ພວກຜູ້ນຳອີຢູ ເບິ່ງໄປ ຫາອະນາຄົດ ທີ່ປາສະຈາກ ອັງກິດ

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ຂວາ) ລົມກັບປະທານາທິບໍດີຝຣັ່ງ ທ່ານ Francois Hollande ໃນລະຫວ່າງການພົບປະສຸດຍອດ ຂອງອີຢູ ທີ່ນະຄອນ Brussels ໃນວັນອັງຄານວານນີ້.

ພວກ​ຜູ້ນຳ​ຂອງ​ສະຫະພາບ​ຢູ​ໂຣບ​ຫຼືອີຢູູ ໃນ​ວັນ​ພຸດ​ມື້ນີ້ກຳລັງ​ເພັ່ງ​ເ​ລັງ​ໃສ່​ການ​ແບ່ງປັນ ພາລະກິດ​ໃນ​ອະນາ​ຄົນ​ໂດຍ​ປາສະຈາກ​ອັງກິດ ​ໃນ​ຂະນະ​ທີ່​ພວກ​ທ່ານ​ມ້ວນທ້າຍກອງ​ປະຊຸມ​ສຸດ​ຍອດ ​ທີ່ນະຄອນ Brussels ຫລັງ​ຈາກ​ອັງກິດລົງ​ຄະ​ແນນ​ສຽງ​ເພື່ອ​ຖອນ​ໂຕ​ອອກ​ຈາກ​ກຸ່ມ​ດັ່ງກ່າວ.

ພວກ​ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ອັງກິດ ​ຖອນ​ໂຕ​ໂດຍ​ໄວ ​ແລະ​ບໍ່​ຄາດ​ວ່າ​ ຈະ​ໄດ້​ຮັບ​ຜົນປະ​ ໂຫຍ​ດ​ໃດໆຂອງ​ປະ​ເທດ​ສະມາຊິກ ​ໂດຍ​ທີ່​ບໍ່​ໄດ້​ເສຍ​ຄ່າ​ໃຊ້​ຈ່າຍ​ຊ່ວຍ.

ກອງ​ປ​ະ​ຊຸມ​ສຸດ​ຍອດ​ໃນ​ຄັ້ງນີ້ ມີ​ທ່າ​ທາງ​ວ່າ​ຈະ​ເປັນ​ເທື່ອ​ສຸດ​ທ້າຍ​ສຳລັບນາຍົກລັດຖະ ມົນຕີ​ອັງກິດ ທ່ານ David Cameron ທີ່​ຈະລາ​ອອກ​ຫຼັງ​ຈາກ​ລັດຖະບານຂອງ​ທ່ານ​ບໍ່​ສາມາດ​ຊັກ​ຊວນ​ໃຫ້​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດເລືອກ​ເອົາການເປັນ​ສະມາ​ຊິກ​ຕໍ່​ໄປໃນ​ສະ ຫະພາບ​ຢູ​ໂຣບ.​ ​ໃນ​ການ​ຖະ​ແຫລ​ງ ຫຼັງຈາກ​ການເຈລະຈາກັນ​ແລ້ວທ່ານ​ກ່າວ​ວ່າ ​ເຖິງ​ແມ່ນ​ໄດ້ມີ​ຄວາມ​ເສຍ​ໃຈ​ແລະ​ເສົ້າ​ໂສກ​ ການ​ປະຊຸມຂອງ​ຜູ້ນຳ 28 ປະ​ເທດໄດ້​ດຳ​ເນີນ ​ໄປແບບ​ສ້າງສັນ.

ອັງກິດ​ຄວນ​ຊອກ​ຫາ ​ແລະ​ຢູ​ໂຣບກໍ​ຄວນ​ຊອກ​ຫາ ຄວາມ​ສຳພັນ​ທີ່​ໃກ້ຊິດ​ທີ່​ສຸດ​ໃນ​ຂະ ນະທີ່​ອັງກິດ​ຖອນ​ໂຕ​ອອກ​ຈາກ​ສະຫະພາບ​ຢູ​ໂຣບ. ຄວາມ​ສຳພັນ​ທີ່​ໃກ້ຊິດ ​ໃນ​ເລື້ອງ ການຄ້າ ການຮ່ວມມື ແລະຄວາມໝັ້ນຄົງ.

ແຕ່ພວກຜູ້ນຳອື່ນໆເຊັ່ນປະທານາທິບໍດີຝຣັ່ງທ່ານ Francois Hollande ສົ່ງ​ສັນຍານ​ ວ່າອັງກິດ​ບໍ່​ຄວນ​ຄາດ​ຫວັງ​ທີ່​ຈະ​ໄດ້​ຮັບ​ການ​ປະຕິບັດ​ຕໍ່​ແບບ​ພິ​ເສດ​ໃດໆ ​ເວລາ​ອັງກິດ​ຖອນ​ໂຕ​ໄປ​ແລ້ວ ​ຮວມທັງການເຂົ້າຫາຕະຫລາດນຶ່ງດຽວ ຂອງຢູໂຣບນຳດ້ວຍ. ທ່ານ Hollande ກ່າວວ່າ ດ້ວຍເຫດດັ່ງກ່າວນີ້ ອັງກິດຈະຕ້ອງຍອມຮັບ ການເຄື່ອນໄຫວໄປ ມາຢ່າງເສລີຂອງຜູ້ຄົນຊຶ່ງເປັນການຄັດຄ້ານຂອງພວກທີ່ປຸກລະດົມໃຫ້ອັງກິດຖອນໂຕ.

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ທີ່ໄດ້​ເຕືອນ​ອັງກິດ​ເຊັ່ນ​ ດຽວກັນ​ວ່າ ອັງກິດ​ຈະ​ບໍ່​ໄດ້​ຮັບ​ສິດ​ພິ​ເສດ​ໃດໆທີ່​ມາ​ຈາກ​ການ​ເປັນ​ສະມາຊິກຂອງ​ສະ ຫະພາບ​ຢູ​ໂຣບໂດຍ​ປາສະຈາກ​ການ​ມີ​ພັນທະນັ້ນ.

ການ​ປ່ອນ​ບັດ​ຖອນ​ໂຕ​ຂອງ​ອັງກິດ ນັບ​ແຕ່​ນັ້ນມາ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຢູ່​ໃນ​ຕະ ຫລາດ​ການ​ເງິນ​ຂອງ​ໂລກແລະ​ມີ​ຄວາມ​ຢ້ານ​ກົວ​ຈະ​ມີ​ຜົນ​ກະທົບ​ໃນ​ໄລຍະຍາວ​ຕໍ່​ການ​ເຕີບ​ໂຕ.​ ປະທານ​ທະນາຄານ​ກາງ ຂອງ​ຢູ​ໂຣບ ທ່ານ Mario Draghi ກ່າວ​ໃນ​ວັນ​ອັງ ຄານວານ​ນີ້ວ່າ ທະນາຄານ​ກາງຂອງ​ປະ​ເທດ​ຕ່າງໆ​ຄວນ​ພະຍາຍາມ​ເຮັດ​ນະ​ໂຍບາຍ​ ການ​ເງິນ​ແບບ​ໃດ​ກັນ ​ເພື່ອ​ຫລຸດຜ່ອນ​ໃນ​ອັນ​ທີ່ ທ່ານ​ເອີ້ນວ່າ ຜົນ​ກະທົບ​ທີ່​ພາ​ໃຫ້​ເກີດ​ຄວາມ​ບໍ່​ທຸ່ນ​ທ່ຽງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Brexit