ກະຊວງຕ່າງປະເທດສະຫະລັດ ໄດ້ຮຽກໂຕເອກອັກຄະລັດຖະທູດເທີກີເຂົ້າພົບ ຫລັງ
ຈາກພວກອາລັກຂາ ແລະພວກສະໜັບສະໜູນປະທານາທິບໍດີ Recep Tayyip
Erdogan ຕີພວກປະທ້ວງຢູ່ນອກສະຖານທູດເທີກີ ໃນຕົ້ນອາທິດນີ້.
ເຈົ້າໜ້າທີ່ກະຊວງກຕ່າງປະເທດຄົນນຶ່ງກ່າວວ່າ ເອກອັກຄະລັດຖະທູດ Serdar Kilic
ໄດ້ພົບປະກັບຮອງລັດຖະມົນຕີຕ່າງປະເທດ ທ່ານ Thomas Shannon ໃນວັນພຸດທີ່
ຜ່ານມາ ນຶ່ງມື້ຫລັງຈາກໄດ້ເກີດຄວາມຮຸນແຮງ ຢູ່ທີ່ສະຖານທູດ.
Your browser doesn’t support HTML5
Demonstration at Turkish Embassy in DC Turns Violent
ໂຄສົກກະຊວງຕ່າງປະເທດ ທ່ານນາງ Heather Nauert ກ່າວວ່າ “ຄວາມ ຮຸນແຮງ
ບໍ່ເຄີຍເປັນວິທີການທີ່ເໝາະສົມ ໃນການຕອບໂຕ້ ຕໍ່ສິດເສລີພາບໃນການປາກເວົ້າ
ແລະພວກເຮົາສະໜັບສະໜູນສິດທິຂອງສ່ວນບຸກຄົນຢູ່ທຸກແຫ່ງ ຫົນ ໃຫ້ມີເສລີພາບ
ໃນການສະແດງອອກຄວາມຄິດຄວາມເຫັນ ແລະການປະທ້ວງແບບສັນຕິ. ພວກຂໍສະແດງຄວາມເປັນຫ່ວງຂອງພວກເຮົາ ຕໍ່ລັດຖະບານເທີກີໃນຄວາມເວົ້າທີ່ແຮງທີ່ສຸດ.”
ສະມາຊິກສະພາສູງ John McCain ປະທານຄະນະກຳມະການກອງທັບຂອງ ສະພາ
ສູງ ຕ້ອງການໃຫ້ເອົາມາດຕະການທີ່ເຂັ້ມແຂງກວ່ານີ
ບັນດາສະມາຊິກສະພາສູງ ທ່ານ John McCain ແລະທ່ານນາງ Dianne Feinstein ຂຽນໜັງສືຫາ ລັດຖະບານເທີກີ.
Your browser doesn’t support HTML5
Anti-Erdogan Protesters Say They Were Attacked by President's Bodyguards
ທ່ານ McCain ກ່າວຕໍ່ໂທລະພາບ MSNBC ໃນວັນພະຫັດວານນີ້ວ່າ “ພວກເຮົາສົມ
ຄວນໄລ່ເອກອັກຄະລັດຖະທູດເຂົາເຈົ້າ ໃຫ້ໜີອອກຈາກສະຫະລັດອາເມ ຣິກາ.”
ພວກປະທ້ວງສະໜັບສະໜູນເທີກີ ພະຍາຍາມດືງປ້າຍພວກປະທ້ວງ.
ບັນດາເຈົ້າໜ້າທີ່ສະຫະລັດຄົນອື່ນໆ ຍັງໄດ້ຕິຕຽນ ພວກສະໜັບສະໜູນ ທ່ານ
Erdogan ວ່າເປັນພວກບຸກລຸກຕໍ່ຕ້ານພວກປະທ້ວງດ້ວຍຄວາມສະຫງົບ ໂດຍກ່າວ
ວ່່າ ການປະຕິບັດຂອງເຂົາເຈົ້າ ຢູ່ນອກບ້ານພັກເອກອັກຄະລັດຖະທູດເທີກີ ລະເມີດ
ຕໍ່ການຄຸ້ມຄອງສິດເສລີພາບ ການປາກເວົ້າຂອງອາເມຣິກັນ.
Your browser doesn’t support HTML5
Turkish Protest Outside Brookings Institution in Washington D.C.
ສະຖານທູດຖິ້ມໂທດການກໍ່ຄວາມຮຸນແຮງນີ້ ໃສ່ກຸ່ມທີ່ເຊື່ອມໂຍງກັບພັກກຳມະກອນ
Kudistan ຫຼື PKK ໂດຍກ່າວວ່າ ເຂົາເຈົ້າ “ກໍ່ກວນຮຸກຮາມຕໍ່ຊາວອາເມຣິກັນເຊື້ອ
ສາຍເທີກີ ຜູ້ທີ່ໄດ້ເຕົ້າໂຮມກັນຕ້ອນຮັບປະທນາທິບໍດີ Erdogan.
ຖະແຫລງການສະຖານທູດກ່າວວ່າ “ຄວາມຮຸນແຮງ ແລະການບາດເຈັບແມ່ນເປັນ
ຜົນຂອງການປະທ້ວງກໍ່ກວນທີ່ບໍ່ໄດ້ຮັບອະນຸຍາດ.”
ເທີກີຖືວ່າ ກຸ່ມ PKK ເປັນພວກກໍ່ການຮ້າຍ.