ປ. ເທີກີ ປະຊຸມສຸກເສີນ ກັບສະພາ ຄວາມໝັ້ນຄົງ ແຫ່ງຊາດ

ປະທານາທິບໍດີ ທ່ານ Recep Tayyip Erdogan, ຂວາ, ສຳພັດມືກັບ ນາຍົກລັດຖະມົນຕີ Georgian ທ່ານ Giorgi Kvirikashvili.

ປະທານາທິບໍດີ​ເທິ​ກີ ທ່ານ Recep Tayyip Erdogan ພົບ​ປະ​ກັບ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທ່ານ​ໃນ​ຕອນ​ເຊົ້າວັນ​ພຸດ​ມື້​ນີ້ຫລັງ​ຈາກ​ໄດ້​ມີ​ການ​ ​ພະຍາຍາມ​ເຮັດ​ລັດຖະ ປະຫານ ​ໃນ​ອາ​ທິດ​ແລ້ວ​ນີ້.

ທ່ານ​ຈະ​ພົບ​ປະ​ກັບ​ບັນດາຄະນະລັດຖະມົນ​ຕີ​ຂອງ​ທ່ານ ລຸນຫລັງກອງ​ປະຊຸມ​ສະພາ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສິ້ນສຸດ​ລົງ​ແລ້ວ ຊຶ່ງຫລັງ​ຈາກ​ນັ້ນກໍ​ຄາດ​ວ່າຈະມີ​ການປະກາດ ​ທີ່​ສຳຄັນ.

ພວກທະຫານເທີກີ ທີ່ຖືກຈັບ ຫລັງຈາກການເຂົ້າຮ່ວມເຮັດລັດຖະປະຫານທີ່ບໍ່ສຳເລັດ.

ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ສະພາການ​ສຶກສາ​ຂັ້ນນ​ສູງ​ຂອງເທິກີ​ໄດ້​ປະກາດ​ຫ້າມ​ພວກນັກ​ສຶກສາ​ຂັ້ນ​ສູງ​ເດີນທາງ​ອອກ​ນອກ​ປະ​ເ​ທດ ​ແລະ​ຮຽກຮ້ອງ​ໃຫ້ພວກ​ນັກສຶກສາ​ທັງ​ໝົດ​ທີ່ ກຳລັງ​ຢູ່​ນອກ​ກປະ​ເທດ​ນັ້ນ ກັບ​ຄືນ​ບ້ານ​ໂດຍ​ທັນ​ທີ.

ສື່​ມວນ​ຊົນ​ເທີ​ກີລາ​ຍງານ​ວ່າ ກະຊວງ​ສຶກສາ​ໄດ້​ໄລ່​ພວກ​ນາຍຄູ 15,200 ຄົນ​ອອກ​ຈາກ​ໜ້າທີ່ ຢູ່​ທົ່ວ​ປະ​ເທດ ​ໃນ​ຂະນະ​ທີ່​ລັດຖະມົນຕີ​ພາຍໃນ ​ໄດ້​ໄລ່​ພະນັກ ງານ​ເກືອບ 9,000 ຄົນ​ອອກ​ຈາກ​ໜ້າ​ທີ່. ອີກ 1,500 ຄົນ ​ຢູ່​ໃນ​ກະຊວງ​ການ​ເງິນ​ໄດ້​ຖືກ​ໄລ່​ອອກ ພ້ອມດ້ວຍ ອີກຫລາຍ​ຮ້ອຍ​ຄົນຢູ່​ໃນ​ຫ້ອງການ​ທຸລະ​ກິດທາງ ສາສະໜາ ຫ້ອງການ​ຄອບຄົວ ​ແລະ​ກະຊວງນະ​ໂຍບາຍ​ສັງຄົມແລະ​ສຳນັກງານ ​ນາຍົກລັດຖະມົນຕີ. ຫ້ອງການ​ຄະນະ​ກຳມະ ການ​ສຶກສາຂັ້ນ​ສູງຂອງ​ປະ​ເທດ ​ໄດ້​ຮຽກຮ້ອງ​ໃຫ້ຫົວໜ້າ​ຄະນະສອນ​ວິຊາ​ຕ່າງໆ​ຈຳນວນ 1,577 ຄົນ​ ລາອອກຈາກ​ມະຫາວິທະຍາ​ໄລ​ຕ່າງໆ​.

ອາຈານສອນສາສະໜາ ທ່ານ Fethullah Gulen ຢູ່ໃນສະຫະລັດ ທີ່ເທີກີ ກ່າວຫານຳພາການເຮັດລັດຖະປະຫານ.

ການ​ໄລ່​ອອກເຫລົ່ານີ້​ມີ​ຂຶ້ນ ຫຼັງຈາກ​ປະມານ 9,000 ຄົນ ທີ່​ນະຄອນ Ankara ​ໄດ້​ກັກ​ຂັງ​ຍ້ອນສົງ​ໄສພົວພັນ​ກັບ​ການພະຍາຍ​າມກໍ່​ລັດຖະປະຫານ​ໂຄ່ນ​ລົ້ມ​ລັດຖະບານ​ປະທານາ ທິບໍດີ Erdogan.

ປະທານ​າທິບໍດີ​ສະຫະລັດ ທ່ານ Barack Obama ​ໄດ້​ສະ​ເໜີ​ໃຫ້ການ​ຊ່ວຍ ເຫລືອກ່ຽວ​ກັບ​ການສືບສວນ​ຕໍ່ການ​ພະຍາ​ຍາມ​ເຮັດ​ລັດຖະປະຫານ​ໃນ​ອາທິດ​ແລ້ວ​ນີ້.

ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ Obama ​ແລະ​ປະທານາທິບໍດີ Erdogan ​ໄດ້​ໂອ້​ລົມ​ກັນ​ທາງ​ໂທລະສັບ​ໃນ​ວັ​ນອັງຄານ​ວານ​ນີ້. ທ່ານ Obama ​ໄດ້ສະ​ແດງ​ໃຫ້​ເຫັນ​ຢ່າງ​ເປັນ​ທີ່​ແຈ້ງຂາວ​ວ່າ ສະຫະລັດ​ຈະ “​ໃຫ້ການ​ຊ່ວຍ​ເຫລືອ​ທີ່​ເໝາະ​ສົມ” ​ໃນ​ການ​ສືບສວນ.

ບຸກຄົນ​ທັງ​ສອງຍັງ​ໄດ້​ສົນທະ​ນາກ່ຽວ​ກັບ​ຄຳ​ຮ້ອງ​ຂໍ​ຂອງ​ເທິ​ກີ ​ໃຫ້​ສົ່ງໂຕ​ນັກ​ສອນສາສະ ໜາອິສລາມ ທ່ານ Fethullah Gulen ​ຈາກ​ສະຫະລັດ​ໄປ​ໃຫ້​ເທີ​ກີ ​ເພື່ອ​ປະ​ເຊີນ​ໜ້າ​ການ​ກ່າວ​ຫາ​ວ່າ ທ່ານ​ໄດ້​ພົວພັນ​ກັບຄວາມ​ພະຍາ​ມ​ເຮັດລັດຖະປະ ຫານ. ​ໂຄສົກ​ທຳນນຽບ ຂາວ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບທ່າ​ທີ​ຂອງສະຫະລັດ ທີ່​ອາດ​ຈະ​ສົ່ງ​ໂຕ​ທ່ານ Gulen ​ໄປ​ໃຫ້ ​ເວັ້ນ​ເສຍ​ແຕ່​ກ່າວ​ວ່າ ການ​ຕັດສິນ​ໃຈ​ຈະ​ມີ​ຂຶ້ນ​ອີງ​ຕາມ​ສົນທິສັນຍາ ທີ່​ມີມາ​ເປັນ​ເວລາ​ຍາວ​ນານ ລະຫວ່າງ Ankara ​ແລະ Washington.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Turkey Crackdown Grows as Erdogan Encourages Protests