ຄະນະລັດຖະບານອັງກິດ ພິຈາລະນາ ຂໍ້ຕົກລົງ ຖານະພິເສດ ກັບອີຢູ

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ຂວາ) ໂອ້ລົມກັບນາຍົກລັດຖະມົນຕີອີຕາລີ ທ່ານ Matteo Renzi (ຊ້າຍ) ໃນລະຫວ່າງກອງປະຊຸມ ທີ່ຈັດຂຶ້ນຄຽງຄູ່ກອງປະຊຸມ ສຸດຍອດອີຢູ. (ວັນທີ 19 ກຸມພາ 2016)

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ມີ​ກຳນົດ​ທີ່​
ຈະ​ນຳສະ​ເໜີ ຕໍ່​ຄະນະ​ລັດຖະບານ​ ຂໍ້ຕົກລົງ ​ກັບ​ສະຫະພາບ​ຢູ​
ໂຣບຫຼືອີ​ຢູ ທີ່​ຈະ​ອະນຸຍາດ​ໃຫ້​ອັງກິດ ຢູ່​ໃນ​ກຸ່ມ​ດັ່ງກ່າວ ​ຊຶ່ງ​ມີ​ສະ
ມາຊິກ 28 ປະ​ເທດ ​ໃນ​ຖານະພິ​ເສດ ​ແທນທີ່​ຈະ​ຖອນ​ໂຕ ​ອອກ​
ຈາກ​ອີ​ຢູ.

ນອກ​ນັ້ນ​ແລ້ວ ຍັງ​ເປັນ​ທີ່​ຄາດ​ກັນ​ວ່າ ທ່ານ Cameron ຈະ​ປະ
ກາດ​ກ່ຽວ​ກັບ​ວັນເວລາ​ທີ່​ແນ່ນອນ​ໃນ​ການ​ລົງ​ປະຊາ​ມະຕິທີ່​ປະ
ຊາຊົນ​ຊາວ​ອັງກິດ​ສາມາດ​ໄປ​ໃຊ້ສິດ​ໃຊ້​ສຽງ​ກ່ຽວກັບ​ວ່າ ອັງກິດ​
ຄວນ​ສືບ​ຕໍ່​ເປັນ​ສະມາຊິກ​ຫຼືຖອນ​ໂຕ​ຈາກ​ອີ​ຢູ.

ກອງ​ປະຊຸມ​ຄະນະ​ລັດ​ຖະບານ​ແມ່ນ​ເບິ່ງ​ກັນ​ວ່າ ​ເປັນ​ບາດກ້າວ​ອັນ​ທຳ​ອິດ​ໃນ​ອັນ​ທີ່​ຈະ​ເປັນ
ການ​ປຸກລະດົມ​ທີ່​ຍາວ​ນານ​ ແລະ​ຫຍຸ້ງຍາກ ​ເພື່ອ​ຊັກ​ຊວນ​ໃຫ້​ບັນດາ​ຜູ້​ມີສິດ​ປ່ອນ​ບັດ​ຊາວ​
ອັງກິດກ່ຽວ​ກັບ​ວ່າ​ອັງກິດ​ຄວນ​ຈະສືບ​ຕໍ່​ເປັນ​ສະມາຊິກ​ຂອງ​ອີ​ຢູ. ມາຮອດ​ປັດຈຸບັນ​ນີ້ປາກົດ
​ວ່າ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ແມ່ນ​ແບ່ງ​ກັນ​ເຄິ່ງຕໍ່​ເຄິ່ງ.

ການ​ຕົກລົງນີ້ ມີ​ຂຶ້ນລຸນ​ຫຼັງ​ການ​ປະຊຸມສຸດ​ຍອດ​ຢ່າງ​ຍືດຍາວ​ເປັນ​ເວລາ​ສອງ​ມື້ທີ່​ນະຄອນ
Brussels ທີ່​ສິ້ນສຸດ​ລົງ ເວລາ​ບັນດາ​ສະມາຊິກ​ ຂອງ​ອີ​ຢູ​ ໄດ້​ຕົກລົງ​ກັນຮັບ​ເອົາ​ການ​ຍອມ​
ອ່ອນ​ຂໍ້​ໃຫ້​ແກ່​ທ່ານ Cameron ທີ່​ທ່ານ​ເອີ້ນວ່າ ຖານະ​ພິເສດ​ນັ້ນ.

Your browser doesn’t support HTML5

EU Summit