ເຢຍຣະມັນ ຖືກກົດດັນ ໃຫ້ໂຍະຍານ ມາດຕະການ ປະຢັດມັດທະຍັດ ຕໍ່ກຣີສ (ວີດີໂອ)

  • ທອງປານ ເທບວົງສາ
    ສິງ ບູຣົມມະວົງ

ນາຍົກລັດຖະມົນຕີອິຕາລີ Mario Monti (ຊ້າຍ) ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍຣະມັນ ແລະທ່ານ Francois Hollande ປະທານາທິບໍດີຄົນໃໝ່ຝຣັ່ງ (ຂວາ) ທີ່ກອງປະຊຸມສຸດຍອດ EU

ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍຣະມັນ ປະ​ເຊີນກັບ ​ຄວາມ​ກົດ​ດັນ​ເມື່ອ​ວັນ​ພຸດ​ວານ​ນີ້ ທີ່ນະຄອນ Brussels ປະ​ເທດ​ເບ​ລຢ້ຽມ ​ເພື່ອ​ໂຍະຍານ​ມາດ​ຕະການ​ປະຢັດ​ມັດທະຍັດ​ດ້ານ​ເສດຖະກິດ ທີ່ຂົ່ມຂູ່​ຈະ​ຜັກ​ດັນ​ໃຫ້ກຣີສ ອອກ​ຈາກ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣນັ້ນ.

ບັນດາ​ຜູ້​ນໍາ 27 ປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ ກັບ​ແນວທາງ​ທີ່​ຈະເລັ່ງລັດ​ການ​ເຕີບ​ໂຕ​ເສດຖະກິດ​ທົ່ວ​ຂົງ​ເຂດ ​ແລະ​ແກ້ ​ໄຂ​ວິ​ກິດການ​ດ້ານ​ເງິນຕາ ​ໃນ​ລະຫວ່າງ​ການ​ຮັບ​ປະທານ​ອາຫານ​ຄໍ່າ​ສຸດ​ຍອດ​ທີ່​ນະຄອນຫຼວງຂອງ​ເບ​ລຢ້ຽມ​.

ຝຣັ່ງ ​ແລະ ​ເຢຍຣະມັນ ຊຶ່ງ​ຄັ້ງ​ນຶ່ງ​ເຄີຍຮ່ວມ​ກັນໃຫ້​ມີ​ການ​ຮັບ​ເອົາ​ມາດ​ຕະການ​ທີ່​ເຄັ່ງ​ຄັດ​ນັ້ນ ບັດ​ນີ້​ມີ​ທ່າ​ທີ​ທີ່​ຂັດ​ແຍ້​ງ ກັນ ນັບ​ຕັ້ງ​ແຕ່​ທ່ານ Francois Hollande ປະທານາທິບໍດີ​ຄົນ​ໃໝ່​ສັງກັດພັກ​ສັງ​ຄົມນິຍົມ ຂອງຝຣັ່ງ ​ເຂົ້າມາ​ບໍລິຫານ​ປະ​ເທດ​ເມື່ອ​ຕົ້ນ​ເດືອນ​ນີ້.

ທ່ານ Hollande ກໍາລັງ​ຮຽກຮ້ອງ​ໃຫ້​ເອົາ​ການ​ເຕີບ​ໂຕ​ເສດຖະກິດ ​ເປັນວິທີ​ທາງ​ໃຫ້ພົ້ນ​ຈາກ​ວິກິດ​ການ ​ແທນທີ່​ຈະ​ໃຊ້​ມາດ​ຕະການ​ປະຢັດ​ມັດທະຍັດ​ພຽງ​ຢ່າງດຽວ​ເທົ່າ​ນັ້ນ. ນອກ​ນີ້​ແລ້ວ ຜູ້​ນໍາ​ເຢຍຣະມັນ ຍັງ​ກ່າວ​ວ່າ ທ່ານ​ນາງ​ພ້ອມ​ແລ້ວ ທີ່​ຈະ​ຊອກ​ຫາຊ່ອງ​ທາງ​ຕ່າງໆ​ ສຳ​ຫຼັບ​ຊ່ວຍ​ເຫຼືອກຣີສ​ຢູ່ ​ແຕ່​ໄດ້​ປະຕິ​ເສດຕໍ່ການ​ຮຽກຮ້ອ​ງ​ໃຫ້​ມີ​ອອກພັນທະບັດ​ເງິນ​ຢູ​ໂຣ ຊຶ່ງ​ເປັນ ການມີ​ໜີ້​ສິນຮ່ວມ​ກັນ​ຂອງ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣນັ້ນ ​ໂດຍ​ກ່າວ​ວ່າ ວິທີ​ການ​ທີ່​ກ່າວ​ມາ​ນີ້ ​ໜ້າ​ຈະ​ຊ່ວຍ​ກະຕຸກ​ຊຸກຍູ້​ການ​ເຕີ​ບໂຕ​ເສດຖະ​ກິດ​ໃນ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣນັ້ນ.

ລ່ວງ​ໜ້າ​ກອງ​ປະຊຸມນັ້ນ ທ່ານ George Papandreou ອະດີດ​ນາຍົກ ລັດຖະມົນຕີ ກຣີສ ກ່າວ​ວ່າ ນີ້​ເປັນ​ຊ່ວງ​ທີ່​ຈະ​ໃຫ້​ຜົນ ຫຼື​ແຕກ​ຫັກ​ໄດ້ ສໍາ​ລັບ ກຣີສ ​ແລະ​ພາກ​ພື້ນ​ຢູ​ໂຣບ.

ບັນດາ​ຜູ້​ນໍາ​ຢູ​ໂຣບ ບໍ່​ຄາດ​ວ່າ​ຈະ​ສາມາດ​ຮັບ​ເອົາ​ແຜນການ​ປະຕິບັດ​ອັນ​ແນ່ ນອນ​ໃດໆ ກ່ອນ​ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່​ຂອງ​ກຣີສ​ ໃນ​ເດືອນ​ມິຖຸນາ​ນີ້. ຖ້າ ຫາກ​ວ່າ​ ບັນດາ​ນັກ​ການເມືອງ​ທີ່​ຕໍ່ຕ້ານ​ມາດ​ຕະການ​ປະຢັດ​ມັດທະຍັດຊະ ນະ​ແລ້ວ ກຣີສກໍ​ຈະ​ຕ້ອງ​ຖອນ​ອອກ​ຈາກ​ປະ​ເທດ​ໃຊ້​ເງິນ​ຢູ​ໂຣ ທີ່​ມີ​ສະມາ​ຊິກ 17 ປະ​ເທດ​ນັ້ນ.