ເວລານີ້ ການກະກຽມຍັງຄົງດຳເນີນໄປຢ່າງຕໍ່ເນຶ່ອງ ສຳລັບການເລືອກຕັ້ງທົ່ວປະເທດໃນ ມຽນມາໃນປີນີ້ ຊຶ່ງເປັນການເລືອກຕັ້ງເທື່ອທຳອິດໃນຮອບ 20 ປີ. ມີພັກການເມືອງ 38 ພັກໄດ້ຮັບອະນຸມັດຈາກລັດຖະບານ ໃຫ້ມີສິດສົ່ງຜູ້ຮັບສະໝັກເລືອກຕັ້ງເຂົ້ານ່ັງ ໃນສະພາແຫ່ງຊາດ ພາຍໃຕ້ຂໍ້ກຳໜົດຂອງລັດຖະທໍາມະນູນ ສະບັບປີ 2008 ທີ່ຂາດຕົກບົກຜ່ອງຫລາຍສິ່ງຫລາຍປະການຂອງລັດຖະບານ ແລະກົດໝາຍເລືອກຕັ້ງ ທີ່ອອກມາເມື່ອຕົ້ນ ປີນ ີ້ທີ່ໄດ້ວາງຂໍ້ຈຳກັດຮັດແຄບຮ້າຍແຮງກວ່າເກົ່າອີກຕໍ່ສະພາບແວດລ້ອມດ້ານການເມືອງທີ່ຖືກກົດຂີ່ຢູ່່ແລ້ວຂອງປະເທດນັ້ນ.
ຖ້າພິຈາລະນາຢ່າງຜິວເຜີນແລ້ວ ໃຜໆກໍຄົງຈະພາກັນຄິດວ່າການມີຜູ້ສະໝັກເລືອກຕັ້ງຈາກຫລາຍພັກການເມືອງເຊ່ນນັ້ນເທົ່າກັບເປັນການສະເໜີແນະວ່າ ໃນທີ່ສຸດປະຊາທິປະໄຕກໍໄດ້ ຫວນກັບຄືນມາສູ່ມຽນມາ ຫລັງຈາກໄດ້ຢູ່ໃຕ້ການປົກຄອງຂອງ ອຳນາດປົກຄອ ທະຫານທີ່ຜະເດັດການມາເປັນເວລາດົນນານ. ແຕ່ວ່ານັ້ນຈະເປັນການຄາດຄິດທີ່ຜິດໆ. ກົດໝາຍເລືອກຕັ້ງສະບັບໃໝ່ແລະການກະທຳຕ່າງໆຂອງລັດຖະບານທະຫານ ມຽນມາ ໄດ້ເຮັດໃຫ້ຮູ້ຢ່າງແຈ້ງຂາວວ່າ ການເລືອກຕັ້ງຄັ້ງນີ້ຈະບໍ່ເສລີ ຍຸຕິທຳ ຫລືເປັນໄປ ແບບປະຊາທິປະໄຕ ແຕ່ເປັນການດຳເນີນການທີ່ມີການ ວາງແຜນຢ່າງລະມັດລະວັງ ທຸກໆບາດກ້າວ. ຍ້ອນກົດໝາຍເລືອກຕັ້ງທີ່ຈຳກັດຮັດແຄບຂອງມຽນມານັ້ນ ພັກຝ່າຍ ຄ້ານຊັ້ນນຳຂອງປະເທດ ກໍຄືພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫລື NLD ໄດ້ຕັດສິນໃຈທີ່ຈະບໍ່ຈົດທະບຽນເພື່ອລົງສະໝັກເລືອກຕັ້ງອີກ ແລະກໍຈະບໍ່ເຂົ້າ ປະກອບ ສ່ວນໃນການເລືອກຕັ້ງຄັ້ງນີ້. ສ່ວນພັກການເມືອງຕ່າງໆທີ່ຢາກຈະຈົດທະບຽນເລືອກຕັ້ງນັ້ນ ແມ່ນຈະຕ້ອງໃຫ້ຄຳໝັ້ນສັນຍາທີ່ຈະປົກປ້ອງ ລັດຖະ ທຳມະນູນ ສະບັບປີ 2008 ນັ້ນ ຊຶ່ງຮັບປະກັນໃຫ້ຜູ້ສະໝັກເລືອກຕັ້ງຈາກຝ່າຍທະຫານໄດ້ບ່ອນນັ່ງນຶ່ງສ່ວນສີ່ໃນສະພາ ບໍ່ວ່າຜົນການເລືອກຕັ້ງ ນັ້ນ ຈະອອກມາແບບໃດກໍຕາມ.
ສະຫະລັດໄດ້ຮຽກຮ້ອງ ເປັນເວລາດົນນານມາແລ້ວ ໃຫ້ພວກຜູ້ນຳທັງຫລາຍຂອງມຽນມາ ເປີດກວ້າງຂັ້ນຕອນດ້ານການເມືອງຂອງຕົນ ເພື່ອໃຫ້ມີ ການປະກອບສ່ວນທີ່ມີຄວາມໝາຍ ຈາກທຸກພັກຝ່າຍ ພ້ອມທັງໃຫ້ທຳການໂອ້ລົມສົນທະ ນາກັນກັບພວກທີ່ມີສ່ວນໄດ້ສ່ວນເສຍທັງຫລາຍ ຊຶ່ງໂຮມ ທັງພວກຊົນກຸ່ມ ນ້ອຍ ແລະ ພວກຝ່າຍຄ້ານທີ່ນິຍົມປະຊາທິປະໄຕນັ້ນນຳ. ພວກເຮົາເຄົາລົບນັບຖືການຕັດສິນໃຈທີ່ຍາກລຳບາກ ທີ່ພວກນັກເຄຶ່ອນ ໄຫວເພື່ອປະຊາທິປະໄຕ ແລະພັກຝ່າຍອື່ນໆຕ້ອງໄດ້ເຮັດລົງໄປກ່ຽວກັບວ່າຄວນຈະເອົາທ່າທີແນວໃດກ່ຽວກັບການເລືອກຕັ້ງໃນຄັ້ງນີ້. ເມື່ອພິຈາລະນາ ເບິ່ງຂໍ້ຈຳກັດຮັດແຄບຕ່າງໆທາງດ້ານການ ເມືອງ ທີ່ໂຮມທັງຂໍ້ຈຳກັດຕໍ່ການໂຄສະຫາສຽງເລືອກຕັ້ງ ການໂຮມຊຸມນຸມກັນ ແລະການ ອອກຂ່າວເປັນຕົ້ນນັ້ນ ກໍຍັງຖືວ່າມັນເປັນຂັ້ນຕອນເລືອກຕັ້ງທີ່ຂາດຕົກບົກຜ່ອງແລະບໍ່ສົມບູນແບບ. ພວກເຮົາເຊື່ອວ່າ ສິ່ງທີ່ຈະດຳເນີນໄປຢູ່ໃນ ມຽນມານັ້ນ ແມ່ນຈະຫ່າງໄກຫລາຍຈາກການເລືອກຕັ້ງ ທີ່ມີຜົນອອກມາຢ່າງເສລີ ຍຸຕິທຳ ຫລືຖືກຕ້ອງຕາມກົດໝາຍ.
ສະຫະລັດໄດ້ຍົກເອົາບັນຫານີ້ຂຶ້ນມາເວົ້າ ໃນການປຶກສາຫາລືກັນໂດຍກົງກັບພວກ ຈົ້າໜ້າທີ່ຂອງມຽນມາ ຫລາຍໆຄັ້ງ ແລະຈະສືບຕໍ່ເຮັດດັ່ງນັ້ນ ໄປເລື້ອຍໆ. ເທົ່າເຖິງປັດຈຸ ບັນການຕອບສະໜອງຂອງລັດຖະບານ ທະຫານມຽນ ແມ່ນໄດ້ເປັນທີ່ຜິດຫວັງຢ່າງຍິ່ງ.
ໃນລະຫວ່າງດຽວກັນນີ້ ມຽນມາກໍຍັງກັກຂັງຈຳຄຸກພວກນັກໂທດການເມືອງຢູ່ປະມານ 2,100 ຄົນ ໂຮມທັງທ່ານນາງອອງຊານ ຊູຈີ ຜູ້ສະນັບ ສະໜຸນປະຊາທິປະໄຕ ແລະເຈົ້າຂອງລາງວັນໂນແບລຂະແໜງສັນຕິພາບ. ສະຫະລັດສືບຕໍ່ຮຽກຮ້ອງໃຫ້ມຽນມາປ່ອຍພວກນັກໂທດເຫລົ່ານັ້ນ ໂດຍທັນທີ ແລະຢ່າງບໍ່ມີ ເງຶ່ອນໄຂໄດໆ ແລະໃຫ້ລັດຖະບານ ທະຫານມຽນມາ ອະນຸຍາດໃຫ້ ພວກເຂົາເຈົ້າໄດ້ເຂົ້າປະກອບສ່ວນໃນ ການດຳເນີນ ຂັ້ນຕອນ ເພື່ອສ້າງສາມຽນມາໃຫ້ ເປັນປະເທດທີ່ມີສະຖຽນລະພາບຫລາຍຂຶ້ນ ແລະຈະເຣີນຮຸ່ງເຮືອງຂຶ້ນ ກ່ວາເກົ່າ ທີ່ເຄົາຣົບນັບຖືສິດທິຂອງພົນລະເມືອງທັງໝົດຂອງຕົນ ແລະດຳລົງຊີວິດຢູ່ຢ່າງ ສັນຕິ ກັບພວກປະເທດເພື່ອນບ້ານຂອງຕົນ.
ໃນການປຶກສາຫາລືຂອງພວກເຮົານັ້ນ ພວກເຈົ້າໜ້າທີ່ມຽນມາໄດ້ສະແດງໃຫ້ຮູ້ເປັນໃນໆວ່າ ເຂົາເຈົ້າຢາກມີການຕິດຕໍ່ພົວພັນທີ່ດີຂຶ້ນກັບສະຫະລັດ. ຖ້າຫາກພວກເຈົ້າໜ້າທີ່ມຽນມາ ຫລິ່ງເຫັນສາຍພົວພັນທີ່ແຕກຕ່າງໄປໂດຍພື້ນຖານ ກັບປະເທດຂອງພວກເຮົາ ຂັ້ນຕອນພື້ນຖານຕ່າງໆຢູ່ໃນປະເທດຂອງພວກເຂົາເຈົ້າເອງ ກໍຈະຕ້ອງມີການປ່ຽນແປງເຊ່ນກັນ.