ຜູ້ບັນຊາການ ອະວຸໂສຄົນນຶ່ງ ຂອງຊາວເຄີດ ເສຍຊີວິດ ໃນການປະທະ ກັບ ກຸ່ມລັດອິສລາມ

ມີການແນມເຫັນຄວັນ ກຳລັງພຸ່ງຂຶ້ນສູ່ທ້ອງຟ້າ ຂະນະທີ່ກຳລັງຊາວເຄີດ ຕຽມພ້ອມ ຢູ່ຂ້າງທາງ ນອກເມືອງ Kirkuk ໃນພາກເໜືອຂອງອີຣັກ (30 ມັງກອນ 2015)

ບັນດາ​ເຈົ້າ​ໜ້າ​ທີ່ ອີຣັກ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ
​ໄດ້​ສັງຫານ ຜູ້​ບັນຊາ​ການ​ຂັ້ນ​ສູງຂອງກຳລັງຊາວ​ເຄີ​ດຄົນ​ນຶ່ງ​
​ແລະ​ນັກ​ລົບ​ຊາວ​ເຄີ​ດອີກ​ຢ່າງ​ໜ້ອຍ​ຫ້າຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ນາຍ​ພົນ​ຈັດຕະວາ Shirko Fatih
​ແລະ​ພວກ​ນັກ​ລົບ ​ໄດ້​ເສຍ​ຊີວິດ​ ໃນ​ວັນ​ສຸກ​ມື້​ນີ້ ​ໃນ​ການ​ປະ​ທະ
​ກັນ​ກັບ ພວກ​ກະບົດ​ ໃກ້ກັບເມືອງ Kirkuk.

ອົງການ​ຂ່າວ​ຝຣັ່ງ ລາຍ​ງານ​ວ່າ 46 ຄົນ​ໄດ້​ຮັບ​ບາດ​ເຈັບໃນ​ການ​ປະທະກັນດັ່ງກ່າວ.

ສ່ວນຢູ່ບ່ອນອື່ນໆ​ ໃນ​ອີຣັກ ໃນວັນ​ສຸກ​ມື້​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາ​ມປອດ​ໄພ​ກ່າ​ວ
ວ່າ ເຫດລະ​ເບີດ​ແຕກສອງ​ລູກ ​ໄດ້ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ​ແປດ​ຄົນ ໃນນະຄອນ
Bagdad.

ຕຳຫລວດ​ກ່າວ​ວ່າ ລະ​ເບີດ​ໄດ້​ແຕກ​ຂື້ນ​ຢູ່​ຕະຫລາດ​ທີ່​ແອ​ອັດ​ໄປດ້ວຍຜູ້ຄົນແຫ່ງນຶ່ງ ​ໃນ
ເຂດໃຈກາງ​ນະຄອນ Bagdad.

ບັນດາ​ເຈົ້າ​ໜ້າ​ທີ່ ​ກ່າວ​ວ່າ ລະ​ເບີດລູກ​ທຳ​ອິດ ໄດ້ແຕກຂຶ້ນຢູ່​ໃນ​ເຂດ Bab al-Sharqi
​ແລະກໍຕິດຕາມ​ມາໃນເວລາ​ບໍ່​ເທົ່າ​ໃດ​ນາ​ທີ ໃນການໂຈມຕີດ້ວຍ​ລະ​ເບິດ​ລົດ.

ພວກ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ 20 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ເຫດລະ​ເບີດ​ແຕກ.

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ຄວບ​ຄຸມ​ເຂດ​ໃຫຍ່ໆ ຂອງ​ອີຣັກ ​ແລະ​ຊີ​ເຣຍ ​ໂດຍ
ປະກາດໃຫ້ເຂດດັ່ງກ່າວ ​ເປັນ​ປະເທດທີ່​ຊາວ​ມຸສລິ​ມທຸກໆຄົນຕ້ອງ​ໄດ້ປະຕິບັດ​ຕາມ.

Your browser doesn’t support HTML5

IRAQ VIOLENCE VO