ອີທິໂອເປຍ ຖິ້ມໂທດ ໃສ່ ອີຈິບ ສຳລັບ ການປະກາດ ພາວະສຸກເສີນ ໄລຍະ 6 ເດືອນ

ຍາມຮັກສາຄວາມປອດໄພ ນັ່ງຢູ່ໃກ້ໆ ປະຕູທາງເຂົ້າ ຢູ່ໃນນະຄອນຫຼວງ Addis Ababa ຂອງ Ethiopia,ເມື່ອວັນທີ 10 ຕຸລາ 2016.

ລັດຖະບານຂອງອີທິໂອເປຍ ຖິ້ມໂທດໃສ່ ອີຈິບ ຜູ້ເປັນຄູ່ປໍລະປັກໃນພາກພື້ນ ສຳລັບ ການສະໜັບສະໜູນ ພວກກະບົດ ແລະ ກົດດັນໃຫ້ທາງການ Addis Ababa ປະກາດ ພາວະສຸກເສີນ ໃນວັນອາທິດຜ່ານມານີ້.

ໂຄສົກລັດຖະບານຂອງອີທິໂອເປຍ ທ່ານ Getachew Reda ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນຈັນວານນີ້ ວ່າ “ພວກເຮົາມີຫຼັກຖານພຽງພໍ ວ່າ ມີການຝຶກຊ້ອມເກີດຂຶ້ນ, ການສະໜັບສະໜູນດ້ານການເງິນ ໄດ້ເກີດຂຶ້ນ ຢູ່ໃນ ອີຈິບ, ຄະນະຕັດສິນ ຍັງເບິ່ງ
ວ່າ ລັດຖະບານຂອງອີຈິບ ຈະອ້າງເອົາຄວາມຮັບຜິດຊອບ ສຳລັບອັນນັ້ນ ຫຼືບໍ່.”

ໂຄສົກລັດຖະບານຂອງອີທິໂອເປຍ ທ່ານ Getachew Reda ກ່າວຖະແຫລງຕໍ່ສື່ມວນຊົນ ກ່ຽວກັບ ຄວາມວຸ້ນວາຍ ໃນປະຈຸບັນນີ້ ຢູ່ໃນນະຄອນຫຼວງ Addis Ababa ຂອງປະເທດ ອີທິໂອເປຍ, ເມື່ອວັນທີ 10 ຕຸລາ 2016.

ເມື່ອສັບປະດາແລ້ວນີ້ ອີຈິບ ໄດ້ປະຕິເສດ ວ່າບໍ່ໄດ້ສະໜັບສະໜູນພວກກະບົດ ອີທິໂອເປຍ.

ອີຈິບ ແລະ ອີທິໂອເປຍ ໄດ້ຂັດແຍ່ງກັນມາ ໃນເລື່ອງແຫລ່ງນ້ຳ ຂອງແມ່ນ້ຳ Nile. ອີຈິບ ອ້າງວ່າເຂື່ອນໄຟຟ້າພະລັງນ້ຳ ທີ່ອີທິໂອເປຍ ກຳລັງກໍ່ສ້າງ ຢູ່ໃນແມ່ນ້ຳດັ່ງກ່າວນັ້ນ ຈະຫລຸດຜ່ອນ ການນຳໃຊ້ຮ່ວມກັນ ສາຍນ້ຳທີ່ໄຫລມາຈາກແມ່ນ້ຳນີ້.

ທ່ານ Getachew ໄດ້ກ່າວອີກວ່າ ພາວະສຸກເສີນ ໄລຍະ 6 ເດືອນ ອະນຸຍາດໃຫ້ ລັດຖະບານ ຮັບມືກັບ ກຸ່ມແນວໂຮມ ປົດປ່ອຍ Oromo ຫຼື OLF ກຸ່ມທີ່ຖືກເກືອດຫ້າມນີ້ ໄດ້ຈັດຕັ້ງ ການໂຈມຕີຢູ່ເລື້ອຍໆ ເມື່ອສັບປະດາແລ້ວນີ້ ທົ່ວຂົງເຂດ Oromia ບ່ອນທີ່ ມີຊື່ສຽງທີ່ສຸດຂອງອີທິໂອເປຍ.

ທ່ານ Getachew ໄດ້ກ່າວຕື່ມວ່າ “ພວກເຮົາຮູ້ເລື່ອງຄວາມແທ້ຈິງ ວ່າ ກຸ່ມກໍ່ການຮ້າຍ OLF ແມ່ນໄດ້ຮັບການສະໜັບສະໜູນ ທຸກໆປະເພດ ຈາກອີຈິບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Your browser doesn’t support HTML5

Hurricane Matthew