ບັນດາ ລັດຖະມົນຕີ ຂອງອີຢູ ປຶກສາຫາລືກັນ ເພື່ອແກ້ໄຂ ວິກິດການ ອົບພະຍົບ ໃນວັນຈັນມື້ນີ້

ພວກຍົກຍ້າຍຖິ່ນຖານ ແລະ ຊາວອົບພະຍົບ ລໍຖ້າເພື່ອຂ້າມ ຊາຍແດນກຣິສ ໄປຍັງ ມາເຊໂດເນຍ ຢູ່ໃກ້ໆ ບ້ານ Idomeniຢູ່ທາງພາກເໜືອຂອງກຣິສ, ວັນທີ 14 ກັນຍາ 2015.

ບັນດາ​ລັດຖະມົນຕີ ກະຊວງ​ພາຍ​ໃນ ຂອງສະຫະພາບ​ຢູ​ໂຣບ
ພວມ​ເຂົ້າກອງ​ປະຊຸມ ​ເພື່ອ​ປຶກສາ​ຫາ​ລື ​ເຖິງທິດ​ທາງ​ກະຈາຍ
ຄວາມ​ຮັບຜິ​ດຊອບ ກ່ຽວ​ກັບ ການ​ຫລັ່ງ​ໄຫລ​ເຂົ້າ​ໄປ​ໃນ​ຢູ​ໂຣບ
ຂອງ​ຊາວ​ອົບ​ພະຍົບ ທີ່​ເບິ່ງ​ຄື​ວ່າ ຈະ​ບໍ່​ສິ້ນສຸດ​ນັ້ນ. ກອງ​ປະຊຸມ
​ຢູ່​ໃນ​ນະຄອນ Brussel ມີ​ຂຶ້ນນຶ່ງ​ມື້ ກ່ອນ​ໜ້າ ການ​ໃຫ້​ຄ້ຳໝັ້ນ
ສັນຍາຂອງຮັງ​ກາຣີ ວ່າ​ຈະ​ດຳ​ເນີນ​ຄະດີ ​ຕໍ່​ຜູ້​ໃດ​ທີ່​ພະຍາຍາມ​
ຫລົບ​ລີກ​ ເຈົ້າໜ້າ​ທີ່​ຕຳຫຼວດຊາຍ​ແດນ​ ຂອງ​ປະ​ເທດ.

ບາງ​ປະ​ເທດ​ ​ຂອງ​ຢູ​ໂຣບ ​ໂດຍ​ສະ​ເພາະ ບັນດາປະ​ເທດຢູ່​ທາງ​
ພາກ​ຕາ​ເວັນ​ອອກ​ ຖິ້ມ​ໂທດ​ໃສ່​ເຢຍຣະມັນ ສຳ​ຫລັ​ບ ຄື້ນຟອງ
​ຂອງຊາວ​ອົບ​ພະຍົບ ທີ່​ເດີນທາງ​ເຂົ້າ​ໄປ ​ໃນ​ທະວີ​ບນັ້ນ. ​ຢ່າງ​ໃດ​ກໍ​ຕາມ​ ​ເຢຍຣະມັນ ​ກໍເກີດ ມີ​ອາການ​ກະວົນກະວາຍ​ເພີ້​ມຂຶ້ນ ກັບ​ສະມາຊິກ​ບາງ​ສ່ວນ ​ໃນ​ສະຫະພາບ​ຢູ​ໂຣບ ຜູ້​ທີ່​ໄດ້​ສະ​ແດງ​ທ່າ​ທີ​ບໍ່​ເຕັມ​ໃຈ ທີ່​ຈະ​ຮັບ​ເອົາ​ພາລະ​ຮ່ວມ​ກັນ ຂອງພວກ​ມາ​ໃໝ່.

ວິກິດການ ອົບພະຍົບ ຢູໂຣບ 14 ກັນຍາ 2015

ຊາວ​ອົບ​ພະຍົບສ່ວນ​ໃຫຍ່ ບໍ່​ຢາກ​ຕັ້ງຖິ່ນ​ຖານ ຢູ່​ໃນ​ພຽງ​ປະ​ເທດ​ໃດ​ນຶ່ງ. ແທ້​ຈິງ​ແລ້ວ ບາງສ່ວນ ​ ​ແມ່ນເລີ້ີ້ມຍ່າງຜ່ານ​ບັນດາ​ປະ​ເທດ​ຕ່າງໆ ​ເພື່ອ​ທີ່​ຈະ​ໄປເຖິງ​ເຢຍຣະມັນ​ໃຫ້​ໄດ້. ​ລັດຖະມົນ​ຕີ ກະຊວງພາຍ​ໃນເຢຍຣະມັນ ທ່ານ Thomas de Maiziere ກ່າວ​ວ່າ ພວກ​ຄົນທີ່​ຊອກຫາ​ການ​ປົກ​ປ້ອງ​ນັ້ນ ບໍ່​ສາມາດທີ່ຈະເລືອກ​ເອົາ​ປະ​ເທດ ​ທີ່ສະ​ເໜີ​ຮັບ​ເອົາພວກ​ເຂົາ​ນັ້ນ​ໄດ້.

​ຢູ່ໃນ​ຮັງ​ກາຣີ ​ໃນ​ຂະນະ​ທີ່​ບັນດາ​ເຈົ້າໜ້າ​ທີ່ ພວມ​ທຳ​ງານ​ເພື່ອ​ຂະຫຍາຍ ແລະ ​ເສີມ​ສ້າງຮົ້ວ
ປ້ອງ​ກັນຊາ​ຍ​ແດນ​ຂອງ​ຕົນ ກັບ​ເຊີ​ເບຍ ​ຊຶ່ງຢູ່ເທິງແມ່ນຮົ້ວໜາມ ​ທີ່​ຄົມ​ຄື​ກັນກັບ​ມີດ​ແຖ.
ບັນດາ​ເຈົ້າໜ້າ​ທີ່ ຮັງ​ກາຣີ ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ ຈະ​ເລີ້ມ​ຕົ້ນດຳ​ເນີນ​ຄະດີ ກັບຊາວ​ອົບ​
ພະຍົບຜູ້​ໃດ ທີ່​ພວກ​ເຂົາ​ເຈົ້າຈັບ​ໄດ້​ ທີ່ພະຍາຍາມ​ຫລີກ​ລ້ຽງ​ເຈົ້າໜ້າ​ທີ່​ຕຳຫຼວດຊາຍ​ແດນ
ຂອງ​ຕົນ.

​ເຢຍຣະມັນ ນຳ​ເອົາ​ກົດ​ລະບຽບ​ການ​ຄວບຄຸມດ້ວຍ​ໜັງສືຜ່ານ​ແດນ ມາ​ໃຊ້​ຄືນ ຊົ່ວຄາວ ຢູ່​ຕາມ​ຊາຍ​ແດນຂອງ​ຕົນ ​ທີ່​ຕິດກັບ​ປະ​ເທດ ອອສເຕຣຍ ຄູ່​ຮ່ວມ​ໃນ​ສະຫະພາບ​ຢູ​ໂຣບ ​ເພື່ອຈຳກັດການ​ຫລັ່ງ​ໄຫລ​ຂອງພວກ​ຍົກຍ້າຍ​ຖິ່ນ​ຖານ ​ແລະ ຊາວ​ອົບ​ພະຍົບດັ່ງກ່າວ. ​ເຈົ້າໜ້າ​ທີ່​ເຢຍຣະມັນ ​ໄດ້​ເລີ້ມການ​ກວດກາ​ໜັງສືຜ່ານ​ແດນ ຢູ່​ທີ່​ຊາຍ​ແດນ​ແລ້ວ.

Your browser doesn’t support HTML5

Europe Migrants