ຜູ້ນຳ ອີຢູ ບໍ່ລົງຮອຍກັນ ກ່ຽວກັບ ການເລືອກ ຫົວໜ້າ ບໍລິຫານ ຄົນໃໝ່ (ວີດີໂອ)

ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ເດີນທາງໄປເຖິງ ນະຄອນບຣັສເຊີລ ເພື່ອເຂົ້າຮວມກອງປະຊຸມ

ບັນດາຜູ້ນຳຂອງປະເທດຕ່າງໆໃນ​ສະຫະພາບ​ຢູ​ໂຣບ ຫຼືອີິຢູ ​ກຳ
ລັງຢູ່​ທີ່ນະຄອນ​ບຣັສ​ເຊີ​ລ ເພື່ອພົບປະສຸດຍອດ​ເປັນ​ເວລາ​ສອງ
​ວັນທີ່​ຄາດກັນ​ວ່າຈະມີການ​ເລືອກ​ເອົາ​ຜູ້ນຳ​ກຳມາທິການຢູໂຣບ
ຄົນ​ໃໝ່ຊຶ່ງ​ຫົວໜ້າຄະນະ​ບໍລິຫານ​ ຂອງສະຫະພາບຢູໂຣບນັ້ນ.

ທ່ານ​ Jean-Claude Juncker ອະດີດ​ນາຍົກລັດຖະມົນຕີລຸກ​
ຊຳເບີກ ​ເປັນ​ທີ່​ຄາດ​ກັນ​ຢ່າງ​ກວ້າງ​ຂວາງ​ວ່າ ຈະ​ໄດ້ຮັບການຢືນ
ຢັນ ໃຫ້​ເປັນຫົວໜ້າ​ກຳມາທິ ການຢູໂຣບ​ຄົນ​ຕໍ່​ໄປ.

​ແຕ່​ນາ​ຍົກ​ລັດຖະມົນຕີອັງກິດ ທ່ານ David Cameron ຄັດຄ້ານ​
ຕໍ່​ການ​ທີ່ທ່ານ Juncker ຈະ​ມາ​ເປັນ​ປະທານກຳມາທິການຊຶ່ງ
​ທ່ານກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ “ເປັນ ​ບຸກຄົນ​ທີ່ບໍ່​ເໝາ​ສົມ​ ຈະ​ນຳພາ​ອົງການນີ້ ໃຫ້​ກ້າວໄປ
ໜ້າ.” ​ເຖິງ​ແມ່ນ​ຈະ​ມີ​ພັນທະ​ມິດ​ຈຳນວນບໍ່ຫຼາຍສະໜັບສະໜຸນທ່ານກ່ຽວກັບ​ເລຶ່ອງກໍຕາມ ແຕ່ ທ່ານ Cameron ກ່າວ​ວ່າ ທ່ານ Junkerຂາດ​ການຕັດສິນໃຈ ​ແລະ​ຊັບພະ​ຍາກ​ອນ ທີ່​ຈະຈັດຕັ້ງປະຕິບັດການປະຕິຮູບ​.​

ການ​ຄັດຄ້ານ​ຂອງ​ທ່ານ Cameron ​ແມ່ນເປັນການສະໜັບສະໜຸນ ຕໍ່​ຄວາມ​ຢ້ານ​ກົວທີ່ວ່າ
ອັງກິດ ທີ່​ຍັງ​ໃຊ້​ເງິນ​ຕາຂອງ​ຕົນ​ເອງ ​ແທນ​ທີ່​ຈະແມ່ນ​ເງິນ​ຢູ​ໂຣນັ້ນ ອາດ​ເລືອກຖອນໂຕ​ອອກ​
ຈາກສ​ະຫະພາບ​ຢູ​ໂຣບກໍເປັນໄດ້.

​ໃນ​ວັນ​ພະຫັດ​ວານ​ນີ້ ຜູ້ນຳຂອງສະຫະພາບຍ​ຢູ​ໂຣບຫລາຍ​ຄົນ ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເມືອງ
Ypres ປະ​ເທດແບ​ລຢ້ຽມ ​ເພື່ອ​ເປັນ​ຂີດ​ໝາຍ​ຄົບຮອບ​ຮ້ອຍ​ປີ ນັບ​ແຕ່ໄດ້ເກີດສົງ​ຄາມ​ໂລກ
ຄັ້ງ​ທີ​ນຶ່ງ​. ພິທີຊຶ່ງຈັດຂຶ້ນຢູ່ທີ່ປະຕູ​ໂຂງ​ Menin ເພື່ອໄວ້ອາ ໄລໃຫ້ແກ່ພວກທີ່ເສຍຊີວິດໄປ
ນັ້ນ ​ໄດ້​ມີ​ຂື້ນ​ພຽງສອງ​ມື້ ກ່ອນ​ວັນ​ຄົບ​ຮອບ 100 ປີ​ ຂອງ​ການລອບ​ສັງຫານ ເຈົ້າຊາຍ Archduke Franz Ferdinand ​ທີ່ນະຄອນ Sarajevo.

Your browser doesn’t support HTML5

EU SUMMIT VO