ອີຢູ ເຜີຍຊື່ ຊາວຣັດເຊຍ ທີ່ຖືກລົງໂທດ ຍ້ອນ ວິກິດການ ໃນຢູເຄຣນ (ສະໄລດ໌/ວີດີໂອ)

Your browser doesn’t support HTML5

ຣັດເຊຍໄດ້ກ່າວຫາສະຫະພາບຢູໂຣບວ່າ ບໍ່ເຂົ້າໃຈຢ່າງສິ້ນ
ເຊີງກ່ຽວກັບສະພາບການ ດ້ານການເມືອງພາຍໃນ ຂອງຢູ
ເຄຣນ ໃນຂະນະທີ່ສະຫະພາບຢູໂຣບ ໄດ້ ລະບຸຊື່ເປົ້າໝາຍ
ໃໝ່ໃນການລົງໂທດ 15 ຊື່ຍ້ອນບົດບາດຂອງພວກເຂົາເຈົ້າ
ໃນວິກິດການຢູເຄຣນ.

ກະຊວງການຕ່າງປະເທດຣັດເຊຍກ່າວໃນວັນອັງຄານມື້ນີ້ວ່າ
ການລົງໂທດຂອງ ສະຫະພາບຢູໂຣບ ແມ່ນເປັນການເຊື້ອເຊີນ
ໂດຍກົງ ຕໍ່ພວກນາຊີໃໝ່ ຢູ່ໃນເຂດ ທ້ອງຖິ່ນ ເພື່ອໃຫ້ສືບຕໍ່
ການກະທຳແບບບ້ານເມືອງບໍ່ມີຂື່ມີແປ ຢູ່ໃນເຂດພາກຕາເວັນ
ອອກສຽງໃຕ້ຂອງຢູເຄຣນ.

ພວກນິຍົມ ຣັດເຊຍ ບຸກຕຶກ ໂຮງການ ທີ່ ມ. Luhansk


ສະຫະລັດ​ແລະສະຫະພາບຢູ​ໂຣບ ​ໄດ້​ອອກ​ກົດໝາຍ​ເກືອດ​ຫ້າມການ​ເດີນທາງ ແລະ
ຫ້າມບໍ່ໃຫ້ຍົກຍ້າຍຊັບສິນໃນມື້ວັນຈັນວານນີ້. ບັນຊີລາຍຊື່ທີ່ນຳອອກເຜີຍແຜ່ໂດຍສະຫະ
ພາບຢູໂຣບໃນວັນອັງຄານມື້ນີ້ ແມ່ນຮວມທັງຮອງນາຍົກລັດຖະມົນຕີຣັດເຊຍ ທ່ານ Dmitry Kozak ແລະນາຍພົນ Valery Gerasimor ເສນາທິການຂອງກອງທັບຣັດ
ເຊຍ. ເຈົ້າໜ້າທີ່ 7 ຄົນ ແລະ 17 ບໍລິສັດທີ່ຕົກ ເປັນເປົ້າໝາຍໃນການລົງໂທດຂອງສະຫະ
ລັດນັ້ນ ແມ່ນຮວມທັງ​ທູດ​ພິ​ເສດ​ຂອງປະທານາທິບໍດີ Vladimir Putin ປະຈຳ​ໄຄຣເມຍ, ຫົວໜ້າ​ຝ່າຍຮັກສາ​ປະທານາທິບໍດີຣັດເຊຍແລະຫົວໜ້າບໍລິສັດລັດວິສາຫະກິດ
ຜະລິດ​ນ້ຳມັນທີ່ໃຫຍ່ ທີ່ສຸດ​ຂອງຣັດ​ເຊຍ.

Your browser doesn’t support HTML5

US, EU Impose More Sanctions On Russia For Actions in Ukraine


ວັງ Kremlin ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ຕອບ​ຮັບ​ແບບ​ເຈັບ​ປວດ.

​ໃນ​ວັນ​ອັງຄານ​ມື້​ນີ້ ຍີ່ປຸ່ນ ​ກໍໄດ້​ກ່າວ​ວ່າ ຕົນ​ຈະ​ປະຕິ​ເສດບໍ່ຍອມອອກວີ​ຊ່າ ໃຫ້ແກ່​ຊາວຣັດ​ເຊຍ 23 ຄົນ ​ເພື່ອເປັນສ່ວນນຶ່ງໃນການລົງ​ໂທດ​ຕໍ່ມົສກູ ​ທີ່ໄດ້ລ່ວງ ລະເມີດຕໍ່ອະທິປະ​ໄຕ​
ຂອງ​ຢູ​ເຄຣນນັ້ນ. ຍີ່ປຸ່ນ ບໍ່ໄດ້ລະບຸຊື່ ຂອງພວກທີ່ຖືກລົງໂທດແຕ່ຢ່າງໃດ.