ໂບອິ້ງ ຍອມຮັບວ່າ ເຄື່ອງເຊັ່ນເຊີ້ ທີ່ມີບັນຫາ ອາດພາໃຫ້ເຮືອບິນ ສາຍການບິນ ເອທີໂອເປຍ ເກີດອຸບັດຕິເຫດຕົກ

ເຮືອບິນໂບອິ້ງ 737 ລຸ້ນແມັກສ໌ ຈອດຢູ່ດ້ານນອກ ໃນເດີ່ນເຮືອບິນແຫ່ງນຶ່ງ ໃນລະຫວ່າງ ການນຳສື່ມວນຊົນ ທ່ຽວຊົມ ໂຮງງານຜະລິດເຮືອບິນ ຂອງບໍລິສັດໃນເມືອງ ເຣນຕັນ ຂອງລັດວໍຊິງຕັນ.

ບໍລິສັດໂບອິ້ງ ໄດ້ຍອມຮັບ ໃນວັນພະຫັດວານນີ້ວ່າ ເຄື່ອງເຊັ່ນເຊີ້ທີ່ມີ​ບັນ​ຫາ ​ໃນລະບົບ ການຕໍ່ຕ້ານພາວະຢຸດບິນກາງອາກາດ ມີບົດບາດສ່ວນນຶ່ງທີ່ພາໃຫ້ເຮືອບິນ ຂອງສາຍ
ການບິນເອທີໂອເປຍ ເກີດອຸຸບັດຕິເຫດຕົກຢ່າງຮ້າຍແຮງ ເມື່ອເດືອນແລ້ວນີ້.

ບັນດານັກສືບສວນຂອງເອທີໂອເປຍ ໄດ້ເປີດເຜີຍລາຍງານໃນຂັ້ນຕົ້ນ ຂອງພວກເຂົາ
ເຈົ້າ ກ່ຽວກັບອຸ​ບັດ​ຕິ​ເຫດດັ່ງກ່າວ ທີ່ໄດ້ສັງຫານຜູ້ໂດຍສານ ແລະຈຸບິນທັງໝົດ 157 ຄົນ
ໂດຍກ່າວວ່າ ລະບົບການຕໍ່ຕ້ານພາວະຢຸດບິນກາງອາກາດ ພາໃຫ້ຫົວຂອງເຮືອບິນ
ບິນດິ່ງລົງສູ່ພື້ນດິນ ບໍ່ດົນຫຼັງຈາກໄດ້ບິນຂຶ້ນ ໃນຂະນະທີ່ ພວກນັກບິນໄດ້ສູ້ຊົນທີ່ຈະ
ຄວບຄຸມສະຖານະການ.

ລັດຖະມົນຕີວ່າການກະຊວງຂົນສົ່ງຂອງເອທີໂອເປຍ ໄດ້ກ່າວວ່າ ພວກນັກບິນ ທີ່ຂັບ
ເຮືອບິນໂບອິ້ງ 737 ແມັກສ໌ 8 ນັ້ນ “ໄດ້ປະຕິບັດງານຕາມຂັ້ນຕອນທີ່ສະໜອງໂດຍ
ຜູ້ຜະລິດເຮືອບິນ ທຸກປະການຊ້ຳແລ້ວຊ້ຳອີກ ແຕ່ກໍບໍ່ສາມາດທີ່ຈະຄວບຄຸມເຮືອ
ບິນໄດ້.”

ນາງ ນາເດຍ ມີລເລີຣອນ ແມ່ຂອງທ້າວ ແຊມມີ ສຕູໂມ ສະແດງປະຕິກິລິຍາ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນະຄອນ ຊິກຄາໂກ ບ່ອນທີ່ພວກທະນາຍຄວາມ ຂອງຄອບຄົວຜູ້ເຄາະຮ້າຍ ໄດ້ປະກາດ ການຟ້ອງຮ້ອງຕໍ່ບໍລິສັດ ໂບອິ້ງ, ວັນທີ 4 ເມສາ 2019.

ຜົນການສືບສວນໃນເບື້ອງຕົ້ນ ກ່ຽວກັບເຄື່ອງເຊັ່ນເຊີ້ທີ່ມີ​ບັນ​ຫາ ຕາມທີ່ໄດ້ສົງໃສກັນ
ມານັ້ນ ແມ່ນເກືອບວ່າ ເປັນສາເຫດດຽວກັນ ທີ່ພາໃຫ້ເຮືອບິນ 737 ແມັກສ໌ 8 ຂອງ
ອິນໂດເນເຊຍ ຕົກໃນເດືອນຕຸລາ ປີກາຍນີ້ ທີ່ໄດ້ສັງຫານ 189 ຄົນ ໃນເວລາເຮືອບິນ
ດັ່ງກ່າວ ບິນດິ່ງລົງສູ່ທະເລຈາວາ.

ຜູ້ບໍລິຫານໃຫຍ່ ບໍລິສັດໂບອິ້ງ ທ່ານເດັນນິສ ມີວເລນເບີກ ໄດ້ສະແດງຄວາມໂສກເສົ້າ
ເສຍໃຈຕໍ່ການສູນເສຍຊີວິດ ແລະໄດ້ກ່າວວ່າ ໂປແກຣມຊອບແວໃໝ່ ທີ່ຈະຖືກຕິດຕັ້ງ
ໃສ່ເຮືອບິນ ແມັກສ໌ 8 ທັງໝົດທີ່ໄດ້ຈອດໄວ້ນັ້ນ ຈຶ່ງຈະແກ້ໄຂບັນ ຫາດັ່ງ​ກ່າວນີ້ໄດ້.

ທ່ານເວົ້າອີກວ່າ “ມັນເປັນຄວາມຮັບຜິດຊອບຂອງພວກເຮົາ ທີ່ຈະກຳຈັດຄວາມສ່ຽງ
ນີ້. ພວກເຮົາຮັບເອົາມັນ ແລະພວກເຮົາຮູ້ດີວ່າ ຈະເຮັດແນວໃດ.”

ບໍລິສັດໂບອິ້ງ ໄດ້ກ່າວວ່າ ຊອບແວ ຈະເພີ້ມລະດັບການປ້ອງກັນ ຕໍ່ຕ້ານຄວາມຜິດພາດ
ໃນການອ່ານຂໍ້ມູນຫຼາຍຂຶ້ນຕື່ມອີກ ແລະຍັງຈະປະກອບດ້ວຍ “ການຝຶກແອບໃນສິ່ງທີ່
ກ່ຽວຂ້ອງໃຫ້ແກ່ນັກບິນຢ່າງຮອບດ້ານ.”

ບັນດາເຈົ້າໜ້າທີ່ລັດຖະບານກາງທີ່ຄຸ້ມຄອງກົດລະບຽບໃນສະຫະລັດ ແລະຢູ່​ໃນທົ່ວ
ໂລກ ຈະຕ້ອງໄດ້​ໃຫ້​ການ​ອະ​ນຸ​ມັດ​ຮັບເອົາຊອບແວໃໝ່ ເສຍກ່ອນ ກ່ອນ​ທີ່ຈະສາມາດ
ນຳໄປຕິດຕັ້ງໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ