ອີຢູ ເລື່ອນການຕັດສິນໃຈ ກ່ຽວກັບການຊ່ວຍເຫລືອ ກຣີສ ຕື່ມອີກ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

Members of the Britannia Coconut dancers perform on the roadside near Bacup, northern England. The group, which can trace its origins to the mid-1800s, dance along the town's roads every Easter Saturday following a tradition to mark out the boundaries of the town.

ທ່ານ Jean-Claude Trichet ຫົວໜ້າ​ທະນາຄານ​ກາງຂອງ​ສະຫະພາບ​ຢູ​ໂຣບກ່າວ​ວ່າ
ຖານະ​ການ​ເງິນ​ຂອງ​ພວກ ​17​ ປະ​ເທດສະມາຊິກ​ທີ່​ໃຊ້​ເງິນ​ຢູ​ໂຣ​ ແມ່ນ​ດີກ​ວ່າ​ຖານະ​ການ
ເງິນ​ຂອງ​ພວກ​ປະ​ເທດ​ເສດຖະກິດ​ໃຫຍ່​ອື່ນໆ.

ທ່ານ Trichet ກ່າວ​ເຊ່ນ​ນັ້ນໃນ​ວັນ​ເສົາ​ວານ​ນີ້ ​ໃນ​ຕອນ​ອັດ​ກອງ​ປະຊຸມເປັນ​ເວລາ​ສອງ​ມື້​
ຂອງ​ພວກ​ລັດຖະມົນຕີ​ການ​ເງິນ​ຂອງ​ສະຫະພາບ​ຢູ​ໂຣບ ທີ່​ເມືອງ Wroclaw ປະ​ເທດ
Poland ຊຶ່ງ​ທ່ານ Trichet ກ່າວ​ຕື່ມວ່າ ພາບ​ພົດ​ໄລຍະ​ປານ​ກາງ​ສໍາລັບ​ພວກ​ປະ​ເທດ​ທີ່​
ໃຊ້ເງິນ​ຢູ​ໂຣ ​ແມ່ນເປັນ​ທີ່ໃຫ້​ກໍາລັງໃຈ.

ຂໍ້​ຄິດ​ເຫັນ​ຂອງ​ທ່ານ​ມີ​ຂຶ້ນ​ລຸນຫລັງ​ການຖະແຫລ​ງຂອງ​ທ່ານ Timothy Geithner ລັດຖະ
ມົນຕີ​ການ​ເງິນສະຫະລັດ​ໃນ​ວັນ​ສຸກຜ່ານ​ມາ ທີ່​ຮຽກຮ້ອງ​ໃຫ້​ສະຫະພາບ​ຢູ​ໂຣບທໍາ​ການ
ເຄື່ອນ​ໄຫວ​ໂດຍ​ໄວ​ ​ເພື່ອ​ແກ້​ໄຂ​ວິກິດ​ການ​ການ​ເງິນ​ຂອງ​ຕົນ​ນັ້ນ.

ນອກ​ນີ້​ ທ່ານ Geithner ຍັງ​ກ່າວ​ເຊ່ນ​ກັນ​ວ່າ ການ​ໂຕ້​ຖຽງ​ກັນ​ດ້ານ​ການ​ເມືອງ​ໃນ​ຢູ​ໂຣບ
ນັ້ນ​ ເຮັດ​ໃຫ້​ສະຖານະການ​ຍິ່ງ​ຮ້າຍ​ແຮງ​ຂຶ້ນ.

ການ​ໄປ​ມີໜ້າ​ຂອງ​ທ່ານ Geithner ທີ່​ກອງ​ປະຊຸມທີ່​ໂປ​ແລນ​ນັ້ນ​ໃຫ້​ສັນຍານ​ເຖິງ​ຄວາມ​
ເປັນ​ຫ່ວງ​ທີ່​ກໍາລັງ​ເພີ່ມ​ທະວີຂຶ້ນຂອງ​ສະຫະລັດ ທີ່​ວ່າວິ​ກິດ​ການ​ການ​ເງິນ​ຂອງ​ຢູ​ໂຣບ
ອາດຈະ​ເປັນ​ໄພ​ຂົ່ມຂູ່​ຕໍ່​ການ​ຟື້ນ​ໂຕ​ຄືນ​ຂອງເສດຖະກິດ​ຂອງສະຫະລັດ​ນັ້ນ.

ພວກ​ລັດຖະມົນຕີ​ການ​ເງິນ​ຂອງ​ສະຫະພາບ​ຢູ​ໂຣບ​ ໄດ້​ເລື່ອນ​ການ​ຕັດສິນໃຈ​ຂອງ​ຕົນ
ອອກ​ໄປ ກ່ຽວ​ກັບ​ວ່າ​ຈະອະນຸມັດ​ເງິນ​ຊ່ອຍ​ເຫລືອຈໍານວນ 11 ຕື້​ໂດ​ລາ​ງວດ​ຕໍ່​ໄປ​ ໃຫ້
ປະ​ເທດ Greece ຫລື​ບໍ່ ເພື່ອ​ຊ່ວຍໃຫ້ກຣີສຫລີກ​ເວ້ນ​ການ​ຈ່າຍໜີ້​ສິນ​ບໍ່​ໄດ້​ນັ້ນ.

ນາຍົກລັດຖະມົນຕີ ກຣິສ ທ່ານ George Papandreou ​ໄດ້​ລົບລ້າງ​ແຜນການ​ຢ້ຽມຢາມ
ສະຫະລັດ​ຂອງ​ທ່ານ​ ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການທີ່ຮ້າຍ​ແຮງ​ລົງ​ອີກ​ໃນ​ປະ​ເທດ​ຂອງ​ງທ່ານ​ນັ້ນ.
ກຣິສ ກໍາລັງ​ຖືກ​ກົດ​ດັນໃຫ້​ປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ທີ່​ປະຢັດ​ມັດທະຍັດ​ຂອງ​ຕົນ​ທີ່​ໃຫ້​ໄວ້
ຕໍ່ສະຫະພາບ​ຢູ​ໂຣບ​ ເພື່ອ​ຕົນ​ຈະ​ໄດ້​ຮັບ​ເງິນ​ຊ່ອຍ​ເຫລືອງ​ວດຕໍ່​ໄປ​ ຂອງຈໍານວນ 150 ຕື້​
ໂດລາ ທີ່​ອີ​ຢູ​ໄດ້ອະນຸມັດ​ໃຫ້​ແລ້ວສໍາລັບ​ການ​ຊ່ອຍ​ເຫລືອ​ລັດຖະບານ​ກຸງ Athens ຊໍາລະ​
ໜີ້ສິນ​ຂອງ​ຕົນ​ນັ້ນ.