ຊາວຝຣັ່ງ ທ້າທາຍ ການກໍ່ຮ້າຍ ໂດຍດຳເນີນ ຊີວິດ ດ້ວຍຄວາມ ມ່ວນຊຶ່ນ ຕາມປົກກະຕິ ຫລັງຈາກ ການໂຈມຕີ ຜ່ານມາ ໄດ້ໜຶ່ງ ອາທິດ

ຜູ້ຊາຍຄົນໜຶ່ງຢືນຈັບຈອກເຫຼົ້າ champaign ທີ່ຈະຕຸລັດ Republic ໜຶ່ງອາທິດ ຫລັງຈາກການໂຈມຕີ ຢ່າງຕໍ່ເນື່ອງກັນ ທີ່ນະຄອນຫລວງປາຣີ.

ຊາວ​ນະຄອນຫລວງ​ປາຣີ ຫລາຍ​ພັນ​ຄົນ​ພາກັນ​ທ້າ​ທາຍ ຂີດ
​ໝາຍຄົບຮອບ​ໜຶ່ງ​ອາທິດຂອງ​ການ​ກໍ່​ການ​ຮ້າຍ ​ໂດຍ​ໃຊ້​ເວລາ
​ໃນ​ຕອນ​ກາງຄືນ​ຢູ່​ໃນ​ເ​ມື​ອງຫລວງ​ຂອງ​ປະ​ເທດຝຣັ່ງ ຢ່າງ​ເລາະ
​ຫລີ້ນ ດື່ມ​ຢູ່ຕາມ​ບາຕ່າງໆ ​ແລະ​ຟັງ​ດົນຕີ.

ຫລາ​ຍຄົນ​ພາກັນ​ວາງ​ພວງ​ມະລາ ​ແລະໄຕ້​ທຽນ​ໄຂ ຫລື​ຢືນ​ສະ
ຫງົບຢູ່ ຈະຕຸ​ລັດ Republic ທີ່​ໄດ້​ກາຍ​ມາ​ເປັນສູນ​ກາງ​ໄວ້ອາ​
ໄລ​ແກ່ບັນດາ​ຜູ້​ເຄາະ​ຮ້າຍ ຈາກ​ການ​ກໍ່​ການ​ຮ້າຍ.

​ໃນ​ຕອນ​ເຊົ້າ ຊາວ​ມຸສລິ​ມຫລາຍ​ພັນ​ຄົນ​ພາກັນ​ລ່ຽນ​ແຖວຢືນ​ຕາກ​ຝົນ ສູດ​ມົນ ຢູ່ທີ່​ວັດ​ໃຫຍ່​ມຸສລິ​ມ​ໃນ​ນະຄອນ​ປາຣີ ໃນ​ວັນ​ສຸກ​ວານ​ນີ້. ການ​ຮັກສາ​ຄວາມ​ສະຫງົບ​ເປັນ​ທີ່​ເຄັ່ງ​ຄັດ ​ແຕ່ລະຄົນຖືກຕົບ​ກວດຢູ່່​ຮ່າງກາຍ ກ່ອນ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ທາງ​ໃນ.

ຫລາຍ​ຄົນອອກ​ມາກ່າວ​ວ່າ ​ເຂົາ​ເຈົ້າ​ຕ້ອງ​ການສະ​ແດງ​ໃຫ້ຮູ້​ວ່າ ອິສລາມ ບໍ່​ມີ​ສ່ວນ​ພົວພັນ
​ກັບ​ການ​ກໍ່​ການ​ຮ້າຍ ​ແລະ​ກ່າວ​ວ່າ ຊາ​ວມຸສລິ​ມ ກໍ​ເປັນ​ຜູ້​ເຄາະ​ຮ້າຍ​ເຊັ່ນ​ດຽວ​ກັນ​ຈາກ​ການ​
ໂຈມ​ຕີ ນະຄອນ​ຫລວງ​ປາຣີ.

ຂໍ້​ແກ້​ໄຂ ສະຫະ​ປະຊາ​ຊາດ

ຢູ່​ທີ່​ນະຄອນ​ New York ຄະນະ​ກຳມະ​ການ ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ລົງ​ຄະ
​ແນນ​ສຽງ​ຢ່າ​ງຖ້ວມ​ລົ້ນ​ໃນ​ການ​ແກ້​ໄຂ​ຂອງຝຣັ່ງ ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ທັງ​ໝົດ​
ເອົາ “ມາດ​ຕະການ​ທີ່​ຈຳ​ເປັນ​ທັງ​ໝົດ” ​ໃນ​ການ​ຕໍ່ສູ້​ກັບ ລັດ​ອິສລາມ ​ແລະ​ເພີ້​ມຂື້ນ​ສອງ​
ເທົ່າ​ໃນ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ ​ເພື່ອ​ປ້ອງ​ກັນ​ການ​ກໍ່​ການ​ຮ້າຍ​ອີກ.

ຂໍ້ແກ້ໄຂ​ອ່ານ​ວ່າ "ລັດ​ອິສລາມ ຢູ່​ໃນ​ອີຣັກ ​ແລະກົດ​ເກນ Levant ຢູ່ທົ່ວ​ໂລກ ​ແລະ​ການ​ຂົ່ມຂູ່​ທີ່​ບໍ່​ມີ​ມາ​ກ່ອນ​ແກ່ ສັນຕິພາບ​ນາໆ​ຊາດ ​ແລະ​ຄວາມ​ໝັ້ນຄົງ.”

Belgian soldiers and police patrol on Brussels Grand Place after security was tightened in Belgium following the fatal attacks in Paris last week, in Brussels, Belgium, Nov. 20, 2015.

ລັດ​ອິສລາ​ມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຈາກ​ການ​ໂຈມຕີ​ໃນ​ວັນ​ສຸກ​ແລ້ວ​ນີ້ ທີ່​ມີ​ການ​ປະສານ​ງານ​ໂຈມ​ຕີ​ກໍ່​ການ​ຮ້າຍ ​ໃນ​ນະຄອນຫລວງ​ປາຣີ ທີ່​ໄດ້​ສັງຫານ 130 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບກວ່າ 350 ຄົນ.

ກະຊວງ ​ຍຸຕິ​ທຳ ສະຫະພາບ​ຢູ​ໂຣບ ​ແລະ​ບັນດາ​ລັດຖະມົນຕີ​ພາຍ​ໃນ ​ໄດ້​ພົບ​ປະກັນ​ຢ່າງສຸກ​ເສີນ​ທີ່​ ນະຄອນ Brussels ​ແລະ​ໄດ້​ປະກາດ ການຄວບຄຸມ​ບ່ອນ​ຂ້າມຊາຍ​ແດນ​ຢ່າງ​ເຄັ່ງ​ຂື້ນ​ກວ່າ​ເກົ່າ ບ່ອນ​ທີ່ບໍ່​ມີ​ການ​ກວດກາ​ໜັງສືຜ່ານ​ແດນ​ແກ່ຊາວ​ຢູ​ໂຣບ. ບັນ​ນີ້​ບັນດາ​ຄົນ​ເດີນທາງຈະຕ້ອງຖືກ​ກວດ​ໜັງສືຜ່ານ​ແດນ ​ແລະ​ກວດ​ລາຍ​ລະ​ອຽດປຽບທຽບ​ໃ​ສ່ກັບ​ບັນທຶກ​ຂໍ້​ມູນ ​ແລະຊື່​ຂອງ​ບັນດາຜູ້​ລົງ​ຖະບຽນສາຍ​ການບິນ.

ທະຫານຝຣັ່ງ ກຳລັງຍ່າງລາດຕະເວນ