ລົງນາມມາ.

ແຕ່ວ່າມັນກໍຍັງບໍ່ທັນໄດ້ຮັບການອະນຸມັດຈາກສະມາຊິກໃນສະພາຢູໂຣບເທື່ອ. ຮອງປະທານຄະນະກຳມາທິການສະຫະພາບຢູໂຣບ ກ່າວໃນອາທິດແລ້ວນີ້ວ່າ ຄວາມພະຍາຍາມ ທີ່ຈະໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງດັ່ງກ່າວ ໄດ້ຖືກໂຈະ ໄວ້.

ມັນໄດ້ມີຂຶ້ນພາຍຫລັງທີ່ມີມາດຕະການລົງໂທດຕໍ່ກັນ ແລະກັນ ທີ່ວາງ ອອກຕໍ່ການປະຕິບັດຂອງຈີນ ຕໍ່ປະຊາຊົນຊາວວີເກີຢູ່ແຂວງຊິນຈຽງ, ເຊິ່ງສະຫະລັດ ໄດ້ອະທິບາຍວ່າ ເປັນການຂ້າລ້າງເຜົ່າພັນນັ້ນ.

ວໍຊິງຕັນໄດ້ວາງມາດຕະການລົງໂທດ ຕໍ່ເຈົ້າໜ້າທີ່ປັກກິ່ງຈຳນວນນຶ່ງ ໃນເດືອນມີນາຜ່ານມາ, ແລະສະຫະພາບຢູໂຣບກໍໄດ້ປະຕິບັດຕາມມາດຕະການຂອງຕົນເອງ, ໂດຍແນໃສ່ເຈົ້າໜ້າທີ່ຈີນ 4 ຄົນ.

ຈີນໄດ້ແກ້ແຄ້ນຄືນ ໂດຍການລົງໂທດຕໍ່ສະມາຊິກສະພາຢູໂຣບ 5 ທ່ານ.

ທ່ານນາງ ອາລີເຊຍ ກາເຊຍ ເຮີເຣໂຣ (Alicia García-Herrero), ນັກວິເຄາະການພົວພັນຂອງຈີນກັບ ອີຢູ (EU) ໃນອົງການຄົ້ນຄວ້າບຣູເອໂກລ (Bruegel) ໃນນະຄອນບຣັສເຊິລສ໌ ກ່າວຜ່ານທາງ Skype ວ່າ:
“ໃນທີ່ສຸດ, ການໃຫ້ສັດຕະຍາບັນຈະເກີດຂຶ້ນຢູ່ສະພາຢູໂຣບ. ດັ່ງນັ້ນ, ຈະ ເວົ້າໃນແງ່ນຶ່ງ ກໍຄືເປົ້າໝາຍຂອງການລົງໂທດ ບໍ່ຮູ້ເປັນແນວໃດ ຜັດມີສ່ວນພົວພັນຫຼາຍເກີນໄປ ກັບການຕັດສິນໃຈ ໃນການໃຫ້ສັດຕະຍາບັນ.”

ນັກວິເຄາະກ່າວວ່າຄວາມເຄັ່ງຕຶງລະຫວ່າງຈີນແລະຢູໂຣບ ກ່ຽວກັບເຂດຊິນຈຽງ - ແລະການປາບປາມຂະບວນການສົ່ງເສີມປະຊາທິປະໄຕໃນຮົງກົງ - ກໍໝາຍຄວາມວ່າ ການໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງການຄ້າດັ່ງກ່າວ ເບິ່ງຄືຈະບໍ່ເກີດຂຶ້ນໃນໃນໄວໆນີ້ໄດ້. ຜູ້ນໍາເຢຍຣະມັນກ່າວວ່າ ຂໍ້ຕົກລົງນີ້ບໍ່ຄວນຖືກປະຖິ້ມ.

ທ່ານນາງ ອັງໂກລາ ເມີໂກ (Angela Merkel), ນາຍົກລັດຖະມົນຕີເຢຍຣະມັນ ກ່າວເປັນພາສາເຢຍຣະມັນວ່າ:
"ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກທັງໝົດທັງປວງ ທີ່ພວກເຮົາແນ່ນອນວ່າຈະປະເຊີນຢູ່ໃນການໃຫ້ສັດຕະຍາບັນນີ້ ແຕ່ແນວໃດກໍ່ຕາມ ມັນແມ່ນການລິເລີ່ມທີ່ສຳຄັນ ທີ່ຈະເປີດໃຫ້ມີການເຂົ້າເຖິງຕະຫຼາດຂອງກັນ ແລະກັນຢູ່ຕ່າງ ປະເທດ ໃຫ້ກວ້າງຂຶ້ນ."

ຂໍ້ຕົກລົງດັ່ງກ່າວມີຈຸດປະສົງເພື່ອເປີດຕະຫຼາດໃຫຍ່ຂອງຈີນ ໃຫ້ແກ່ບັນດາບໍລິສັດຢູໂຣບ. ແຕ່ວ່າ ນັບແຕ່ມັນໄດ້ເລີ້ມຕົ້ນຂຶ້ນ, ສະມາຊິກສະພາຂອງຢູໂຣບບາງທ່ານເຫັນວ່າ ຂໍ້ຕົກລົງດັ່ງກ່າວມີຂໍ້ບົກຜ່ອງຢ່າງເລິກເຊິ່ງຫຼາຍ.

ທ່ານນາງ ເຮີເຣໂຣ ກ່າວຜ່ານທາງ Skype ວ່າ:
“ການເຂົ້າເຖິງຕະຫລາດທຸກໆ ປະເພດທີ່ຢູໂຣບກຳລັງໄດ້ຮັບ, ເມື່ອທ່ານອ່ານເບິ່ງຢ່າງລະອຽດ, ທີ່ຈິງແລ້ວມັນບໍ່ໄດ້ໃຫຍ່ຄືທີ່ຄິດ.”

ຂໍ້ຕົກລົງໃນການລົງທຶນແມ່ນພາກສ່ວນສຳຄັນຂອງແຜນການຂະຫຍາຍຕົວຂອງຈີນ.

ທ່ານນາງ ເຮີເຣໂຣກ່າວຜ່ານທາງ Skype ອີກວ່າ:
“ຢູໂຣບແມ່ນພື້ນທີ່ເສດຖະກິດປະເພດນຶ່ງ ແລະກໍເປັນປະເພດດຽວ ທີ່ມີການພັດທະນາຂະໜາດໃຫຍ່ ທີ່ຈີນຍັງສາມາດຊື້ບໍລິສັດໄດ້.”

ປັກກິ່ງກຳລັງຊຸກຍູ້ຢູໂຣບໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວ.

ທ່ານຫວາງ ເຫວນບິນ (Wang Wenbin), ໂຄສົກກະຊວງການຕ່າງປະ ເທດຈີນ ກ່າວເປັນພາສາຈີນກາງວ່າ:
"ຈີນຍິນດີທີ່ຈະສື່ສານ ແລະຮ່ວມມືກັບອີຢູ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ ໃຫ້ໄດ້ໄວເທົ່າທີ່ຈະໄວໄດ້, ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈາກທັງສອງຝ່າຍ."

ໃນຂະນະດຽວກັນ, ອີຢູ (EU) ໃນອາທິດນີ້ ໄດ້ເປີດເຜີຍແຜນການທີ່ຈະສະ ກັດກັ້ນບໍລິສັດຕ່າງປະເທດ ທີ່ໄດ້ຮັບການສະໜັບສະໜູນ ຈາກເງິນອຸດໜູນຂອງລັດຖະບານ ບໍ່ໃຫ້ຊື້ທຸລະກິດຂອງຢູໂຣບ ຫຼືການປະມູນເພື່ອຮັບເໝົາ ໂຄງການ ຂອງລັດ. ພວກນັກວິເຄາະກ່າວວ່າ ສິ່ງນັ້ນຈະສົ່ງຜົນກະທົບຕໍ່ບໍລິ ສັດທີ່ໄດ້ຮັບການສະໜັບສະໜູນຈາກຈີນທີ່ກຳລັງຊອກຫາການຂະຫຍາຍຕົວຢູ່ໃນຢູໂຣບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ