ອົບພະຍົບ 4,500 ຄົນໄດ້ຖືກ ຊ່ວຍເຫຼືອ ຂຶ້ນຈາກ ທະເລ ເມດີເທເຣນຽນ

ຄະນະກຳມະການເພື່ອນະໂຍບາຍບ້ານໃກ້ເຮືອນຄຽງ ຢູໂຣບ ທ່ານ Johannes Hahn ຈັບມືກັບອົບພະຍົບຄົນໜຶ່ງທີ່ສູນ ແຫ່ງໜຶ່ງ ໃກ້ກັບເມືອງ Gevgelija. 19 ກັນຍາ, 2015.

ຕຳຫຼວດ​ຍາມ​ຊາຍ​ຝັ່ງ​ຂອງ ອິິຕາ​ລີ ກ່າວ​ວ່າ ຫຼາຍ​ກວ່າ 4500 ຄົນ​ໄດ້​ຖືກ​ຊ່ວຍ​ເຫຼື​ອ​ຢູ່​ນອກ​ຊາຍ​ຝັ່ງ​ຂອງ ລີ​ເບຍ ​ໃນ​ວັນ​ເສົາ​ວານ​ນີ້, ​ໃນ​ຂະນະ​ທີ່​ນຳ​ທະ​ເລ​ສະຫງົບ​ໄດ້​ພັດ​ເອົາ​ບັນດາ ອົບ​ພະ​ຍົບທີ່​ຟ້າວ​ພະຍາຍາມ​ເດີນທາງ​ເຂົ້າ​ໄປ​ໃນ ຢູ​ໂຣບ ​ໃນ​ເຮືອ​ທີ່​ແອ​ອັດ​ ​ແລະ ​ເຮືອ​ບັນທຸກ​ທ້ອງ​ແບນ.

​ຖະ​ແຫຼ​ງການຂອງຕຳຫຼວດ​ຍາມ​ຊາຍ​ຝັ່ງ​ໄ​ດ້ກ່າວ​ວ່າ ທາງ​ໜ່ວຍ​ງານ​ໄດ້​ປະສານ​ງານ​ກັບ​ໜ່ວຍກູ້​ໄພ 20 ໜ່ວຍ, ​ແລະ​ກ່າວ​ວ່າ ສົບ​ຂອງ​ແມ່ຍິງ​ຄົນ​ໜຶ່ງ​ໄດ້​ຖືກ​ພົບ​ເຫັນ​ໃນ​ເຮືອ​ທ້ອງ​ແບນ​ລຳ​ໜຶ່ງ. ໜ່ວຍ​ກູ້​ໄພ​ຂອງ ກຣິສ ​ແລະ ​ເຮືອ​ຈາກ ​ເຢຍລະ​ມັນ, ໂຄຣ​ເອ​ເຊຍ ​ແລະ ອັງກິດ ​ແມ່ນ​ໄດ້​ເຂົ້າ​ຮ່ວມໃນ​ພາລະກິ​ດນີ້ ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ຈາກ​ກຸ່ມແພດ​ບໍ່​ມີ​ພົມ​ແດນ.

ຜູ້ປະສານ​ງານ​ການ​ແພດ​ສຸກ​ເສີນ ທ່ານ Simon Burroughs ​ໄດ້​ກ່າວ​ຕໍ່​ອົງການ​ຂ່າວ​ຂອງ ຝຣັ່ງ ​ວ່າ “ພວກ​ເຮົາ​ໄດ້​ເລີ່​ມກ່ອນ​ຟ້າ​ສະຫວ່າງ​ໃນ​ຕອນ​ເຊົ້າ​ມື້​ນີ້​ພ້ອມ​ດ້ວຍ​ການ​ກູ້​ໄພ​ຄັ້ງ​ທຳ​ອິ​ດຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ກອບ​ກູ້​ເອົາເຮືອໄມ້ 2 ລຳ ​ແລະ ​ເຮືອ​ຢາງ 2 ລຳ.” ທ່ານ​ໄດ້ກ່າວ​ວ່າ ຜູ້​ທີ່​ໄດ້​ຖືກ​ຊ່ວຍ​ເຫຼືອ​ນັ້ນ​ລວມມີ​ຊາວ Eritrea, ​ໄນ​ຈີ​ເຣຍ, ​ໂຊມ​າລີ, ລີ​ເບຍ, ຊີ​ເຣຍ ​ແລະ ອາ​ຟຣິກາ ຕາ​ເວັນ​ຕົກ.

ການ​ເພີ່ມ​ຂຶ້ນ​ຂອງ​ອົບ​ພະ​ຍົບ​ໃນວັນ​ເສົາ​ວານ​ນີ້ ​ໄດ້​ເກີດ​ຂຶ້ນ​ຫຼັງ​ຈາກ​ສະພາບ​ອາກາດ​ທີ່​ບໍ່​ດີ​ ທີ່​ໄດ້​ເຮັດ​ໃຫ້ການ​ໄຫຼເຂົ້າ​ຂອງ​ອົບ​ພະຍົບຊ້າ​ລົງ. ສະພາບ​ການ​ແມ່ນ​ເກີດຂຶ້ນ​ພ້ອມໆ​ກັບ​ບັນດາ​ຜູ້ນຳ ຢູ​ໂຣບ ສືບ​ຕໍ່​ດີ້ນຮົນໃນ​ການ​ຮັບ​ມື​ກັບ​ການ​ເຄື່ອນ​ຍ້າຍ​ຂອງ​ມວນ​ມະນຸດ​ເຂົ້າ​ສູ່ທະວີບ ດັ່ງກ່າວ​ຕັ້ງ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2​ເປັນ​ຕົ້ນ​ມາ.

ສຳລັບ​ບ່ອນ​ອື່ນ, ປະ​ເທດ ອອສ​ເຕຣຍ ​ໃນ​ວັນ​ເສົາ​ວານ​ນີ້​ໄດ້​ຮັບເອົາ​ຊາວ​ອົບ​ພະຍົບຫຼາຍ 10000 ຄົນ​ເພີ່ມ​ຂຶ້ນ, ຫຼັງ​ຈາກ​ເຈົ້າ​ໜ້າ​ທີ່ຂອງ ຮັງ​ກາຣີ ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ໄດ້​ປ່ຽນ​ກົນລະ ຍຸດ ​ແລະ ​ເລີ່​ມ​ເຄື່ອນ​ຍ້າຍ​ຊາວ​ອົບ​ພະຍົບຫຼາຍ​ພັນ​ຄົນ​ໄປ​ຍັງ​ເຂດ​ຊາຍ​ແດນ​ຂອງ
ອອສ​ເຕຣຍ.

ວິກິດການ ອົບພະຍົບ ຢູໂຣບ 20 ກັນຍາ 2015