EU ຮອງຮັບເອົາ ອົບພະຍົບ 100,000 ຄົນ ເຂົ້າສູນຮັບຕ້ອນ

ອົບພະຍົບຝີງໄຟ ໃນຂະນະທີ່ລໍຖ້າ ເຂົ້າໄປໃນຄ້າຍອົບພະຍົບ ໃນເມືອງ Spielfeld, ປະເທດອອສເຕຣຍ. 25 ຕຸລາ, 2015.

ອົບ​ພະຍົບຫລາຍພັນ​ຄົນ ສ່ວນ​ໃຫຍ່​ມາ​ຈາກ​ພາກ​ຕາ​ເວັນ​ອອກ​ກາງ ທີ່ຫຼົບໜີຈາກ​ສົງຄາມ ​ແລະ ຄວາມທຸກ​ຍາກໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ສືບ​ຕໍ່​ເດີນທາງ​ຜ່ານ​ແຫຼມບານ​ກັງ ໄປ​ສູ່​ ຢູ​ໂຣບ ຕາ​ເວັນ​ຕົກ, ​ໃນ​ຂະ​ນະ​ທີ່​ບັນດາ​ຜູ້ນຳ​ສະຫະ​ພາບຢູ​ໂຣບຫຼືອີ​ຢູ ​ໄດ້​ດີ້​ນຮົນ​ທີ່​ຈະ​ຫຼີກ​ລ້ຽງບໍ່​ໃຫ້​ເກີດໄພພິບັດ​ທາງ​ດ້ານ​ມະນຸ​ດສະ​ທຳ ​ທີ່​ເພີ່ມ​ຂຶ້ນນີ້ ໃນ​ຂະນະ​ທີ່ລະດູ​ໜາວ​ກຳລັງ​ຫຍັບ​ໃກ້​ເຂົ້າ​ມາ​ຢ່າງ​ວ່ອງ​ໄວ.

​ໃນ​ຂະ​ນະ​ທີ່​ອາກາດ​ ​ສືບ​ຕໍ່​ເຢັນ​ລົງ​ໃນ​ຫຼາຍ​ພາ​ກສ່ວນ​ຂອງທະ ວີບ, ບັນດາ​ຜູ້ນຳ​ຂອງ EU ​ໄດ້​ປະຊຸມ​ກັນ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາເປັນ​ເທື່ອ​ທີ 5 ​ເພື່ອ​ຫາ​ລື​ກ່ຽວ​ກັບ​ວິ​ກິດ​ການ​ດັ່ງກ່າວ. ພວກ​ຜູ້ນຳ​ຂອງ​ອີ​ຢູ​ໄດ້​ເຫັນ​ດີ​ທີ່​ຈະ​ຂະຫຍາຍ​ສູນ​ຮອງ​ຮັບ​ໃນ​ປະ​ເທດ ກຣິສ ​ເພື່ອ​ຊ່ວຍ​ເຫລືອອົບ​ພະຍົບ ຕື່ມ​ອີກ 100,000 ​ຄົນ ໃນ​ຂະນະ​ທີ່​ບໍ່​ປະສົບ​ກັບ​ຄວາມ​ສຳ​ເລັດ​ໃນ​ການ ​ແກ້​ໄຂຄວາມຂັດ​ແຍ້​ງທາງ​ດ້ານ​ການ​ເມືອງ​ທີ່​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ ລະ​ຫວ່າງ​ລັດຖະ ບານ ທີ່​ຍິນ​ດີ​ຈະ​ຊ່ວຍ​ແກ້​ໄຂ​ວິ​ກິດ​ການ ​ແລະ ປະ​ເທດ​ທີ່​ໄດ້​ປະຕິ​ເສດ​ທີ່​ຈະ​ສະໜອງ​ທີ່ຢູ່​ອາ​ໄສ​ຖາວອນ​ໃຫ້​ກັບ​ອົບ​ພະຍົບ.

ຫຼາຍ​ຊົ່ວ​ໂມງຕໍ່​ມາ, ນາຍົກລັດຖະມົນ​ຕີ ​ເຢຍຣະ​ມັນ ທ່ານ Angela Merkel ​ໄດ້​ກ່າວ​ວ່າ “ລັດຖະບານ​ທີ່​ໄດ້​ຕ້ອນຮັບ​ເອົາຄື້ນຂອງ​ຊາວ​ຕ່າງ​ຊາດ​ນັ້ນ, ​ໄດ້​ອະທິບາຍ​ວິ​ກິດ​ການ​ດັ່ງກ່າວ​ວ່​າ ​ເປັນ “ການ​ທົດສອບ​ທີ່​ໃຫຍ່​ທີ່​ສຸດ​ທີ່ ຢູ​ໂຣບ ​ເຄີຍ​ປະ​ເຊີນໜ້າ​ມາ​.”

ຫົວໜ້າ​ສະຫະພາບ ຢູ​ໂຣບ ທ່ານ Jean Claud Juncker ​ໄດ້​ກ່າ​ວວ່າ ສູນ​ຮອງ​ຮັບ​ເພີ່ມເຕີມ ຈະ​ຖືກ​ສ້າງ​ຂຶ້ນ​ຕາມ​ເສັ້ນທາງ​ແຫຼ​ມ ບານ​ກັງ ທີ່​ອົບ​ພະຍົບສ່ວນ​ໃຫຍ່​ໄດ້​ເດີນທາງ​ໜີ​ຈາກ​ປະ​ເທດ​ ຊີ​ເຣຍ ​ໃນ​ສອງ​ສາມ​ສັບປະດາ​ທີ່​ຜ່ານ​ມາ. ​ອາຄານ​ໃໝ່​ຈະ​ສາມາດ​ຮອງ​ຮັບ ອົບ​ພະຍົບ​ໄດ້​ເຖິງ 50,000 ຄົນ ​ໃນ​ເມື່ອ​ສະຖານ​ທີ່​ເພີ່ມເຕີມ​ແມ່ນ​ໄດ້​ຖືກ​ວາງ​ແຜນ​ໃນ​ປະ​ເທດ ກຣິສ ສຳລັບ​ອົບ​ພະຍົບ​ເພີ່ມ​ເຕີມ​ອີກ 50,000 ຄົນ.

ທ່ານ Juncker ຜູ້​ທີ່​ໄດ້​ເປີດ​ເຜີຍ​ຂໍ້​ສະ​ເໜີ​ການ​ຊ່ວຍ​ເຫຼືອ 20 ສະບັບ​ໃນ​ວັນ​ຈັນ​ວານ​ນີ້, ​ໄດ້​ອະທິ​ບາຍວ່າ ​ໜ່ວຍຮອງ​ຮັບ​ແຕ່​ລະຈຸດແມ່ນ​ສຳຄັນ​ສຳລັບການ​ລົງ​ທະບຽບອົບ​ພະຍົບ​ແຕ່ ລະຄົນ ​ແລະ ຈັດການ​ການ​ເດີນທາງ​ຂອງພວກ​ເຂົາ​ເຈົ້າ. ​ແຕ່​ທ່ານ​ກໍ​ໄດ້​ສະ​ແດງ​ຄວາມ​ຢ້ານ​ກົວ​ວ່າ ການ​ສັນຍາ​ກ່ອນ​ໜ້ານີ້​ທີ່​ຈະ​ຊ່ວຍ​ເຫຼືອ​ຈາກ​ບັນດາ​ປະ​ເທດ EU ​ແມ່ນ​ຍັງ​ຈະ​ບໍ່​ໄດ້​ປະຕິບັດ​ເທື່ອ.

ອົງການ​ສາກົນ​ເພື່ອ​ຜູ້​ອົບ​ພະຍົບ ກ່າວ​ວ່າ ຜູ້​ຍົກຍ້າຍ​ຖິ່ນ​ຖານ ​ແລະ ອົບ​ພະຍົບຫຼາຍ​ກວ່າ 680,000 ຄົນຈາກ​ຕາ​ເວັນ​ອອກກາງ, ອາ​ຟຣິກາ ​ແລະ ​ເອ​ເຊຍ ​ໄດ້​ເດີນ​ທາງໂດຍ​ທາງ​ທະ​ເລເຂົ້າ​ໄປ​ໃນ​ຢູ​ໂຣບ ໃນ​ປີ​ນີ້.