ພາສາອັງກິດ ຄໍາສັບໃນຂ່າວ Incubator ແປວ່າ ຕູ້ອົບເພື່ອຂ້າພະຍາດ ຫຼື ຕູ້ຟັກໄຂ່

Your browser doesn’t support HTML5

ໃນຕົວຢ່າງນີ້, business incubator ແມ່ນອົງການຈັດຕັ້ງທີ່ຊ່ວຍໃຫ້ບໍລິສັດໃໝ່ ເຕີບໃຫຍ່ຂະຫຍາຍໂຕ ແລະພັດທະນາຂຶ້ນ

Welcome to the Voice of America’s News Words.

ຍິນດີຕ້ອນຮັບສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸກະຈາຍສຽງ VOA.

Your browser doesn’t support HTML5

ພາສາອັງກິດ ຄໍາສັບໃນຂ່າວ Incubator ແປວ່າ ຕູ້ອົບເພື່ອຂ້າພະຍາດ ຫຼື ຕູ້ຟັກໄຂ່

Washing your hands is one of the easiest ways to stop the spread of disease.

ການລ້າງມືຂອງທ່ານ ແມ່ນນຶ່ງໃນວິທີທີ່ງ່າຍທີ່ສຸດທີ່ຈະຢຸດການແຜ່ລະບາດ ຂອງພະຍາດ.

INCUBATOR: INCUBATOR

Two women created a fun way for children to wash their hands.

ແມ່ຍິງສອງຄົນ ໄດ້ສ້າງວິທີການລ້າງມືທີ່ມ່ວນຊື່ນສໍາລັບເດັກນ້ອຍ.

It is a cleaner drawn on the skin and removed by washing.

ມັນເປັນແນວທໍາຄວາມສະອາດ ທີ່ໄດ້ແຕ້ມໃສ່ຜິວຫນັງ ແລະລຶບມັນດ້ວຍ ການລ້າງອອກ.

The women did not have much business experience, so they turned to a business incubator for help in selling the product.

ແມ່ຍິງທັງສອງຄົນດັ່ງ​ກ່າວບໍ່ໄດ້ມີປະສົບການທາງດ້ານທຸລະກິດຫຼາຍ, ດັ່ງນັ້ນ ເຂົາເຈົ້າຈຶ່ງຫັນໄປຫາຜູ້ມີປະສົບການໃນການຂະຫຍາຍທຸລະກິດ ໃຫ້ເຂົ້າມາ ຊ່ວຍເຫຼືອໃນການຂາຍຜະລິດຕະພັນ.

A business incubator is an organization that helps young companies grow and develop.

A business incubator ແມ່ນອົງການຈັດຕັ້ງທີ່ຊ່ວຍໃຫ້ບໍລິສັດໃໝ່ ເຕີບໃຫຍ່ຂະຫຍາຍໂຕ ແລະພັດທະນາຂຶ້ນ.

It offers training, technical support, and other services.

ພວກເຂົາເຈົ້າສະໜອງການຝຶກອົບຮົມ, ສະຫນັບສະຫນູນດ້ານວິຊາການ, ແລະການບໍລິການອື່ນໆ.

More commonly, an incubator is a device that keeps eggs or even new babies warm.

ໂດຍທົ່ວໄປແລ້ວ, an incubator ແມ່ນອຸປະກອນທີ່ຮັກສາໄຂ່ ຫຼື ແມ່ນແຕ່ເຮັດ​ໃຫ້ເດັກນ້ອຍເກີດໃໝ່ມີຄວາມອົບອຸ່ນ.