ເທີກີໄດ້ປະກາດປົດທະຫານອອກຈາກປະຈຳການ ຫຼາຍກວ່າ 2,400 ຄົນ ໃນວັນອັງຄານມື້ກ່ອນ ພ້ອມທັງສັ່ງໃຫ້ປິດໜັງສືພິມ ອົງການຂ່າວ ແລະໂທລະພາບຈຳນວນນຶ່ງ ໃນອັນທີ່ປາກົດວ່າ ເປັນການປາບປາມທີ່ຂະຫຍາຍວົງກວ້າງອອກ ຫລັງຈາກໄດ້ມີການພະຍາຍາມເຮັດລັດຖະປະຫານ ແຕ່ບໍ່ປະສົບຄວາມສຳເລັດເພື່ອໂຄ່ນລົ້ມລັດຖະບານ ຂອງປະທານາ ທິບໍດີ Recep Tayyip Erdogan.
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວຖະແຫລງ ຕໍ່ພວກທີ່ສະໜັບສະໜູນ ທ່ານ ໃນນະຄອນຫຼວງ Ankara ຂອງເທີກີ Turkey, ວັນພະຫັດ ທີ 12 ພຶດສະພາ 2016.
ມີນັກຂ່າວຢ່າງໜ້ອຍໜຶ່ງຄົນໄດ້ຖືກເຈົ້າໜ້າທີ່ຄວບຄຸມຕົວໄປໃນວັນພຸດວານນີ້ ແລະໄດ້ມີການອອກໝາຍຈັບ ອະດີດສະມາຊິກເກືອບ 50 ຄົນ ຂອງຄະນະບັນນາທິ ການໜັງສືພິມ Zaman ຊຶ່ງເປັນໜັງສືພິມ ທີ່ໃຫຍ່ທີ່ສຸດໃນເທີກີ. ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ການເຄື່ອນໄຫວຕໍ່ສື່ມວນຊົນດັ່ງກ່າວສະແດງໃຫ້ ເຫັນເຖິງ “ທ່າອຽງທີ່ໜ້າເປັນຫ່ວງ.”
ສື່ມວນຊົນຂອງລັດແລະຂອງເອກະຊົນລາຍງານວ່າ ໜັງສືພິມລາຍວັນ 45 ສະບັບ ໄດ້ ຖືກສັ່ງໃຫ້ປິດພ້ອມກັບອົງການຂ່າວ 3 ອົງການແລະສະຖານີໂທລະພາບ 16 ແຫ່ງ. ກ່ອນໜ້ານີ້ ໄດ້ມີການອອກໝາຍຈັບ ນັກຂ່າວ 42 ຄົນ ຊຶ່ງ 16 ຄົນ ຂອງຈຳນວນດັ່ງກ່າວ ແມ່ນໄດ້ຖືກເຈົ້າໜ້າທີ່ຈັບໄປແລ້ວ.
ພວກນັກຂ່າວ ເຕົ້າໂຮມກັນ ຢູ່ນອກຕຶກສານແຫ່ງໜຶ່ງ ໃນນະຄອນ Istanbul ຂອງເທີກີ ເພື່ອສະໜັບສະໜູນ ເພື່ອນຮ່ວມງານ ທ່ານ Bulent Mumay, ຜູ້ທີ່ໄດ້ຖືກຄວບຄຸມຕົວ ໃນການກ່ຽວຂ້ອງ ການສືບສວນສອບສວນ ການພະຍາຍາມ ກໍ່ລັດຖະປະຫານ ທີ່ລົ້ມແຫຼວ, ວັນທີ 27 ກໍລະກົດ 2016.
ເຫດການໃນວັນພຸດວານນີ້ ມີທ່າທາງວ່າຈະສ້າງຄວາມເປັນຫ່ວງຕື່ມຂຶ້ນໃຫ້ແກ່ບັນດາ ກຸ່ມປົກປ້ອງສິດທິມະນຸດຕ່າງໆ ແລະປະເທດຕາເວັນຕົກທີ່ປັນພັນທະມິດ ຂອງເທີກີ ກ່ຽວກັບການກວດລ້າງທີ່ຂະຫຍາຍວົງກວ້າງອອກ ທີ່ປະທານາທິບໍດີ Erdogan ໄດ້ມີ ຄຳສັ່ງອອກໄປຫລັງຈາກໄດ້ມີການພະຍາຍາມເຮັດລັດຖະປະ ຫານເມື່ອວັນທີ 15 ແລະ 16 ກໍລະກົດຜ່ານມາ.
ໝາຍຈັບສະບັບໃໝ່ທີ່ອອກໄປນັ້ນ ແມ່ນແນໃສ່ພວກນັກຂ່າວທີ່ຖືກກ່າວຫາວ່າມີ ຄວາມສຳພັນ ກັບນັກສອນສາສະໜາອິສລາມ ທີ່ລີ້ໄພຢູ່ໃນສະຫະລັດ ທີ່ລັດຖະ ບານທ່ານ Erdogan ກ່າວອ້າງວ່າ ເປັນຜູ້ຢູ່ເບື້ອງຫຼັງການເຮັດລັດຖະປະຫານທີ່ປະສົບກັບຄວາມລົ້ມແຫຼວໃນເດືອນນີ້.
ໜັງສືພິມ Zaman ຊຶ່ງໄດ້ຮັບຄຳສັ່ງ ໃຫ້ລັດຖະບານເຂົ້າຄວບຄຸມເມື່ອສີ່ເດືອນ ກ່ອນນັ້ນ ມີຄວາມສຳພັນທີ່ໃກ້ຊິດກັບຂະບວນການຂອງນັກສອນສາສະໜາທີ່ລີ້ໄພຢູ່ສະຫະລັດ ທ່ານ Fetullah Gulen. ນັບຕັ້ງແຕ່ລັດຖະບານໄດ້ເຂົ້າຄວບຄຸມໜັງສືພິມດັ່ງກ່າວນີ້ ແມ່ນໄດ້ເອົາທ່າທີນິຍົມລັດຖະບານຢ່າງແຂງຂັນໃນການລາຍງານຂ່າວຂອງຕົນ.
ການປາບປາມພວກນັກຂ່າວມີຂຶ້ນ ໃນຖານະທີ່ເປັນພາກສ່ວນນຶ່ງຂອງການກວດລ້າງປາບປາມເຈົ້າໜ້າທີ່ລັດຖະບານໃນຂອບເຂດທີ່ກວ້າງຂວາງ ແລະພວກຜູ້ນຳດ້ານວິຊາການຫຼັງຈາກໄດ້ມີການພະຍາຍາມເຮັດລັດຖະປະຫານທີ່ເຮັດໃຫ້ເກືອບ 300 ຄົນເສຍຊີວິດ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
Your browser doesn’t support HTML5
Turkey Press 1