ສະຫະພາບຢູໂຣບ ຫລື ອີຢູ EU ໄດ້ຍືດເວລາຂອງການລົງໂທດຕໍ່ຣັດເຊຍທີ່ກ່ຽວພັນກັບເລື້ອງສະພາບໂກລະຫົນຢູ່ໃນພາກຕາເວັນອອກຂອງຢູເຄຣນ ແລະຮຽກຮ້ອງໃຫ້ຣັດເຊຍໃຫ້ຮ່ວມມືກັບການສືບສວນຕໍ່ເລື້ອງການຍິງເຮືອບິນອາຍພົ່ນໂດຍສານຂອງມາເລເຊຍຕົກນັ້ນ ອອກໄປອີກ.
ໂຄສົກຂອງອີຢູ (EU) ກ່າວໃນວັນພະຫັດວານນີ້ວ່າ "ການລົງໂທດ ຕໍ່ຣັດເຊຍ ແມ່ນໄດ້ຮັບການເຫັນດີແບບເປັນເອກະສັນກັນວ່າ ໃຫ້ຍືດເວລາອອກໄປຕື່ມອີກ 6 ເດືອນ ເພາະບໍ່ມີການຈັດຕັ້ງປະຕິບັດຂໍ້ຕົກລົງມິນສຄ໌.”
ທ່ານໝາຍເຖິງຂໍ້ຕົກລົງປີ 2014 ທີ່ແນໃສ່ຍຸຕິການສູ້ລົບກັນ ຢູ່ໃນພາກຕາເວັນອອກຂອງຢູເຄຣນ ລະຫວ່າງພວກກະບົດທີ່ໜຸນຫລັງໂດຍຣັດເຊຍ ແລະກຳລັງທະຫານຂອງຢູເຄຣນ.
ທ່ານ ເຟຣດ ແວສເຕີເບັກເກ (Fred Westerbeke) (ຂວາ) ໄອຍະການຊາວ ເນເທີແລນ ເຂົ້າຮ່ວມການສືບສວນການຍິງເຮືອບິນຂອງມາເລເຊຍ, ຖ້ຽວບິນ MH17 ຕົກໃນຢູເຄຣນ ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວໃນເນເທີແລນ, 28 ກັນຍາ, 2016
ການລົງໂທດຊຸດນຶ່ງຕ່າງຫາກອີກ ທີ່ຫ້າມປະເທດອີຢູ (EU) ບໍ່ໃຫ້ເຮັດທຸລະກິດກັບແຫລມແຄຣມເມຍ ທີ່ຣັດເຊຍໄດ້ປະກາດໃຫ້ເປັນສວ່ນນຶ່ງຂອງຕົນນັ້ນ ກໍຖືກຍືດເວລາອອກໄປອີກນຶ່ງປີ. ພ້ອມກັນນັ້ນ ສະຫະພາບຢູໂຣບຍັງເວົ້າອີກວ່າ ຕົນກຳລັງພິຈາລະນາທີ່ຈະປະຕິເສດບໍ່ຮັບຮູ້ໜັງສືຜ່ານແດນຣັດເຊຍທີ່ອອກໃຫ້ຢູ່ເຂດພາກຕາເວັນອອກຂອງຢູເຄຣນ.
ພວກຜູ້ນຳຂອງ ອີຢູ (EU) ຍັງໄດ້ຮຽກຮ້ອງໃຫ້ຣັດເຊຍ "ໃຫ້ການຮ່ວມມືຢ່າງເຕັມສ່ວນ" ກັບການສືບສວນທີ່ນຳພາໂດຍຊາວເນເທີແລນ” ຕໍ່ເລື້ອງການຍິງເຮືອບິນອາຍພົ່ນໂດຍສານຂອງມາເລເຊຍຕົກໃນປີ 2014 ຢູ່ໃນພາກຕາເວັນອອກຂອງຢູເຄຣນທີ່ໄດ້ເຮັດໃຫ້ 298 ຄົນເສຍຊີວິດນັ້ນ.
ໃນວັນພຸດຜ່ານມານີ້ ພວກໄອຍະການໄດ້ຕັ້ງຂໍ້ກ່າວຫາຕໍ່ຄົນຣັດເຊຍ 3 ຄົນ --ຄືທ້າວ ອີກໍ ເກີຄິນ (Igor Girkin), ເຊີເກ ດູບິນສ໌ກີ (Sergey Dubinskiy) ແລະ ໂອເລກ ພູລາຕັອຟ (Oleg Pulatov) -- ແລະຊາວຢູເຄຣນຄົນນຶ່ງ ຄືທ້າວ ເລໂອນິດ ຄາເຊນໂກ (Leonid Karchenko) ວ່າເປັນຄາດຕະກອນ.
"ສະພາຢູໂຣບກ່າວເນັ້ນຢ້ຳການສະໜັບສະໜຸນຂອງຕົນຢ່າງເຕັມສ່ວນຕໍ່ການດຳເນີນຄວາມພະຍາຍາມທຸກຢ່າງທີ່ຈະພາໃຫ້ມີການພົບຄວາມຈິງ, ຄວາມຍຸຕິທຳ ແລະຄວາມຮັບຜິດຊອບ ຕໍ່ພວກໄດ້ຮັບເຄາະຮ້າຍ ແລະຍາດພີ່ນ້ອງຂອງພວກເຂົາເຈົ້າ," ນັ້ນຄືຄຳເວົ້າຂອງພວກຜູ້ນຳ ອີຢູ (EU) ຊຶ່ງໄດ້ກ່າວຕໍ່ໄປວ່າ ພວກເພິ່ນມີຄວາມເຊື່ອໝັ້ນຢ່າງເຕັມສ່ວນ ໃນຄວາມເປັນອິດສະລະ ແລະການເຮັດວຽກແບບເປັນມືອາຊີບຂອງພວກນັກສືບສວນ ສອບສວນ.
ທ່ານ ເຟຣດ ແວສເຕີເບັກເກ (Fred Westerbeke), ໄອຍະການຊາວ ເນເທີແລນ ກ່າວຢູ່ໃນນະຄອນ ເຮກ (Hague) ວ່າ ເຖິງແມ່ນພວກຕ້ອງສົງໄສອາດຈະບໍ່ໄດ້ “ກົດປຸ່ມດ້ວຍຕົນເອງກໍຕາມ ແຕ່ເປັນໜ້າສົງໄສວ່າ ພວກເຂົາກໍໄດ້ມີການຮ່ວມມືກັນເປັນຢ່າງດີ ເພື່ອໃຫ້ໄດ້ເຄື່ອງຍິງຈະຫລວດທີ່ຍິງເຄື່ອງບິນອາຍພົ່ນ ນັ້ນ."