ການແບ່ງແຍກຢ່າງເລິກເຊິ່ງກ່ຽວກັບລຳດັບຂອງກົດໝາຍແລະພະລັງງານຂອງສະຫະ
ພາບຢູໂຣບ ຫລື EU ໄດ້ເຮັດໃຫ້ກອງປະຊຸມສຸດຍອດຂອງສະຫະພາບຢູໂຣບແກ່ຍາວ
ໄປຮອດໃນຕອນແລງໃນວັນພະຫັດວານນີ້, ໂດຍມີບັນດາປະເທດ ສະມາຊິກໃນພາກ
ຕາເວັນອອກຂອງຢູໂຣບຄື ໂປແລນ, ຮັງກາຣີ ແລະສາທາລະນະລັດເຊັກຢືນຢັດຢູ່ໃນ
ການຄັດຄ້ານຕໍ່ບຣັສເຊີລສ໌ (Brussels), ອີງຕາມອົງການຂ່າວ AFP.
ບັນຫາການປົກຄອງດ້ວຍຕົວບົດກົດໝາຍ ແມ່ນເປັນສ້ຽນໜາມແບບພິເສດ, ໂດຍມີ
ຄວາມອາດສາມາດທີ່ຈະເຮັດໃຫ້ພື້ນຖານຂອງກຸ່ມທີ່ມີ 27 ປະເທດສັ່ນຄອນໄດ້.
ການແບ່ງແຍກກັນລະຫວ່າງພາກຕາເວັນອອກ ແລະຕາເວັນຕົກໄດ້ຖືກກຳນົດໃຫ້ດຳເນີນຕໍ່ໄປຕື່ມອີກໃນວັນສຸກມື້ນີ້, ເວລາທີ່ບັນດາຜູ້ນຳຈະກັບມາປຶກສາຫາລືກັນ ກ່ຽວກັບການຍົກຍ້າຍຖິ່ນຖານ, ເຊິ່ງເປັນຫົວຂໍ້ທີ່ເຮັດໃຫ້ຊາວຢູໂຣບມີການຄັດຄ້ານກັນຢ່າງຂົມຂື່ນ ເມື່ອເຢຍຣະມັນເປີດປະຕູໃຫ້ແກ່ຜູ້ລີ້ໄພ ທີ່ຫຼົບໜີຈາກສົງຄາມໃນປີ 2015.
ປະເທດໂປແລນອີກເທື່ອນຶ່ງໄດ້ປົກປ້ອງຄຳຕັດສິນໃນວັນທີ 7 ຕຸລາຂອງສານ ລັດຖະທຳມະນູນຂອງຕົນທີ່ກ່າວວ່າ ກົດໝາຍຂອງສະຫະພາບຢູໂຣບນຳໃຊ້ໄດ້ສຳລັບຂົງເຂດທີ່ເປັນການສະເພາະ, ແບບຈຳກັດ ແລະກົດໝາຍຂອງໂປແລນ ແມ່ນໃຊ້ໄດ້ຢ່າງຫລວງຫລາຍໃນທຸກເລື່ອງທີ່ນອກເໜືອຈາກນັ້ນ.
ຄະນະກຳມາທິການສະຫະພາບຢູໂຣບ ແລະບັນດາປະເທດຕ່າງໆ ລວມທັງ ເນເທີແລນ, ຟິນແລນ ແລະແບລຈ້ຽມໄດ້ຕອບໂຕ້ຄືນວ່າຈຸດຢືນດັ່ງກ່າວໄດ້ ບ່ອນທຳລາຍຄວາມກົມກຽວກັນຂອງອີຢູ (EU) ແລະ ເປັນການປົກຄຸມທາງ ດ້ານກົດໝາຍທີ່ເຮັດໃຫ້ວໍຊໍຕັດຄວາມເປັນເອກະລາດຈາກຝ່າຍຕຸລາການຂອງ ຕົນ ແລະເຮັດໃຫ້ມາດຕະຖານດ້ານປະຊາທິປະໄຕຫລຸດລົງ.
ແຕ່ວ່າພາຍໃຕ້ອຳນາດທີ່ມີນ້ຳໜັກເປັນພິເສດຂອງຝຣັ່ງແລະເຢຍຣະມັນ, ມາດຕະການເຮັດໃຫ້ສະຫງົບແມ່ນໃຊ້ໄດ້ຢູ່ໃນແຖວນັ້ນ ຂະນະທີ່ເຂົາເຈົ້າກົດດັນໃຫ້ມີການສົນທະນາກັບໂປແລນ.
ກ່ອນການປະຊຸມສຸດຍອດຈະເລີ່ມຕົ້ນຂຶ້ນ, ປະທານາທິບໍດີເອມມານູແອລມາກຣົງ (Emmanuel Macron) ຂອງຝຣັ່ງ ແລະນາຍົກລັດຖະມົນຕີເຢຍຣະມັນ, ທ່ານນາງແອງໂກລາ ເມີໂຄ (Angela Merkel) ໄດ້ໂອ້ລົມແບບສ່ວນຕົວກັບນາຍົກລັດຖະມົນຕີໂປແລນ, ທ່ານມາເທີສ ໂມຣາວຽກກີ (Mateusz Morawiecki).
ທ່ານ Mateusz Morawiecki (ຊ້າຍ) ນາຍົກຂອງໂປແລນ ລົມກັບນາຍົກຂອງຮັງກາຣີ, ທ່ານ Viktor Orban ຂະນະທີ່ກຳລັງຈະຖ່າຍຮູບລວມກັບຜູ້ນຳ EU ຄົນອື່ນໃນມື້ເປີດກອງປະຊຸມສຸດຍອດຂອງອີຢູ, ວັນທີ 21 ຕຸລາ, 2021
ທ່ານມາກຣົງໄດ້ຮຽກຮ້ອງໃຫ້ທ່ານໂມຣວຽກກີ (Morawiecki) "ຊອກຫາວິທີແກ້ ໄຂທີ່ສອດຄ່ອງກັບຫຼັກການ ແລະກົດລະບຽບທົ່ວໄປຂອງພວກເຮົາ," ອີງຕາມ ເຈົ້າໜ້າທີ່ວັງເອີລີເຊ (Elysee).
ຈາກນັ້ນພວກຜູ້ນຳເຫລົ່ານີ້ກໍໄດ້ດຳເນີນການສົນທະນາເປັນເວລາຂ້ອນຂ້າງສັ້ນ ທີ່ໃຊ້ເວລາສອງຊົ່ວໂມງກ່ຽວກັບບັນຫາດັ່ງກ່າວ, ໂດຍທີ່ທ່ານໂມຣວຽກກີ (Morawiecki) ເປັນຜູ້ເລີ້ມຕົ້ນກ່ອນ.
ເຈົ້າໜ້າທີ່ສະຫະພາບຢູໂຣບຄົນນຶ່ງກ່າວໂດຍບໍ່ປະສົງບອກນາມວ່າ "ການໂຕ້ແຍ້ງກັນໄດ້ດຳເນີນໄປໃນບັນຍາກາດທີ່ສະຫງົບ." ເຈົ້າໜ້າຄົນນັ້ນກ່າວຕື່ມອີກວ່າການໂຕ້ແຍ້ງກັນ "ເປັນບາດກ້າວທີ່ໜ້າຈະຊ່ວຍນຳໄປສູ່ການແກ້ໄຂບັນຫາໄດ້."