ຕະຫລາດໃນສະຫະພາບຢູໂຣບເປີດກວ້າງ ສຳຫລັບການນຳເຂົ້າ
ສິນຄ້າປະເພດໄມ້ ສຳເລັດຮູບຈາກລາວ ໃຫ້ຫຼາຍຂຶ້ນ ໂດຍມີເງື່ອນ
ໄຂວ່າ ຜະລິດຕະພັນໄມ້ຈາກລາວ ຈະຕ້ອງໄດ້ມາດຕະຖານສາກົນ
ໃນທຸກໆດ້ານ.
Your browser doesn’t support HTML5
ທ່ານ Ramon Bruesseler ປະທານສະພາອຸດສາຫະກຳ ແລະການຄ້າສະຫະພາບຢູໂຣບ ປະຈຳລາວ ຖະແຫລງຢືນຢັນວ່າ ຕະຫລາດໃນສະຫະພາບຢູໂຣບ ໄດ້ເປີດກວ້າງສຳຫລັບການນຳເຂົ້າສິນຄ້າ ປະເພດໄມ້ສຳເລັດຮູບ ຫຼື Furniture ຈາກລາວແລ້ວ ໃນຂະນະນີ້ ໂດຍມີເງື່ອນໄຂວ່າ ຜະລິດຕະພັນໄມ້ຂອງລາວ ຕ້ອງມີຄຸນນະພາບດີ ແລະ ຜະລິດຕາມຫລັກມາດຕະຖານສາກົນຢ່າງຄົບຖ້ວນ.
ໂດຍໃນປັດຈຸບັນ ຜະລິດຕະພັນໄມ້ສຳເລັດຮູບ ໃນຕະຫລາດສະຫະພາບຢູໂຣບ ມີມູນຄ່າລວມເຖິງ 23 ຕື້ໂດລາ ຫຼື ຫຼາຍກວ່າ 188,197 ຕື້ກີບ ໃນແຕ່ລະປີ ຊຶ່ງໃນນີ້ຄິດເປັນສັດສ່ວນລະຫວ່າງ 15 ເປີເຊັນ ຫາ 20 ເປີເຊັນ ທີ່ເປັນການນຳເຂົ້າຜະລິດຕະພັນ ໄມ້ສຳເລັດຮູບ ຈາກຕ່າງປະເທດ ກໍຄືສ່ວນແບ່ງຕະຫລາດທີ່ຜະລິດຕະພັນໄມ້ສຳເລັດຮູບ ຈາກລາວມີໂອກາດທີ່ຈະແຂ່ງຂັນກັບສິນຄ້າ ປະເພດດຽວຈາກປະເທດອື່ນໆນັ້ນເອງ.
ທາງດ້ານທ່ານ Michel Goffin ຜູ້ຕ່າງໜ້າຂອງສະຫະພາບຢູໂຣບ (EU) ປະຈຳລາວ ຖະແຫລງຢືນຢັນວ່າ EU ມີນະໂຍບາຍເປີດຕະຫລາດ ເພື່ອຮອງຮັບຜະລິດຕະພັນໄມ້ສຳເລັດຮູບ ຈາກຜູ້ຜະລິດໃນລາວ ໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ຫາກແຕ່ວ່າ ການທີ່ຜູ້ຜະລິດໃນລາວ ຈະສາມາດສົ່ງຜະລິດຕະພັນໄມ້ສຳເລັດຮູບໄປ EU ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງປະຕິບັດຕາມກົດລະບຽບຂອງ EU ໄດ້ຢ່າງຄົບຖ້ວນດ້ວຍເຊັ່ນກັນ.
ໂດຍທີ່ສຳຄັນກໍຄືຜູ້ຜະລິດໃນລາວ ຈະຕ້ອງມີຫລັກຖານທີ່ຢັ້ງຢືນໄດ້ຢ່າງຄັກແນ່ວ່າ ໄມ້ທີ່ນຳໃຊ້ເປັນວັດຖຸດິບໃນການແປຮູບນັ້ນ ເປັນໄມ້ທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ຊຶ່ງກໍຄືໄມ້ທີ່ຕັດມາຈາກພື້ນທີ່ສຳປະທານ ທີ່ໄດ້ຮັບອະນຸຍາດ ຈາກລັດຖະບານລາວຢ່າງຖືກຕ້ອງ ແລະ ພ້ອມກັນນັ້ນ ຜະລິດ ຕະພັນໄມ້ທີ່ຜູ້ຜະລິດໃນລາວ ຈະສົ່ງໄປຍັງຕະຫລາດໃນ EU ກໍຍັງຈະຕ້ອງມີມາດຕະຖານສາກົນທັງໃນ ດ້ານເທັກນິກການຜະລິດ ແລະ ການນຳໃຊ້ແຮງງານອີກດ້ວຍ.
ແຕ່ຢ່າງໃດກໍຕາມ ການທີ່ຜູ້ຜະລິດໃນລາວ ຈະສາມາດດປະຕິບັດໄດ້ຕາມເງື່ອນໄຂດັ່ງກ່າວນີ້ ຂອງ EU ກໍບໍ່ແມ່ນເລື້ອງງ່າຍ ເນື່ອງຈາກການບໍລິຫານງານດ້ານປ່າໄມ້ໃນລາວ ຍັງຂາດຄວາມຊັດເຈນ ແລະຂັດແຍ້ງກັບເປົ້າໝາຍທີ່ຈະເພີ້ມຄວາມໜາແໜ້ນຂອງປ່າໄມ້ໃນລາວໃຫ້ຫຼາຍຂຶ້ນ ອີກດ້ວຍ ດັ່ງທີ່ທ່ານດວງດີ ອຸດທະຈັກ ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:
“ກະແມ່ນວ່າ ປະຊາຊົນຂັດຂ້ອງວ່າ ເປັນແນວໃດ ອັນລັດຖະບານນີ້ ຄືຈັ່ງວ່າປ້ອຍໃຫ້ຂຸດຄົ້ນໄມ້ຫຼາຍແທ້ ຂົນໝົດມື້ໝົດຄືນ ຈັກໄປທາງເລກ 7 ໄປທາງນ້ຳກັ້ນ ໄປທາງເລກ 12 ໄປທາງເລກ 9 ແລະວ່າ ເລື້ອງນີ້ຜູ້ແທນຫຼວງນ້ຳທາ ກະວ່າ ໄປທາງພຸ້ນອີກ.”
ທາງດ້ານ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ຍອມຮັບວ່າ ໃນປັດຈຸບັນຍັງມີການລັກລອບຕັດໄມ້ ໂດຍຜິດກົດໝາຍເກີດຂຶ້ນ ຢ່າງກວ້າງຂວາງ ໃນທົ່ວປະເທດ ໂດຍເງື່ອນໄຂທີ່ສຳຄັນທີ່ເຮັດໃຫ້ສະພາບການດັ່ງກ່າວ ສາມາດເກີດຂຶ້ນໄດ້ ກໍຄືການປະຕິບັດໜ້າທີ່ ຢ່າງບໍ່ຖືກຕ້ອງຕາມກົດໝາຍ ຂອງບັນດາພະນັກງານລັດຖະບານ ໃນທຸກລະດັບຊັ້ນ ດັ່ງທີ່ທ່ານໄດ້ໃຫ້ການຊີ້ແຈງວ່າ:
“ເລື້ອງການຕັດໄມ້ ມີນະໂຍບາຍໃຫ້ຍຸດຕິການຕັດໄມ້ນີ້ ແມ່ນໄດ້ອອກມາດົນແລ້ວ ຂ້າພະເຈົ້າເປັນກຳມະການສູນກາງນີ້ ກະຫ້າຫົກສະໄໝແລ້ວ ແລະ ກະໄດ້ຍິນສະໄໝໃດ ກະເວົ້າກັນ ກໍໄດ້ປຶກສາຫາລື ເວົ້າເລື້ອງການຍຸດຕິ ການຖາງປ່າເຮັດໄຮ່ ຍຸດຕິການຕັດໄມ້ ແຕ່ວ່າ ບໍ່ມີເວລາໃດຍຸດຕິໄດ້.”
ຍິ່ງໄປກວ່ານັ້ນ ການລັກລອບຕັດໄມ້ ໃນແຜນການປີ 2013-2014 ມີປະລິມານຫຼາຍກວ່າ 1 ລ້ານແມັດກ້ອນ ໂດຍເຂດທີ່ລັກລອບຫຼາຍທີ່ສຸດ ຄືເຂດຊາຍແດນລາວກັບຫວຽດນາມ ຈີນ ແລະ ໄທ ຕາມລຳດັບ.