ຂໍ້ຕົກລົງທາງດ້ານການສຳຫລວດຫາພະລັງງານໃນທະເລ ໄດ້ຖືກມອງໂດຍບາງຄົນວ່າ
ເປັນຄວາມພະຍາຍາມສືບຕໍ່ປັບປຸງສາຍສຳພັນລະຫວ່າງກັນຂອງຈີນກັບ ຟີລິບປິນ,
ທີ່ເປັນປະເທດຊຶ່ງຄັ້ງນຶ່ງ ໄດ້ຄັດຄ້ານບໍ່ໃຫ້ມີ ຍ້ອນຄວາມບໍ່ລົງລອຍກັນໃນເລື້ອງອະ
ທິປະໄຕຂອງປະເທດ ຢູ່ໃນທະເລ ທີ່ໄດ້ຖືກນຳຂຶ້ນສານໄກ່ເກ່ຍຂອງໂລກ.
ເຈົ້າໜ້າທີ່ຟີລິບປິນ ແລະຈີນໄດ້ພາກັນລົງນາມໃນບົດບັນທຶກຄວາມເຂົ້າໃຈນຳກັນ
ໃນວັນທີ 20 ພະຈິກຜ່ານມາ ເພື່ອຮ່ວມກັນຊອກຫານ້ຳມັນ ຫລືອາຍແກັສ ຢູ່ພື້ນທະ
ເລຈີນໃຕ້. ທັງສອງປະເທດແຂ່ງກັນອ້າງເອົາເຂດອະທິປະໄຕ ຢູ່ໃນຫລາຍສ່ວນຂອງ
ທະເລດັ່ງກ່າວ, ຊຶ່ງພາໃຫ້ຟີລິບປິນ ຍື່ນຄຳຟ້ອງຮ້ອງໄປຫາສານໄກ່ເກ່ຍ ແລະໄດ້ຊະ
ນະຄະດີດັ່ງກ່າວ ທີ່ມີຕໍ່ຈີນ.
ພວກນັກສຶກສາຟີລິບປິນ ຈູດທຸງຊາດຈີນ ໃນຂະນະທີ່ເດີນຂະບວນຢູ່ນອກທຳນຽບປະທານາທິບໍດີ ເພື່ອຄັດຄ້ານ ການໄປຢ້ຽມຢາມ ປະທານປະເທດຈີນ, ທ. ສີ ຈິ້ນ ຜິງ,ໃນວັນທີ 20 ພະຈິກ 2018
ໃນໄລຍະສອງປີຜ່ານມາ, ຈີນໄດ້ເອົາການຊ່ວຍເຫລືອທາງເສດຖະກິດໃຫ້ແກ່ຟີລິບປິນ
ທີ່ເປັນປະເທດຂ້ອນຂ້າງທຸກຈົນນັ້ນ. ປະທານາທິບໍດີຟີລິບປິນ, ທ່ານ ໂຣດຣິກໂກ ດູເຕີ
ເຕ, ໃນຂະນະດຽວກັນໄດ້ເອົາຄວາມຂັດແຍ້ງກັນໃນດ້ານເຂດ ນ້ຳແດນດິນອອກໄປ,
ເພື່ອເປັນການຕອບກັບ ໂດຍໄດ້ເວົ້າວ່າ ບໍ່ມີທາງ ທີ່ປະເທດ ຂອງທ່ານຈະເອົາຊະນະ
ໃນການເຮັດສົງຄາມກັບຈີນໄດ້.
ເຮືອຂອງໜ່ວຍຍາມຝັ່ງຂອງຈີນແລ່ນໄປໃກ້ກັບເຮືອຫາປາຂອງຊາວຟີລິບປິນ ຢູ່ນອກຝັ່ງເກາະນ້ອຍ Scarborough ໃນທະເລຈີນໃຕ້ (ວັນທີ 23, 2015)
ແຕ່ວ່າ ລັດຖະບານຟີລິບປິນ ກໍເວົ້າວ່າ ຕົນຈະບໍ່ຍອມຮັບບເອົາ ການຄົ້ນຫາເຊື້ອໄຟຈາກ
ຊາກສັດ ແລະພືດໃດໆ ທີ່ໄດ້ຮັບສ່ວນໜ້ອຍກວ່າ 60 ເປີເຊັນ, ແລະຈີນກໍຍິນດີທີ່ຈະຕົກ
ລົງຕາມນັ້ນ ເພື່ອເປັນການສ້າງສາຍສຳພັນໃຫ້ແຂງແກ່ນວິທີນຶ່ງ ກັບປະຊາຊົນຟີລິບປິນ
ທີ່ມີຄວາມສົງໄສບໍ່ເຊື່ອຈີນນັ້ນ.ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ