ທ່ານ Michel Goffin ຜູ້ຕາງໜ້າສະຫະພາບຢູໂຣບ ຫຼື EU ປະຈໍາປະເທດລາວ ໄດ້
ຖະແຫຼງຢືນຢັນວ່າ ຈົນເຖິງຂະນະນີ້ ຍັງຄົງບໍ່ສາມາດໃຫ້ການຢືນຢັນໄດ້ວ່າ ບັນດາຜູ້
ນໍາປະເທດສະມາຊິກໃນສະຫະພາບຢູໂຣບ ຈະເດີນທາງມາເຂົ້າຮ່ວມກອງປະຊຸມສຸດ
ຍອດຜູ້ນໍາລະຫວ່າງເອເຊຍກັບສະຫະພາບຢູໂຣບ (ASEM) ຄັ້ງທີ່ 9 ໃນວັນທີ 5-6
ເດືອນພະຈິກນີ້ ຢູ່ນະຄອນຫລວງວຽງຈັນ ຢ່າງຄົບຖ້ວນ ຫຼືບໍ່.
ທ່ານ Michel Goffin ໄດ້ໃຫ້ການຊີ້ແຈງວ່າ ຂະນະນີ້ຍັງເປັນຊ່ວງເວລາທີ່ໄວເກີນໄປ
ທີ່ບັນດາຜູ້ນໍາຂອງອີຢູ (EU) ຈະຕອບຮັບການເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ເນື່ອງ
ຈາກຍັງເຫຼືອເວລາອີກກວ່າ 3 ເດືອນ ຈຶ່ງຈະມີການປະຊຸມເກີດຂຶ້ນ ເພາະສະນັ້ນ ຈຶ່ງ
ຄາດວ່າ ບັນດາຜູ້ນໍາສ່ວນໃຫຍ່ຂອງ EU ຈະໃຫ້ການຢືນຢັນວ່າຈະເຂົ້າຮ່ວມກອງປະຊຸມ
ASEM ຢ່າງເປັນທາງການຫຼືບໍ່ນັ້ນ ກໍຈະຕ້ອງລໍຖ້າໄປຈົນເຖິງເດືອນກັນຍາ ຫາກແຕ່ວ່າ
ພາກສ່ວນຂອງ EU ທີ່ໄດ້ມີການຢືນຢັນຢ່າງເປັນທາງການ ແລ້ວວ່າຈະເຂົ້າຮ່ວມໃນກອງ
ປະຊຸມ ASEM ຢູ່ລາວຢ່າງແນ່ນອນ ກໍຄືປະທານສະພາມົນຕີ ແລະປະທານຄະນະກໍາ
ມາທິການສະຫະພາບຢູໂຣບນັ້ນເອງ.
ກອງປະຊຸມເພື່ອກະກຽມກອງປະຊຸມ ASEM ຄັ້ງທີ 9 ທີ່ໄດ້ຈັດຂຶ້ນ ໃນເດືອນກໍລະກົດ, 2012
ແຕ່ຢ່າງໃດກໍຕາມ ສໍາລັບໃນ
ສ່ວນກ່ຽວກັບການດໍາເນີນ
ວຽກງານໃນດ້ານຕ່າງໆຂອງ
ທາງການລາວເພື່ອຕຽມ
ຄວາມພ້ອມໃນການເປັນ
ເຈົ້າພາບຈັດກອງປະຊຸມ
ASEM ຄັ້ງທີ່ 9 ນັ້ນ ຄະນະ
ຜູ້ແທນຂອງ EU ກໍໄດ້ສະ
ແດງຄວາມເພິ່ງພໍໃຈ ພາຍ
ຫຼັງຈາກທີ່ໄດ້ໄປກວດເບິ່ງ
ຄວາມຄືບໜ້າ ເມື່ອບໍ່ນານ
ມານີ້ ຊຶ່ງກໍພົບວ່າການດໍາເນີນງານເປັນໄປຕາມແຜນການທ່ີ່ວາງເອົາໄວ້ເປັນຢ່າງດີ.
ຕໍ່ກໍລະນີດຽວກັນນີ້ ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ
ກະຊວງການຕ່າງປະເທດ ກໍໄດ້ຖະແຫຼງຢືນຢັນວ່າ ການດໍາເນີນງານໃນແຕ່ລະໂຄງການ
ໄດ້ຄືບໜ້າເປັນຢ່າງດີ ຈຶ່ງໝັ້ນໃຈໄດ້ວ່າ ລັດຖະບານລາວຈະມີຄວາມພ້ອມໃນທຸກດ້ານທີ່
ຈະຈັດກອງປະຊຸມ ASEM ຄັ້ງທີ່ 9 ໄດ້ເປັນຢ່າງດີເຊັ່ນກັນ ດັ່ງທີ່ທ່ານທອງລຸນ ໄດ້ຖະ
ແຫຼງວ່າ:
“ສປປ. ລາວ ຂອງພວກເຮົາ ມີຄວາມພ້ອມຢ່າງເຕັມສ່ວນແລ້ວໃນການຈັດກອງປະ
ຊຸມ ຈະເປັນດ້ານເນື້ອໃນ ຈະເປັນດ້ານພື້ນຖານໂຄງຫລ່າງ ຈະເປັນດ້ານຄວາມສະ
ດວກຕ່າງໆ ກຽມພ້ອມຕ້ອນຮັບບັນດາຜູ້ນໍາຂອງບັນດາປະເທດເອເຊຍແລະຢູໂຣບ.”
ການຂະຫຍາຍເດີ່ນບິນສາກົນທີ່ວັດໄຕເພື່ອຮອງຮັບຍົນຂອງຄະນະ ຜູ້ແທນ ທີ່ຈະມາຮ່ວມກອງປະຊຸມ ASEM
ການກະກຽມພ້ອມໃນດ້ານ
ຕ່າງໆນັ້ນ ທາງການລາວກໍ
ໄດ້ແບ່ງການດໍາເນີນງານ
ອອກເປັນ 6 ພາກສ່ວນດ້ວຍ
ກັນ ກໍຄືການກໍ່ສ້າງສູນການ
ປະຊຸມນາໆ ຊາດທີ່ຕັ້ງຢູ່ເທິງ
ເນື້ອທີ່ກວ້າງ 7 ເຮັກຕ້າຢູ່ຫຼັກ
6 ຖະໜົນໄກສອນພົມວິຫານ
ທີ່ໄດ້ຮັບການຊ່ວຍເຫຼືອຈາກ
ລັດຖະບານຈີນໃນມູນຄ່າລວມ
80 ລ້ານໂດລາ.
ໂຄງການທີ່ 2 ກໍແມ່ນການຂະຫຍາຍບ່ອນຈອດເຮືອບິນຢູ່ສະໜາມບິນນາໆຊາດວັດໄຕ
ເພື່ອໃຫ້ສາມາດຮອງຮັບເຮືອບິນຂະໜາດໃຫຍ່ໄດ້ເຖິງ 40 ລໍາ ພ້ອມດ້ວຍອຸບປະກອນ
ຮັກສາຄວາມປອດໄພ ແລະສິ່ງອໍານວຍຄວາມສະດວກຕ່າງໆຢ່າງຄົບຊຸດ ໂດຍເປັນການ
ຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນໃນມູນຄ່າ 1,246 ລ້ານເຢັນ ແລະກູ້ຢືມຈາກລັດຖະບານ
ຈີນອີກຈໍານວນນຶ່ງ.
ສ່ວນອີກ 4 ໂຄງການທີ່ເຫຼືອ ກໍປະກອບດ້ວຍການພັດທະນາປັບປຸງຖະໜົນ 21 ເສັ້ນໃນ
ເຂດນະຄອນວຽງຈັນ ການກໍ່ສ້າງເຮືອນຮັບແຂກຂອງຄະນະຜູ້ແທນ ASEM ຈໍານວນ 52
ຫຼັງຢູ່ດອນຈັນ ການກໍ່ສ້າງໂຮງແຮມ 8 ຊັ້ນ ລະດັບ 5 ດາວ ຢູ່ດອນຈັນ ແລະການກໍ່ສ້າງ
ເຮືອນພັກສໍາລັບຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມອີກ 50 ຫຼັງຢູ່ບ້ານພະຂາວ ເມືອງ
ໄຊທານີ ຊຶ່ງທັງໝົດນີ້ກໍເປັນການລົງທຶນ ແລະການຊ່ວຍເຫຼືອຈາກຈີນເຊັ່ນດຽວກັນ.