ສານອີທີໂອເປຍ ຕັດສິນໂທດຈຳຄຸກ ນັກຂ່າວຊາວສະວີເດັນ 2 ຄົນ

  • ບົວສະຫວັນ

ຕຶກສານສູງຢູ່ນະຄອນຫລວງ Addis Ababa ທີ່ໄດ້ຕັດສິນ ໃນວັນອັງຄານທີ 27 ທັນວານີ້ ວ່າ ນາຍ Martin Schibbye ແລະນາຍ Johan Persson ມີຄວາມຜິດ ຖານໃຫ້ການສະໜັບໜູນການກໍ່ການຮ້າຍ ໃນອີທີໂອເປຍ ແລະຕັດສິນໂທດ ໃຫ້ຈຳຄຸກ ຄົນລະ 11 ປີ.

ສານຂອງອີທິໂອເປຍ ໄດ້ຕັດສິນ​ໂທດນັກຂ່າວຊາວສະວີເດັນ 2 ຄົນ ຊຶ່ງຕ່າງກໍ​ໄດ້​ຮັບ
ໂທດຈຳຄຸກຄົນ​ລະ 11 ປີ ໃນຂໍ້ຫາວ່າໃຫ້ການສະໜັບໜູນການກໍ່ການ ຮ້າຍຢູ່ໃນອີທິ
ໂອເປຍ ແລະໄດ້ເຂົ້າໄປໃນປະເທດດັ່ງກ່າວຢ່າງຜິດກົດໝາຍ.

ສານຢູ່ນະຄອນ Addis Ababa ໄດ້ທໍາການຕັດສິນ​ໂທດດັ່ງກ່າວໃນວັນອັງຄານມື້ນີ້
ຊຶ່ງເປັນເວລາເກືອບ 1 ອາທິດ ລຸນຫລັງທີ່ໄດ້​ພົບ​ເຫັນ​ວ່ານາຍ Martin Schibbye
ນັກຂ່າວສືບສວນແລະນາຍ Johan Persson ຊຶ່ງເປັນນັກຂ່າວຖ່າຍພາບມີ​ຄວາມ​ຜິດ.
ແຕ່ລະຄົນປະເຊີນ​ກັບ​ໂທດຈໍາຄຸກດົນເຖິງ 18 ປີ.

ຜູ້ພິພາກສາທ່ານນຶ່ງກ່າວໃນອາທິດແລ້ວນີ້ວ່າ ພວກນັກຂ່າວທັງສອງ ບໍ່ມີທ່າທີວ່າ ໄດ້ພະຍາຍາມໄປເກັບກໍາເອົາຂ່າວເລີຍ ໃນຂະນະທີ່ພວກເຂົາເຈົ້າໄດ້ເຂົ້າໄປໃນອີທິ
ໂອເປຍໃນເດືອນກໍລະກົດ ກັບກຸ່ມກະບົດ ແນວໂຮມປົດ​ປ່ອຍຊາດ Ogeden ຫລື
ONFL ນັ້ນ ຊຶ່ງຖືກອີທິ​ໂອ​ເປຍ​ລະບຸ​ວ່າ ເປັນກຸ່ມກໍ່ການຮ້າຍກຸ່ມນຶ່ງ.

ພວກນັກຂ່າວທັງສອງໄດ້ຮັບສາລະພາບຜິດວ່າ ໄດ້ເຂົ້າໄປໃນປະເທດດັ່ງກ່າວຢ່າງຜິດ
ກົດໝາຍ ແຕ່ວ່າລັດຖະບານສະວີເດັນ ແລະພວກກຸ່ມປົກ​ປ້ອງສິດທິ​ມະນຸດໄດ້ຕໍາໜິ
ອີທີໂອເປຍວ່າ ຜູ້ຊາຍທັງສອງໄດ້ປະຕິບັດວຽກງານທີ່ຖືກຕ້ອງເໝາະຕາມ​ກົດໝາຍ.