ໂຣກຄວາມເຄັ່ງຕຶງຈາກການເລືອກຕັ້ງ ຄືຄວາມເປັນຈິງກ່ອນການເລືອກຕັ້ງໃນເດືອນພະຈິກທີ່ຈະມາເຖິງນີ້

Your browser doesn’t support HTML5

ພະຍາດເຄັ່ງຕຶງກ່ຽວກັບການເລືອກຕັ້ງ ຄືຄວາມເປັນຈິງກ່ອນການເລືອກຕັ້ງໃນເດືອນພະຈິກ.

ສະມາຄົມຈິດຕະວິທະຍາຂອງອາເມຣິກັນ ຫຼຶ APA ກ່າວວ່າ ໃນຂະນະທີ່ການເລືອກຕັ້ງຫຍັບໃກ້ເຂົ້າມາ, ລະດັບຄວາມກົດດັນກໍເພີ້ມຂຶ້ນ, ບໍ່ວ່າຈະເປັນການຜູກພັນກັນທາງການເມືອງ. ຂ່າວສານຕ່າງໆທີ່ຫຼັ່ງໄຫຼເຂົ້າມາຢ່າງຕໍ່ເນື່ອງ, ການໂຕ້ຖຽງທີ່ກໍ່ໃຫ້ເກີດຄວາມເຄັ່ງຕຶງ, ແລະຄວາມກັງວົນກ່ຽວກັບອະນາຄົດຂອງປະເທດ ທັງຫມົດແມ່ນຄວາມກົດດັນຕໍ່ສຸຂະພາບທາງຈິດ. ນັກຈິດຕະວິທະຍາບາງຄົນຮ້ອງວ່າ ເປັນໂຣກຂອງຄວາມກົດຄວາມກົດດັນຈາກການເລືອກຕັ້ງ.

ການເລືອກຕັ້ງປະທານາທິບໍດີສະຫະລັດໃນວັນທີ 5 ພະຈິກ ທີ່ຈະມາເຖິງນີ້ ສົ່ງຜົນໃຫ້ຜູ້ຕອບການສໍາຫຼວດຄວາມຄິດເຫັນຂອງສະມາຄົມຈິດຕະວິທະຍາອາເມຣິກັນ ສະແດງຄວາມກັງວົນໃຈປະມານສາມສ່ວນສີ່ຂອງຜູ້ທີ່ຖືກສໍາຫຼວດ.

ນັກຈິດຕະວິທະຍາຈໍານວນນຶ່ງ ກໍາລັງຕັ້ງຊື່ໃຫ້ປາກົດການນີ້ວ່າ “ໂຣກຄວາມກົດດັນຈາກການເລືອກຕັ້ງ.”

ທ່ານນາງ ລີນ ບັບຟ໌ກາ (Lynn Bufka), ຈາກສະມາຄົມທາງຈິດວິທະຍາອາເມຣິກັນ ກ່າວຜ່ານ Zoom ວ່າ:

“ສະພາບບັນຍາກາດທາງການເມືອງ, ການສົນທະນາກ່ຽວກັບການເລືອກຕັ້ງ, ໄດ້ກາຍມາເປັນຄວາມຮ້ອນແຮງຫຼາຍຂື້ນ ແລະມີຄວາມແບ່ງແຍກຫຼາຍຂື້ນ. ແລະພວກເຮົາສົງໄສວ່າ ມັນມີຜົນກະທົບຕໍ່ບຸກຄົນ. ແລະແນ່ນອນ ປະສົບການຕ່າງໆທີ່ໄດ້ລາຍງານດ້ວຍຕົນເອງນັ້ນ ແມ່ນແຫຼ່ງຄວາມກົດດັນທີ່ສໍາຄັນສໍາລັບຫຼາຍໆຄົນ, ແລະການຄົ້ນຄວ້າອື່ນໆ ກໍ່ໄດ້ຮັບຜົນທີ່ຄ້າຍຄືກັນນີ້.”

ທ່ານ ເຄວິນ ສມິດ (Kevin Smith), ສາດສະດາຈານທາງດ້ານວິທະຍາສາດການເມືອງ ຈາກມະຫາມິທະຍາໄລ ເນບຣາສກາ-ລິນຄອນ ກ່າວວ່າ ຄວາມເຄັ່ງຕຶງທາງການເມືອງສົ່ງຜົນກະທົບຫຼາຍດ້ານຕໍ່ຊີວິດ.

ທ່ານ ເຄວິນ ສມິດ, ຈາກມະຫາມິທະຍາໄລ ເນບຣາສກາ-ລິນຄອນ ກ່າວຜ່ານ Zoom ວ່າ:

“ຊາວອາເມຣິກັນນຶ່ງສ່ວນຫ້າ ຫຼື ນຶ່ງສ່ວນສີ່ ລາຍງານວ່າ ຄວາມສໍາພັນທາງສັງຄົມແຕກແຍກ ແລະແມ່ນແຕ່ບັນຫາໃນການເຮັດວຽກ ຍ້ອນສະພາບການທາງການເມືອງ.”

ການຄົ້ນຄວ້າຂອງ ທ່ານ ສມິດ ສະແດງໃຫ້ເຫັນວ່າ ຊາວຫນຸ່ມ, ເຊັ່ນດຽວກັນກັບຜູ້ທີ່ມີຄວາມຄິດເຫັນອ່ຽງຊ້າຍ ແລະຜູ້ທີ່ມີສ່ວນຮ່ວມໃນດ້ານການເມືອງຫຼາຍກ່ວາ ທີ່ຈະມີທ່າອ່ຽງຄວາມກົດດັນຂອງການເລືອກຕັ້ງ.

ທ່ານ ເຄວິນ ສມິດ, ຈາກມະຫາມິທະຍາໄລ ເນບຣາສກາ-ລິນຄອນ ກ່າວຜ່ານ Zoom ວ່າ:

“ພວກເຮົາຮູ້ວິທີຫຼຸດຜ່ອນຜົນກະທົບຕໍ່ດ້ານສຸຂະພາບ, ພວກທ່ານພຽງແຕ່ບໍ່ເອົາໃຈໃສ່ກັບການເມືອງເທົ່ານັ້ນ! ບັນຫາແມ່ນ, ນັ້ນ ອາດເປັນສິ່ງທີ່ດີສໍາລັບສຸຂະພາບຂອງແຕ່ລະຄົນ, ແຕ່ ໂດຍສະເພາະແລ້ວ ມັນບໍ່ດີຕໍ່ສຸຂະພາບຂອງພົນລະເມືອງ.”

ຜູ້ຊ່ຽວຊານດ້ານການຄຸ້ມຄອງຄວາມກົດດັນ, ດຣ. ຄາຍລານ ດິນຕີລາ (Kiran Dintyala), ເຊິ່ງຮູ້ຈັກໃນນາມ ດຣ. ຄາມ (Calm), ເມື່ອບໍ່ດົນມານີ້ໄດ້ພິມປື້ມທີ່ມີຊື່ວ່າ “Mantra of Peaceful Politics” ບ່ອນທີ່ທ່ານໄດ້ແບ່ງປັນຄໍາແນະນໍາຂອງທ່ານກ່ຽວກັບວິທີຫຼີກເວັ້ນຄວາມເຄັ່ງຕຶງທີ່ຮຸນແຮງໃນໄລຍະກ່ອນການເລືອກຕັ້ງ.

ດຣ. ຄາຍລານ ດິນຕີລາ, ຜູ້ຊ່ຽວຊານດ້ານການຈັດການຄວາມກົດດັນ ກ່າວຜ່ານ Zoom ວ່າ:

“ການເລືອກຕັ້ງມາ ແລະກໍຜ່ານໄປ. ນັກການເມືອງມາ ແລະກໍຜ່ານໄປ. ມັນ​ອາດ​ຈະ​ປ່ຽນ​ອາ​ນາ​ຄົດ (ຂອງ​ຄົນ) ພວກ​ເຂົາ​ເຈົ້າ 10 ເປີເຊນ, ບາງ​ທີ 20 ຫາ 30 ເປີເຊັນ, ແຕ່​ສໍາ​ລັບ​ອາ​ນາ​ຄົດສ່ວນໃຫຍ່​ຂອງພວກ​ເຂົາ​ເຈົ້າແລ້ວ, ຄວາມ​ສຸກ​ຂອງ​ເຂົາ​ ​ແມ່ນ​ຂຶ້ນ​ຢູ່​ກັບ​ສິ່ງ​ທີ່​ພວກເຂົາ​ເຈົ້າ​ດໍາເນີນໄປ​ໃນ​ແຕ່​ລະ​ມື້, ໃນພຶດ​ຕິ​ກໍາ​ຂອງພວກ​ເຂົາ​ເຈົ້າ, ແລະໃນອາລົມຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ.

ແຕ່ ທ່ານນາງ ບັບຟ໌ກາ ກ່າວວ່າ ມີທາງອອກສໍາລັບຄວາມກັງວົນທາງຈິດໃຈເຫຼົ່ານັ້ນ. ທ່ານນາງກ່າວວ່າ ທັງໝົດຂຶ້ນຢູ່ກັບການຄວບຄຸມກ່ຽວກັບສິ່ງທີ່ທ່ານໄດ້ຮັບຂໍ້ມູນຂອງທ່ານ, ແລະກໍຍັງກ່ຽວກັບການປະຕິບັດການບາງຢ່າງ ແທນທີ່ຈະເພັ່ງເລັງໃສ່ແຕ່ເລື່ອງການເມືອງແບບວາລະສຸດທ້າຍ.

ທ່ານນາງ ລີນ ບັບຟ໌ກາ, ຈາກສະມາຄົມທາງຈິດວິທະຍາອາເມຣິກັນ ກ່າວວ່າ

“ການເປີດເຜີຍຕົນເອງໃຫ້ກັບຂໍ້ມູນທີ່ບໍ່ດີ, ພາບທາງລົບ, ການໃຊ້ຄໍາເວົ້າດ້ານລົບ ກໍາລັງສ້າງຄວາມກົດດັນ ແລະຄວາມຮູ້ສຶກດ້ານລົບໃຫ້ແກ່ພວກເຮົາເພີ້ທຂຶ້ນ. ສະນັ້ນ, ພວກເຮົາຄວນມີການຄວບຄຸມບາງຢ່າງນະຈຸດນັ້ນ. ອີກຢ່າງນຶ່ງທີ່ພວກເຮົາຊຸກຍູ້ໃຫ້ປະຊາຊົນຄິດວ່າ ກໍາລັງມີສ່ວນຮ່ວມໃນກິດຈະກໍາທີ່ມີຄວາມໝາຍ, ບໍ່ວ່າຈະກ່ຽວຂ້ອງກັບການເລືອກຕັ້ງ ຫຼື ບັນຫາຕ່າງໆໃນສັງຄົມປັດຈຸບັນ ຫຼື ບັນຫາຕ່າງໆທີ່ສໍາຄັນສໍາລັບທ່ານ.”

APA ເນັ້ນຢໍ້າວ່າ ການເຮັດໃຫ້ສະຕິ ແລະອາລົມສະຫງົບ ແລະການຮັກສາຄວາມສໍາພັນໃນສັງຄົມເປັນສິ່ງສໍາຄັນ, ເຊັ່ນດຽວກັບການໃຊ້ເວລາກັບຄົນທີ່ທ່ານຮັກ, ການໃຊ້ຊີວິດແບບມີຊີວາ ແລະການການກິນ ພ້ອມທັງການນອນທີ່ດີ ສາມາດຊ່ວຍຫຼຸດຜ່ອນຄວາມກັງວົນໃນວັນກ່ອນການເລືອກຕັ້ງໄດ້.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

The American Psychiatric Association says that as elections approach, stress levels go up, regardless of political affiliation. The constant stream of news, stressful arguments, and concerns about the country's future all put pressure on mental well-being. Some psychologists call it election stress disorder, and Maxim Adams has the story.

The November 5 presidential election causing anxiety for nearly three-quarters of those surveyed in an American Psychiatric Association poll.

Some psychologists are branding this phenomenon election stress disorder’.

Lynn Bufka, American Psychological Association, Zoom.

“The political climate, discussions about the elections, have become a lot more heated and a lot more divisive. And we wondered if this was having an impact on individuals. And certainly, the self-reported experience was that, indeed, that has been a significant source of stress for many individuals, and other research has also found similar kinds of results.”

Political stress affects many aspects of life, says University of Nebraska-Lincoln political science professor Kevin Smith.

Kevin Smith, University of Nebraska-Lincoln, Zoom.

“A fifth or a quarter of Americans report ruptured social relationships and even problems at work because of politics.”

Smith’s research shows that young people, as well as those with left-leaning views and those more involved in politics are more prone to election stress.

Kevin Smith, University of Nebraska-Lincoln, Zoom.

“We know how to mitigate the health effect – just not pay attention to politics! The problem is, that might be good for individual health, but it’s not particularly good for civic health.”

Stress management specialist Dr Kiran Dintyala, known as Dr Calm, recently published a book

called ‘The Mantra of Peaceful Politics’ where he shares his advice of how to avoid excessive stress during the pre-election period.

Dr. Kiran Dintyala, Stress Management Specialist, Zoom.

“Elections come and go. Politicians come and go. It might change their [[people’s]] future maybe 10%, maybe 20%-30%, but for the most part their future, their happiness depends on what they do every single day, on their behavior, on their emotions.”

But Bufka says there is a way out of the psychological malaise. She says it’s all about exerting control over where you get your information, and also about doing something...anything... instead of doom scrolling political stories.

Lynn Bufka, American Psychological Association.

“Constantly exposing ourselves to negative information, negative images, negative rhetoric is going to elevate our overall sense of negativity and stress. So, we have some control there. Another thing that we encourage people to think about is engaging in meaningful activities, whether it’s related to the election or to current societal issues or problems that are important to you.”

APA stresses that it’s important to remain calm and maintain social relationships, as spending time with loved ones, an active lifestyle and healthy eating and sleeping can all help reduce anxiety in the days before the election.