ນາຍົກລັດຖະມົນຕີເອທິໂອເປຍ ທ່ານອາບີອີ ອາເໝັດ ອາລີ ເປັນຜູ້ຊະນະລາງວັນ
ໂນແບລຂະແໜງສັນຕິພາບປີ 2019 ໃນຄວາມພະຍາຍາມເພື່ອສ້າງສັນຕິພາບ
ກັບປະເທດເພື່ອນບ້ານເອຣິເທຣຍ.
ທ່ານເບີຣິດ ເຣສ-ແອນເດີສັນ ປະທານຄະນະກຳມະການລາງວັນໂນແບລທີ່ມີສະມາ
ຊິກຫ້າທ່ານຂອງນໍເວ ທີ່ໄດ້ປະກາດມອບລາງວັນໂນແບລຂະແໜງສັນຕິພາບ ກ່າວ
ວ່າ ທ່ານອາບີອີ ໄດ້ຖືກເລືອກ ກໍຍ້ອນຂໍ້ລິເລີ້ມທີ່ເດັດດ່ຽວ ເພື່ອຍຸຕິບັນຫາຂັດແຍ້ງ
ຂອງປະເທດທ່ານກັບເອຣິເທຣຍ ພາຍໃນບໍ່ເທົ່າໃດເດືອນ ຫລັງຈາກການເຂົ້າກຳ
ຕຳແໜ່ງຂອງທ່ານ ໃນປີ 2018.
ຄະນະກຳມະການມອບລາງວັນໂນແບລຂອງນໍເວ ໄດ້ໃຫ້ຂໍ້ສັງເກດວ່າ ທ່ານອາບີອີ
“ໄດ້ໃຊ້ເວລາ 100 ມື້ທຳອິດຂອງທ່ານ ໃນນາມ ນາຍົກລັດຖະມົນຕີ ຍົກເລີກພາວະ
ສຸກເສີນຂອງປະເທດ ໃຫ້ນິລະໂທດ ແກ່ບັນດານັກໂທດການເມືອງຫຼາຍພັນຄົນ ຢຸດການກວດກາສື່ມວນຊົນ ອອກກົດໜາຍໃຫ້ບັນດາກຸ່ມຝ່າຍຄ້ານທີ່ຜິດກົດໝາຍ
ເປັນອົງການຈັດຕັ້ງທີ່ຖືກຕ້ອງ ປົດພວກຜູ້ນຳທະຫານ ແລະພົນລະເຮືອນທີ່ສົງໄສ
ວ່າສໍ້ລາດບັງຫຼວງ ແລະໃຫ້ພວກແມ່ຍິງມີອິດທິພົນຫຼາຍຂຶ້ນໃນວົງການເມືອງ ແລະ
ຊີວິດປະຊາຄົມ ຂອງເອທິໂອເປຍ.
ຄະນະກຳມະການຮັບຮູ້ວ່າ ຍັງມີວຽກຫຼາຍຢ່າງທີ່ຈະຕ້ອງໄດ້ເຮັດ ເພື່ອໃຫ້ປະຊາທິ
ປະໄຕແຂງແຮງຕື່ມຂຶ້ນຢູ່ໃນເອທິໂອເປຍ ແຕ່ກໍຫວັງວ່າຂໍ້ຕົກລົງສັນຕິພາບກັບ
ເອີຣິເທຣຍ ຈະນຳປະສູ່ການປ່ຽນແປງໃນທາງບວກສຳລັບທັງສອງປະເທດ.
ຄະນະກຳມະການລາງວັນໂນແບລຂະແໜງສັນຕິພາບ ຍັງໄດ້ຮັບຮູ້ທ່ານອາບີອີ
ກ່ຽວກັບການພົວພັນຂອງທ່ານ ໃນຂັ້ນຕອນການສ້າງສັນຕິພາບແລະຄວາມປອງ
ດອງຊາດອື່ນໆ ຢູ່ໃນພາກຕາເວັນອອກ ແລະຕາເວັນອອກສຽງເໜືອຂອງອາຟຣິກາ.
ລາງວັນທີ່ມີມູນຄ່າປະມານ 900,000 ໂດລາ ຈະຖືກມອບໃຫ້ຢູ່ນະຄອນອອສໂລ ໃນ
ວັນທີ 10 ເດືອນທັນວາຈະມາເຖິງນີ້.
ລາງວັນໂນແບລ ຂະແໜງເສດຖະກິດ ວິທະຍາສາດ ຈະໄດ້ມອບໃຫ້ໃນວັນຈັນ ວັນ
ທີ 14 ຕຸລານີ້.
The Norwegian Nobel Committee noted that Abiy "spent his first 100 days as Prime Minister lifting the country's state of emergency, granting amnesty to thousands of political prisoners, discontinuing media censorship, legalizing outlawed opposition groups, dismissing military and civilian leaders who were suspected of corruption, and significantly increasing the influence of women in Ethiopian political and community life."
The committee acknowledged that much work remains to strengthen democracy in Ethiopia, but hopes the peace agreement with Eritrea will lea to more positive changes for both countries.
The Nobel Prize committee also recognized Abiy for his engagement in other peace and reconciliation processed in East and Northeast Africa.
The prize of about $900,000 will be presented in Oslo on December 10.
The Nobel Prize in Economic Sciences will be awarded on Monday, October 14.