ກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ຕົນຈະສະແດງ
ຄວາມເປັນຫວ່ງ “ໂດຍຄຳເວົ້າທີ່ແຮງສຸດເທົ່າທີ່ເປັນໄປໄດ້” ຕໍ່ການປະທະກັນຢ່າງ
ຮຸນແຮງໃນວັນອັງຄານຜ່ານມາ ຢູ່ວໍຊີງຕັນ ທີ່ພົວພັນກັບພວກທີ່ສະໜັບສະໜຸນ
ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan.
ເຈົ້າໜ້າທີ່ສະຫະລັດ ບາງທ່ານ ໄດ້ຕຳນິຕິຕຽນພວກເຂົາເຈົ້າວ່າ ເປັນພວກບຸກລຸກຕໍ່
ຕ້ານພວກປະທ້ວງຢ່າງສັນຕິ ໂດຍກ່າວວ່າ ການກະທຳ ຂອງພວກເຂົາເຈົ້າ ຢູ່ນອກ
ບ້ານພັກຂອງເອກອັກຄະລັດຖະທູດເທີກີແມ່ນລະເມີດກົດໝາຍຄຸ້ມຄອງສິດເສລີພາບ
ໃນການປາກເວົ້າຂອງອາເມຣິກັນ.
ບັນດາຜູ້ປະທ້ວງທີ່ສະໜັບສະໜຸນ ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ອ່ານຖະແຫຼງການຕໍ່ພວກທີ່ປະທ້ວງຕໍ່ຕ້ານ ທ່ານ Erdogan ທີ່ ວໍຊີງຕັນ ດີຊີ,16 ພຶດສະພາ, 2017.
“ຄວາມຮຸນແຮງແມ່ນບໍ່ເໝາະສົມຕໍ່ການໂຕ້ຕອບສິດເສລິພາບໃນການປາກເວົ້າ
ແລະພວກເຮົາສົ່ງເສີມສິດທິຂອງປະຊາຊົນຢູ່ສະຖານທີ່ໃດໆກໍຕາມ ໃນການສະແດງ
ອອກ ແລະການປະທ້ວງຢ່າງສັນຕິ,” ນັ້ນຄືຄຳເວົ້າຂອງທ່ານນາງ Heather Nauert
ໂຄສົກຂອງະຊວງການຕ່າງປະເທດສະຫະລັດ ໄດ້ກ່າວຢູ່ໃນຖະແຫຼງການສະບັບນຶ່ງ.
ທ່ານນາງ Nauert ຍັງໄດ້ກ່າວເພີ່ມຕື່ມວ່າ “ພວກເຮົາຍັງໄດ້ສົ່ງຄວາມເປັນຫ່ວງເປັນໃຍ
ຂອງພວກເຮົາ ໄປຍັງລັດຖະບານເທີກີ ໃນຄຳເວົ້າທີ່ແຮງທີ່ສຸດ.”
Your browser doesn’t support HTML5
Anti-Erdogan Protesters Say They Were Attacked by President's Bodyguards
ການປະທ້ວງໃກ໊ກັບສະຖານທູດເທີກີ
ຕຳຫຼວດໃນນະຄອນວໍຊີງຕັນ ກ່າວວ່າ ພວກເຂົາເຈົ້າໄດ້ກວດເບິ່ງລາຍງານທີ່ວ່າ ຊາຍ
ສອງຄົນ ທີ່ໄດ້ຖືກຈັບກຸມນັ້ນ ແມ່ນສ່ວນນຶ່ງຂອງພວກຜູ້ນຳຄົນຍາມເທີກີ ແລະກ່າວຕື່ມວ່າ
ຜູ້ຕ້ອງສົງໄສອື່ນໆກຳລັງມີການຊອກຫາຕົວ.
ສະຖານທູດເທີກີ ປະຈຳນະຄອນຫຼວງວໍຊີງຕັນ ໄດ້ຖິ້ມໂທດການກໍ່ຄວາມຮຸນແຮງນີ້ໃສ່
ກຸ່ມທີ່ພົວພັນກັບພັກກຳມະກອນຊາວເຄີດ ຫຼື PKK ໂດຍກ່າວວ່າ “ພວກເຂົາໄດ້ທ້າ
ທາຍເກາະຜິດຢ່າງຮຸນແຮງ ກັບ ຊາວອາເມຣິກັນເຊື້ອສາຍເທີກີ” ທີ່ໄປໂຮມຊຸມນຸມຕ້ອນ
ຮັບທ່ານ Erdogan ນັ້ນ.
ຖະແຫຼງການຂອງທາງສະຖານທູດເທີກີ ກ່າວວ່າ “ຄວາມຮຸນແຮງແລະການບາດເຈັບ
ແມ່ນຜົນມາຈາກການປະທ້ວງທີ່ບໍ່ໄດ້ຮັບອະນຸຍາດ ແລະເກາະຜິດດັ່ງກ່າວ.”
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
Your browser doesn’t support HTML5
Turkish Protest Outside Brookings Institution in Washington D.C.