ປະທານາທິບໍດີເທີກີ ທ່ານຣີເຊບ ເຕຍິບ ເອີດວນ ຍັງສືບຕໍ່ກົດດັນຣີຢາດ ກ່ຽວກັບການ
ສັງຫານນັກຂ່າວຊາອຸດີ ທ່ານຈາມາລ ຄາຊອກກີ ເມື່ອເດືອນແລ້ວນີ້ຢູ່ໃນກົງສຸນຊາອຸດີ
ໃນນະຄອນອິສຕັນບູລ.
ໃນວັນອັງຄານວານນີ້ໄດ້ເຫັນຫົວຂໍ້ຂ່າວໜ້າປົກຂອງໜັງສືພິມ ຊາບາ ທີ່ສະໜັບສະ
ໜູນລັດຖະບານເທີກີ ສະແດງໃຫ້ເຫັນບັນດາຮູບພາບເອັກສເຣຫີບຂອງພວກ ທີ່ຖືກ
ກ່າວຫາເປັນໜ່ວຍສັງຫານຊາອຸດີ ໂດຍເຜີຍໃຫ້ເຫັນເຄື່ອງມືໃຊ້ໃນການສັງຫານທ່ານ
ຄາຊອກກີ.
ລາຍງານໜັງສືພິມດັ່ງກ່າວ ເປັນການເຄື່ອນໄຫວຫລ້າສຸດ ທີ່ບັນດານັກວິເຄາະເຫັນ
ວ່າເປັນການດຳເນີນການຢ່າງລະມັດລະວັງໃນການໃນການປຸກລະດົມຂອງ ອັງກາ
ຣາຕ້ານຣີຢາດ.
ທ່ານເອີດວນ ໄດ້ປະກາດໃນອາທິດແລ້ວນີ້ວ່າ ເທັບບັນທຶກສຽງໃນນາທີສຸດທ້າຍຂອງ
ນັກຂຽນຊາອຸດີນັ້ນ ໄດ້ອະນຸຍາດໃຫ້ເຈົ້າໜ້າທີ່ສະຫະລັດ ຊາອຸດີ ອາຣາເບຍ ແລະ
ປະເທດມະຫາອຳນາດທີ່ສຳຄັນໃນຢູໂຣບ ຮູ້ນຳແລ້ວ.
ທ່ານເອີດວນ ກ່າວຕໍ່ພວກນັກຂ່າວໃນວັນອາທິດທີ່ຜ່ານມານີ້ວ່າ “ເນື້ອໄນຂອງເທັບ
ບັນທຶກສຽງເປັນເລື່ອງທີ່ຫາຍຍະນະແທ້ໆ. ແມ່ນແຕ່ເຈົ້າໜ້າທີ່ສືບລັບຂອງຊາອຸດີກໍ
ຍັງຕື່ນຕົກໃຈ ເວລາທ່ານໄດ້ຟັງບັນທຶກສຽງດັ່ງທີ່ ອີງຕາມຄຳເວົ້າຂອງທ່ານ. “ຜູ້ຊາຍ
ຄົນນີ້ເປັນອັນຕະລາຍ ບາງທີໃຊ້ຢາເຮໂຣອິນ ມີແຕ່ຜູ້ຊາຍທີ່ໃຊ້ເຮໂຣອິນເທົ່ານັ້ນ
ສາມາດເຮັດສິ່ງນີ້ໄດ້.
ປະທານາທິບໍດີເທີກີ ທ່ານຣີເຊບ ເຕຍິບ ເອີດວນ ກ່າວຕໍ່ບັນດາສະມາຊິກສະພາ ວັນທີ 23 ຕຸລາ 2018.
ນັບແຕ່ໄດ້ມີການສັງຫານທ່ານຄາຊອກກີ ໃນວັນທີ 2 ຕຸລາຜ່ານມາ ອັງກາຣາ ໄດ້ລະ
ມັດລະວັງໃນການເຜີຍແຜ່ຂໍ້ມູນຕໍ່ສື່ສັງຄົມ ໄດ້ເຮັດໃຫ້ຄວາມຫວັງໃດໆໂດຍຣີຢາດ
ທີ່ວ່າບັນຫາຂັດແຍ້ງດັ່ງກ່າວນັ້ນຈະຄ່ອຍໆນຈາງຫາຍໄປ.
ນັກວິເຄາະອາຕິລລາ ແຢັສຢາດາ ຂອງແຫລ່ງຂໍ້ມູນຄູ່ຮ່ວມງານໂກລໂບລ ກ່າວວ່າ
“ອັງກາຣາ ໄດ້ຢອດເຕີມດ້ວຍຂ່າວໃໝ່ ແລະລາຍລະອຽດທີ່ຍອດຢ້ຽມຂອງການສັງ
ຫານ ນັກຂ່າວຊາອຸດີ ທ່ານຈາມາລ ຄາຊອກກີ ຜູ້ທີ່ບໍ່ເຫັນພ້ອມ. ທີ່ໄດ້ໃຫ້ການຢືນ
ຢັນວ່າ ມີການສົງໄສຢູ່ໃນທົ່ວໂລກທີ່ວ່າທ່ານເອີດວນ ແມ່ນຊອກຫາບາງຢ່າງ ທີ່ຫຼາຍ
ໄປກວ່າຄວາມຍຸຕິທຳ ຫຼືການແກ້ແຄ້ນ.”