ເຈົ້າໜ້າທີ່ປາກິສຖານ ກ່າວໃນວັນອັງຄານວານນີ້ວ່າ “ການຍົກຍ້າຍເພື່ອເປັນການປ້ອງກັນລ່ວງໜ້າ” ປະຊາຊົນຫຼາຍພັນຄົນອອກຈາກເສັ້ນທາງຂອງ “ລົມ ພາຍຸໄຊໂຄລນຮ້າຍແຮງ” ທີ່ພວມຫຍັບໃກ້ເຂົ້າມາຈາກພາກຕາເວັນອອກສຽງເໜືອຂອງທະເລອາຣັບ.
ລົມພາຍຸເຂດຮ້ອນ ທີ່ມີຊື່ວ່າ ບາຍພາຈອຍ (Biparjoy) ແມ່ນຢູ່ຫ່າງຈາກເມືອງທ່າກາຣາຈີໄປທາງທິດໃຕ້ 470 ກິໂລແມັດແລະ 460 ກິໂລແມັດຢູ່ທາງທິດໃຕ້ຂອງເມືອງທາດຕາ (Thatta.)
ນາງລັກສະໝີ ກຸມາ ເອົາລູກນ້ອຍອາຍຸສາມຂວບຂອງນາງ ທ້າວອາວິນ ນອນໃນອູ່ ທີ່ສູນຫຼົບໄພຊົ່ວຄາວ ການດລາ ກ່ອນທີ່ລົມພາຍຸໄຊໂຄລນ ບາຍພາຈອຍ ໄປຮອດເມືອງການດີແຮມ ທີ່ລັດກຸດຈະຣາດ ທາງພາກຕາເວັນຕົກຂອງອິນເດຍ ເມື່ອວັນທີ 13 ມິຖຸນາ 2023.
ກົມອຸຕິນິຍົມຂອງປາກິສຖານກ່າວວ່າ ພາຍຸບາຍພາຈອຍພວມເຄື່ອນທີ່ 150 ກິໂລແມັດຕໍ່ຊົ່ວໂມງ ແລະລົມແຮງເຖິງ 170 ກິໂລແມັດຕໍ່ຊົ່ວໂມງ ໂດຍຈະມີຄື້ນຟອງສູງເຖິງ 9 ແມັດ.
ອົງການສະຫະປະຊາຊາດກ່າວວ່າ ການພະຍາກອນອາກາດຫຼ້າສຸດແນະວ່າ ລົມພາຍຸໄຊໂຄລນຫົວນີ້ຄາດວ່າຈະພັດຂຶ້ນຝັ່ງໃນຕອນບ່າຍວັນພະຫັດລະຫວ່າງນະຄອນກາຣາຈີ ແລະເຂດແຄມຝັ່ງທະເລຂອງລັດກຸດຈະຣາດໃນອິນເດຍທີ່ເປັນປະເທດເພື່ອນບ້ານ. ຫ້ອງການປະສານງານດ້ານມະນຸດສະທຳ ຂອງສະຫະປະຊາຊາດ ກ່າວຢູ່ໃນຖະແຫຼງການວ່າ “ມີການກະປະມານ ຈະມີ 9,000 ຄົວເຮືອນ (ລະຫວ່າງ 55,000 ຄົນ) ຕົກຢູ່ໃນຄວາມສ່ຽງ ທີ່ຈະໄດ້ຮັບຜົນກະທົບໂດຍກົງ. ມີຄວາມເປັນໄປໄດ້ສູງທີ່ຈະເກີດນ້ຳຖ້ວມຢູ່ໃນຫຼາຍໆເມືອງຂອງເຂດແຄມຝັ່ງທະເລໃນຂະນະທີ່ລົມພາຍຸໄຊໂຄລນພັດເຂົ້າຖະຫຼົ່ມແລະໄປເຖິງແຄມຝັ່ງ.”
ອົງການດັ່ງກ່າວຍັງໃຫ້ຂໍ້ສັງເກດວ່າ ລົມພາຍຸໄຊໂຄລນຫົວນີ້ ຈະມີຜົນກະທົບຕໍ່ຊຸມຊົນຕ່າງໆ ຢູ່ໃນເຂດ 10 ຫົວເມືອງຂອງປາກິສຖານ.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ