ໃນຂະນະທີ່ເປີດຮັບຈີນ, ສະຫະລັດ ກໍກ້າວເຂົ້າຫາ ນາຍົກລັດຖະມົນຕີຄົນໃໝ່ ຂອງກໍາປູເຈຍ

ນາຍົກລັດຖະມົນຕີ ຮູນ ມາເນດ ຂອງກຳປູເຈຍ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 26 ໃນການປະຊຸມສຸດຍອດອາຊຽນ ຄັ້ງທີ 43 ໃນນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ, ວັນທີ 6 ກັນຍາ 2023. (ຢາສູໂຍຊິ ຊິບະ/ຜ່ານອົງການຂ່າວຣອຍເຕີສ໌)

ການ​ປ່ຽນ​ແປງ​ຜູ້ນຳ​ຄັ້ງ​ທຳ​ອິດ​ຂອງ​ກຳປູ​ເຈຍ​ໃນ​ເກືອບ 4 ທົດ​ສະ​ວັດ ​ເຮັດໃຫ້​ສະຫະລັດມີໂອກາດ ​ໃນ​ການ​ຟື້ນ​ຟູ​ການ​ພົວພັນ​ກັບ​ ພະນົມ​ເປັນ ຄືນໃໝ່, ນັກ​ວິ​ເຄາະ ​ແລະ​ນັກ​ຊ່ຽວຊານ​ກ່າວ​ຕໍ່ VOA ພາກພາສາຂະເໜນ ຫລັງ​ຈາກ​ການ​ຢ້ຽມຢາມ​ເມື່ອ​ບໍ່​ດົນ​ມາ​ນີ້​ຂອງ​ນັກ​ການ​ທູດ​ອາ​ເມຣິກັນ.

​ແນວ​ໃດ​ກໍ​ຕາມ, ພວກເຂົາຍັງກ່າວໃນການໃຫ້ສຳພາດ ເມື່ອມໍ່ໆມານີ້ວ່າ ການ​ທີ່​ກຳປູ​ເຈຍຖອຍຫ່າງ​ອອກ​ຈາກ​ປະຊາທິປະ​ໄຕ, ພ້ອມ​ກັບ​ການ​ກ່າວ​ອ້າງ​ວ່າ ຈີນ​ກຳລັງຈັດຕັ້ງກຳລັງທະຫານແຕ່ພຽງຜູ້ດຽວ ຢູ່ທີ່​ຖານ​ທັບ​ເຮືອ​ຫຼັກ​ຂອງ​ກຳປູ​ເຈຍ, ຍັງສືບຕໍ່​ເປັນ​ອຸປະສັກ​ທີ່ສຳຄັນ ຕໍ່ສາຍ​ພົວພັນ​ທີ່​ມີ​ຄວາມ​ອົບ​ອຸ່ນ.

ທ່ານ ເຊບາສຕຽນ ສແຕຣນຈີໂອ (Sebastian Strangio), ເປັນຜູ້ຂຽນເລື້ອງ "ທ່ານ ຮຸນ ເຊນ ຂອງກໍາປູເຈຍ," ກ່າວວ່າ ບາງສຽງໃນແວດວົງນະໂຍບາຍການຕ່າງປະເທດຂອງສະຫະລັດ ກຳລັງຕັ້ງຄໍາຖາມກ່ຽວກັບປະສິດທິພາບຂອງນະໂຍບາຍກໍາປູເຈຍໂດຍທົ່ວໄປຂອງວໍຊິງຕັນ ແມ່ນແຕ່ກ່ອນທີ່ອະດີດນາຍົກລັດຖະມົນຕີ ຮຸນ ເຊນ ຈະມອບອຳນາດໃຫ້ລູກຊາຍຂອງທ່ານ, ນາຍົກລັດຖະມົນຕີ ຮຸນ ມາເນດ, ໃນເດືອນສິງຫາ ເຊິ່ງເປັນການສິ້ນສຸດການປົກຄອງ 38 ປີຂອງຜູ້ເປັນພໍ່ຂອງທ່ານ.

“ມີ​ການ​ສົນທະນາ​ກັນ​ໃນ​ບັນດາ​ຜູ້​ທີ່​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ເຂດເອເຊຍຕາ​ເວັນ​ອອກ​ສ່ຽງ​ໃຕ້​ ວ່າ ​ທ່າທີ່ທາງສິນທຳຂອງນະ​ໂຍບາຍ​ອາ​ເມ​ຣິ​ກາ ທີ່ມີ​ຕໍ່​ກຳປູ​ເຈຍ​ ນັບ​ຕັ້ງແຕ່​ຕົ້ນ​ຊຸມ​ປີ 90 ນັ້ນ ​ແມ່ນລົ້ມແຫຼວໃນການບັນລຸເປົ້າໝາຍຂອງຕົນ, ໃນຂະນະດຽວກັນ ກໍ​ເປີດ​ຊ່ອງ​ຫວ່າງ​ໃຫ້​ຈີນ​ກ້າວ​ເຂົ້າມາ ໃນຖານະຜູ້ມີບຸນຄຸນ ແລະຜູ້ອຸປະຖຳຂອງ ທ່ານ ຮຸນ ເຊນ, ແລະຈຳເປັນຕ້ອງມີການປ່່ຽນແປງຈຸດເນັ້ນໜັກບາງຢ່າງ,” ທ່ານກ່າວໃນລະຫວ່າງການໃຫ້ສໍາພາດກັບວີໂອເອ ພາສາຂະເໜນ ໃນວັນທີ 28 ມີນາທີ່ຜ່ານມາ.

ທ່ານ ສແຕຣນຈີໂອ (Strangio) ບັນຍາຍເຖິງຄວາມເຄັ່ງຕຶງລະຫວ່າງບັນດານັກວິຈານທ່ານຮຸນ ເຊນ ທີ່ຢູ່ແຖວໜ້າ ໃນລັດຖະສະພາ ຜູ້ທີ່ຕ້ອງການໃຫ້ສິດທິມະນຸດ ແລະ ປະຊາທິປະໄຕ ເປັນນະໂຍບາຍຫຼັກຂອງນະໂຍບາຍກຳປູເຈຍ, ແລະ ບຸກຄົນສຳຄັນ ໃນກະຊວງການຕ່າງປະເທດ ທີ່ເຕັມໃຈຈະເສຍສະຫຼະຫຼັກການ ເພື່ອໃຫ້ມີອິດທິພົນຫຼາຍຂຶ້ນໃນພະນົມເປັນ.

ອ່ານຂ່າວນີ້ເປັນພາສາອັງກິດ