ລັດຖະມົນຕີກະຊວງພາຍໃນ ຂອງອັງກິດ ຝຣັ່ງ ແລະ ເຢຍຣະມັນ
ໄດ້ຮຽກຮ້ອງໃຫ້ຈັດກອງປະຊຸມພິເສດກັບ ບັນດາລັດຖະມົນຕີ
ພາຍໃນ ແລະ ຍຸດຕິທຳ ຂອງສະຫະພາບຢູໂຣບ ພາຍໃນສອງ
ອາທິດຂ້າງໜ້ານີ້ ເພື່ອຮັບມືກັບວິກິດການ ຂອງຊາວອົບພະຍົບ
ທີ່ເພີ້ມຂຶ້ນເລື້ອຍໆ ໃນທະວີບຢູໂຣບນັ້ນ.
ບັນດາລັດຖະມົນຕີ ກ່າວໃນຖະແຫລງການສະບັບ ວັນອາທິດມື້ນີ້
ວ່າ ພວກເພິ່ນ ຕ້ອງການຫາ “ບາດກ້າວທີ່ເປັນຮູບປະທຳ” ເພື່ອ
ແກ້ໄຂບັນຫາ ເລື້ອງຄົນເຂົ້າເມືອງທີ່ເພີ້ມຂຶ້ນນີ້.
ຊາວອົບພະຍົບ ຈຳນວນນຶ່ງ ພະຍາຍາມ ຂຶ້ນລົດເມ ຫຼັງຈາກທີ່ ຂີ່ເຮືອໂດຍສານ Eleftherios Venizelos ໄປເຖິງ ເມືອງທ່າເຮືອ Piraeus ໃກ້ ກັບນະຄອນຫຼວງ ເອເທັນ ຂອງປະເທດກຣິສ, ວັນທີ 29 ສິງຫາ 2015.
ປະເທດມາເຊໂດເນຍໄດ້ປະກາດພາວະສຸກເສີນ ເມື່ອຕົ້ນເດືອນນີ້ ໃນການຮັບມືກັບການຂ້າມຊາຍແດນເຂົ້າມາຈາກປະເທດກຣິສ ຂອງພວກຊາວອົບພະຍົບ ຈຳນວນ 3,000 ຄົນ ແຕ່ລະມື້ ທີ່ພະຍາຍາມເດີນທາງເຂົ້າໄປ ໃນປະເທດພາກຕາເວັນຕົກຂອງຢູໂຣບ.
ຊາວອົບພະຍົບ ຜູ້ທີ່ພົບເຫັນ ພາຍໃນປະເທດອອສເຕຣຍ ໃກ້ຊາຍແດນຕິດກັບປະເທດຮັງກາຣີ ໄດ້ຖືກນຳມາໄວ້ຢູ່ທີ່ສູນຊົ່ວຄ່າວ ໃນເມືອງ Nickeldorf ປະເທດອອສເຕຣຍ, ວັນທີ 29 ສິງຫາ 2015.
ໃນມາເຊໂດເນຍ ເມື່ອວັນອາທິດມື້ນີ້ ຊາວອົບພະຍົບ ຈຳນວນ 500 ຄົນ ໄດ້ຂຶ້ນລົດໄຟ ທີ່ແລ່ນອອກ ຈາກເມືອງ Gevgelija ຢູ່ທາງພາກໃຕ້ ສອງຖ້ຽວຕໍ່ມື້ ໄປຍັງຊາຍແດນທາງພາກໃຕ້ຂອງມາເຊໂດເນຍ ບ່ອນທີ່ພວກເຂົາສາມາດຂ້າມເຂົ້າໄປຍັງປະເທດເຊີເບຍ.
ພວກເດີນຂະບວນ ປະທ້ວງ ຖືປ້າຍ ທີ່ມີຂໍ້ຄວາມວ່າ 'ຍິນດີຕ້ອນຮັບ ຊາວອົບພະຍົບ!' ໃນນະຄອນ Dresden ຢູ່ທາງພາກຕາເວັນອອກ ຂອງເຢຍຣະມັນ, ວັນທີ 29 ສິງຫາ 2015. ສະຖານທີ່ເພິ່ງພາອາໄສແຫ່ງນຶ່ງ ໄດ້ຖືກໂຈມຕີ ໂດຍພວກປະທ້ວງຫົວນິຍົມຂວາຈັດ ໃນນະຄອນ Heidenau ໃກ້ກັບ Dresden ເມື່ອອາທິດແລ້ວນີ້.
ຈາກເຊີເບຍ ຂະນະທີ່ຊາວອົບພະຍົບ ສືບຕໍ່ເດີນທາງເສັ້ນ Balkan ໄປຍັງພາກຕາເວັນຕົກຂອງຢູໂຣບນັ້ນ ຕໍ່ໄປແມ່ນປະເທດຮັງກາຣີ. ແຕ່ເຖິງຢ່າງໃດກໍຕາມ ຮັງກາຣີ ກໍໄດ້ປະກາດໃນວັນເສົາວານນີ້ ວ່າ ຕົນໄດ້ສຳເລັດການວາງຮົ້ວໜາມກີດກັ້ນ ທີ່ຄົມຄືກັບມີດແຖ ຕາມຊາຍແດນຕິດກັບເຊີເບຍ. ອົງການຂ່າວຝຣັ່ງ ລາຍງານໃນວັນເສົາວານນີ້ວ່າ ຮົ້ວກີດກັ້ນ ທີ່ມີຄວາມຍາວ 175 ກິໂລແມັດ ອັນເປັນເປົ້າໝາຍເພື່ອຢຸດຢັ້ງການຫລັ່ງໄຫລເຂົ້າມາຂອງຊາວອົບ ພະຍົບນັ້ນ ມາເຖິງເວລານີ້ ຖືວ່າຫລົ້ມແຫລວ ໃນການປ້ອງກັນພວກຄົນຂ້າມເຂົ້າມາໃນປະເທດ.
ຊາວອົບພະຍົບຊີເຣຍ ເດີນທາງຕາມເສັ້ນທາງແຫ່ງນຶ່ງ ຫຼັງຈາກຂ້າມເຂົ້າໄປໃນປະເທດຮັງກາຣີ ຈາກຊາຍແດນຕິດກັບເຊີເບຍ ໃກ້ກັບເມືອງ Roszke, ປະເທດຮັງກາຣີ, ວັນທີ 29 ສິງຫາ 2015.
Your browser doesn’t support HTML5
Europe Migrants