ພວກຜູ້ເຖົ້າ ເດັກນ້ອຍ ຖືກຍ້າຍ ອອກຈາກເມືອງ Homs (ສະໄລດ໌/ວີດີໂອ)

ພົນລະເຮືອນ ຖືເຄື່ອງຂອງໆພວກເຂົາເຈົ້າ ຂະນະທີ່ພາກັນ ຍ່າງໄປຫາຈຸດນັດພົບ ເພື່ອຍົກຍ້າຍອອກຈາກເມືອງ Homs ທີ່ຖືກທະຫານລັດຖະບານປິດລ້ອມ (7 ກຸມພາ 2014)

ອົງການສະຫະປະຊາຊາດ ກ່າວວ່າ ພົນລະເຮືອນຊີເຣຍ 83 ຄົນ
ຮວມທັງ ພວກຜູ້ເຖົ້າ ແລະເດັກນ້ອຍ ໄດ້ຖືກຍົກຍ້າຍ ອອກຈາກ ເຂດຄວບຄຸມຂອງພວກຕໍ່ຕ້ານລັດຖະບານ ໃນເມືອງ Homs ໃນ
ວັນສຸກວານນີ້.

ພວກເຈົ້າໜ້າທີ່ໃຫ້ຄວາມຊ່ອຍເຫຼືອ ໄດ້ຍົກຍ້າຍ ພວກຜູ້ເຖົ້າທັງ
ຊາຍແລະຍິງທີ່ມີຮ່າງກາຍຈອມຜອມໂດຍເອົາຜ້າຫົ່ມຕຸ້ມໃຫ້ເຂົາ
ເຈົ້າ ຊຶ່ງເປັນພາກສ່ວນນຶ່ງໃນການຢຸດຍິງທາງດ້ານມະນຸດສະທຳ ເພື່ອອຳນວຍໃຫ້ມີການຍົກຍ້າຍພົນລະເຮືອນອອກແລະສົ່ງການ
ຊ່ອຍເຫຼືອເຂົ້າໄປໃຫ້.

ການປິດລ້ອມເມືອງ Homs ເປັນເວລານຶ່ງປີໂດຍທະຫານລັດຖະບານຊີເຣຍ ໄດ້ເຮັດໃຫ້ມີ ການຂາດແຄນອາຫານການກິນຢ່າງຮ້າຍແຮງ. ຜູ້ປະສານງານບັນເທົາທຸກຂອງສະຫະປະ ຊາຊາດ ທ່ານນາງ Valerie Amos ກ່າວວ່າ ມີພົນລະເຮືອນທີ່ລົ້ມປ່ວຍແລະບາດເຈັບຈຳ ນວນຫຼວງຫຼາຍ ຍັງຕົກຄ້າງຢູ່ໃນເມືອງດັ່ງກ່າວນີ້. ທ່ານນາງໄດ້ຮຽກຮ້ອງໃຫ້ທຸກຝ່າຍ ອະນຸ ຍາດໃຫ້ເຈົ້າໜ້າທີ່ມະນຸດສະທຳເຂົ້າອອກເມືອງ Homs ແລະຫົວເມືອງທີ່ຖືກປິດລ້ອມອື່ນໆ ແບບບໍ່ມີການຈຳກັດ.

ພາບຫຼ້າສຸດ ຈາກ ຊີເຣຍ



ຣັດເຊຍກ່າວວ່າ ລັດຖະບານຂອງປະທານາທິບໍດີ Bashar al-Assad ໄດ້ຕົກລົງ ກັບອົງ ການສະຫະປະຊາຊາດ ໃນມື້ວັນພະຫັດຜ່ານມາ ໃຫ້ມີການຢຸດຍິງເປັນເວລາ 3 ມື້ ເພື່ອອະ ນຸຍາດໃຫ້ສົ່ງການຊ່ອຍເຫຼືອເຂົ້າໄປໃນເມືອງ Homs.

ນອກນັ້ນແລ້ວໃນວັນສຸກວານນີ້ທ່ານ Faisal Makdad ຮອງລັດຖະມົນຕີການຕ່າງປະເທດ ຊີເຣຍກ່າວວ່າ ກຸງດາມັສກັສຈະເຂົ້າຮ່ວມການເຈລະຈາສັນຕິພາບຮອບໜ້າກັບພວກຕໍ່ຕ້ານ ຊຶ່ງກຳນົດຈະເລີ້ມຂຶ້ນໃນວັນຈັນທີ 10 ກຸມພານີ້.

ການເຈລະຈາສັນຕິພາບຊຶ່ງຈັດແຈງໂດຍສະຫະລັດແລະຣັດເຊຍ ມາຮອດປັດຈຸບັນນີ້ຍັງບໍ່ ມີຄວາມກ້າວໜ້າຫຍັງຫລາຍ ເພື່ອຍຸດຕິສົງຄາມກາງເມືອງ ຢູ່ໃນຊີເຣຍ. ມີຫຼາຍກວ່າ 130 ພັນຄົນໄດ້ຖືກຂ້າຕາຍ ແລະ 9 ລ້ານຄົນ ໄດ້ຖືກບັງຄັບໃຫ້ຫລົບໜີໄປຈາກເຮືອນຊານບ້ານ ຊ່ອງຂອງພວກເຂົາເຈົ້ານັບ ແຕ່ບັນຫາຂັດແຍ້ງເລີ້ມຂຶ້ນ ໃນປີ 2011.

Your browser doesn’t support HTML5

Syria