ອີຢູ ປະຊຸມກັນ ຂະນະທີ່ ມີຂ່າວວ່າ ສຫລ ດັກຟັງ ໂທລະສັບ ນ.ຍ ເຢຍຣະມັນ (ວີດີໂອ)

ທ່ານນາງ Angela Markel ເດີນທາງໄປເຖິງກອງປະຊຸມ ພັກປະຊົນ ຢູໂຮບ (EPP) ທີເມຶອງ Meise ຢູ່ໃກ້ນະຄອນບຣັສເຊີລສ໌

ບັນດາ​ຜູ້​ນໍາ ຈາກ 28 ປະ​ເທດ ຂອງສະຫະພາບ​ຢູ​ໂຣບ ພົບ​ປະ
ກັນ​ ທີ່ກຸງ​ບຣັສເຊິ​ລສ໌ ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ຂະນະ​ທີ່​ບັນຫາ​ໂຕ້​
ແຍ້ງກ່ຽວກັບ​ການ​ກ່າວ​ຫາທີ່​ວ່າ ອົງການ​ຮັກສາ​ຄວາມ​ປອດ​ໄພ
​ແຫ່ງ​ຊາດຫລື NSA ຂອງສະຫະລັດ ​ໄດ້​ຕິດຕາມ ສິ້ງຊອມເບິ່ງ​
ການ​ໃຊ້​ໂທລະ​ສັບ​ມື​ຖືຂອງນາຍົກ​ລັດຖະມົນຕີເຢຍຣະ​ມັນທ່ານ​
ນາງ Angela Merkel.

​ໃນ​ຕອນ​ເຊົ້າ ​ວັນ​ພະຫັດມື້ນີ້ ລັດຖະມົນຕີຕ່າງປະ​ເທດເຢຍຣະ
​ມັນ ​ໄດ້​ຮຽກ​ເອກ​ອັກຄະ​ລັດຖະທູດສະຫະລັດ ​ເຂົ້າພົບ ​ເພື່ອ​ສົນ
ທະນາ​ຫາລືກ່ຽວ​ກັບ​ເລື້ອງ​ນີ້. ລັດຖະມົນຕີ​ຕ່າງປະ​ເທດ​ເຢຍຣະ
ມັນ ທ່ານ Guido Westerwelle ຄາດ​ວ່າ​ຈະ​ພົບ​ປະ​ກັບ​ເອກ​
ອັກຄະ​ລັດຖະທູດສະຫະລັດ ທ່ານ John Emerson ​ໃນ​ຕອນ​
ແລງ​ມື້​ນີ້.

​ໃນ​ລະຫວ່າງ​ການ​ໂອ້​ລົມທາງ​ໂທລະສັບ​ ໃນ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ກ່າວ​ຕໍ່ນາຍົກລັດຖະມົນຕີ Markel ວ່າ ສະຫະລັດ ບໍ່​ໄດ້​ຕິດຕາມສິ້​ງຊອມ ​ແລະ​ຈະ​ບໍ່ຕິດຕາມ​ສິ້ງຊອມເບິ່ງການ​ສື່ສານ​ຂອງ​ທ່ານນາງ.

ຖະ​ແລງ​ການ​ທໍານຽບຂາວ ສະ​ບັບນຶ່ງ ​ກ່າວ​ວ່າ ຜູ້​ນໍາ​ທັງ​ສອງ​ໄດ້​ຕົກລົງ​ກັນ ທີ່​ຈະຮ່ວມມື​ກັນ​ຢ່າງໃກ້​ຊິດ​ເພີ້ມຂຶ້ນ ກ່ຽວ​ກັບ​ການ​ສືບ​ລັບຂອງ​ພວກ​ທ່ານ ​ເພື່ອ​ປົກ​ປ້ອງຄວາມ​ປອດ​ໄພ​ຂອງ​ທັງ​ສອງ​ປະ​ເທດ ​ແລະ​ບັນດາ​ພັນທະ​ມິດ​ ​ຕະຫຼອດທັງ​ຄວາມ​ລັບ​ສ່ວນ​ໂຕ​ປະຊາ
ຊົນ​ຂອງ​ພວກ​ທ່ານ.

ຖະ​ແຫລ​ງການ​ຈາກໂຄສົກ​ຂອງທ່ານ​ນາງ Markel ກ່າວ​ວ່າ ທ່ານ​ນາງໄດ້​ກ່າວ ​ຢ່າງ​ຈະ
ແຈ້ງ ຕໍ່ທ່ານ Obama ວ່າ “ທ່ານ​ເຫັນວ່າ ​ການ​ປະພຶດ​ດັ່ງກ່າວ ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້​ເດັດ
ຂາດ ​ແລະ​ຂໍປະນາມແບບ​ບໍ່​ມີ​ການ​ຄຸມ​ເຄືອ​ໃດໆ.”

ລັດຖະບານທ່ານ Obma ​ໄດ້​ປະຕິ​ເສດ​ ຕໍ່ລາຍ​ງານ​ຂ່າວ ກ່ຽວ​ກັບກິດຈະການ​ສືບ​ ລັບ
ຫລາຍໆ​ຢ່າງ​ຂອງສະຫະລັດ ​ໃນ​ຂະນະ​ທີ່​ສະຫະລັດ​ພວມປະ​ເຊີນ​ໜ້າກັບ​ການຕຳ​ໜິ​ຕິຕຽນຢ່າງ​ໜັກ ກ່ຽວກັບ​ການ​ເປີດ​ເຜີຍໃໝ່ທີ່ວ່າ ສະຫະລັດ ​ໄດ້​ສອດ​ແນມ ​ເບິ່ງບັນດາ​ພັນທະ​ມິດ​ຂອງ​ຕົນ​. ລາຍ​ງານເຫລົ່ານີ້ແມ່ນມາ​ຈາກເອກ​ກະສາ​ນ​ລັບ​ທີ່​ໄດ້​ຮົ່ວ​ໄຫລໂດ​ຍທ້າວ Edward Snowden ພະນັກງານ​ສັນຍາ​ຈ້າງ​ຂອງ​ອົງ ການ NSA ​ທີ່​ກໍາລັງລີ້​ໄພ​ຢູ່ຣັດ​ເຊຍ​ໃນ​ເວລາ​ນີ້.


Your browser doesn’t support HTML5

US NSA SURVEILANCE