ບັນດາປະເທດ ແລະອົງການຈັດຕັ້ງນາໆຊາດ ໄດ້ໃຫ້ຄຳໝັ້ນ
ສັນຍາຈະໃຫ້ການຊ່ອຍເຫຼືອເປັນເງິນ 2 ພັນ 700 ລ້ານໂດລາ
ແກ່ Somalia ເພື່ອບູລະນະສ້າງສາປະເທດຊາດຄືນໃໝ່ຫຼັງ
ຈາກທີ່ໄດ້ເກີດສົງຄາມກາງເມືອງ ມານານກວ່າ 2 ທົດສະວັດ
ນັ້ນ.
ການຊ່ອຍເຫຼືອດັ່ງກ່າວນີ້ ໄດ້ປະກາດໃຫ້ຊາບ ໃນກອງປະຊຸມ
ຜູ້ຕາງໜ້າຂອງປະເທດແລະອົງການຈັດຕັ້ງຕ່າງໆຂອງນາໆຊາດ
ພ້ອມທັງຕົວແທນຂອງລັດຖະບານ Somalia ທີ່ກຸງ Brussel.
ການໃຫ້ຄຳໝັ້ນສັນຍາທີ່ວ່ານີ້ ແມ່ນຈັດໃຫ້ມີຂຶ້ນ ເພື່ອສະໜັບ
ສະໜຸນແຜນການບູລະນະ ສ້າງສາປະເທດຊາດເປັນເວລາ
3 ປີ ນັ້ນ ຊຶ່ງເອີ້ນວ່າ New Deal Compact ນັ້ນ ແມ່ນ ມີຈຸດ
ປະສົງເພື່ອເສີມຂະຫຍາຍລະບົບການເມືອງຂອງປະເທດ
ປັບປຸງຄວາມໝັ້ນຄົງແລະ ສືບຕໍ່ຄວາມກ້າວໜ້າ ທີ່ໄດ້ຮັບໃນລະຫວ່າງໄລຍະຂ້າມຜ່ານນັ້ນ.
ໃນບັນດາຂອງພວກທີ່ໃຫ້ການບໍລິຈາກນັ້ນ ກໍມີສະຫະພາບຢູໂຣບ ທີ່ສັນຍາວ່າຈະໃຫ້ເງິນ
ຊ່ອຍເຫຼືອ 870 ລ້ານໂດລາ.
ໃນການຖະແຫຼງເປີດກອງປະຊຸມນັ້ນ ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບ
ຢູໂຣບ ທ່ານນາງ Catherine Ashton ກ່າວວ່າ ກຸນແຈຂອງການນໍາໄປສູ່ຄວາມສໍາເລັດໃນ
ໂຊມາເລຍ ຈະແມ່ນການລົງທຶນ ໃນໄລຍະຍາວ.

ປະທານາທິບໍດີໂຊມາເລຍ Hassan Sheikh Mohamud, ແລະ ທ່ານນາງ Catherine Ashton