ຕຳຫຼວດ ອີຈິບ ຂູ່ວ່າ ຈະໃຊ້ ລູກປືນແທ້ ຕໍ່ ພວກປະທ້ວງ (ສະໄລດ໌/ວີດີໂອ)

ພວກສະໜັບສະໜຸນ ທ່ານ Morsi ສືບຕໍ່ ການປະທ້ວງ ຢູ່ອີຈິບ

ຕຳຫຼວດອີຈິບຂູ່ວ່າ ຈະໃຊ້ລູກປືນແທ້ເພື່ອເປັນການປ້ອງກັນໂຕ
ກັບພວກປະທ້ວງຕໍ່ຕ້ານລັດຖະບານທີ່ເວົ້າວ່າ ພວກເຂົາເຈົ້າຈະ
ບໍ່ຍອມ ໃນການຕໍ່ສູ້ຂອງພວກເຂົາເຈົ້າ.

ກຸ່ມພະລາດອນພາບມຸສລິມ ກຳລັງທ້າທາຍ ຕໍ່ລັດຖະບານຊົ່ວ
ຄາວຂອງອີຈິບ ແລະຮຽກຮ້ອງໃຫ້ມີການໂຮມຊຸມນຸມປະທ້ວງ
ຂະໜາດໃຫຍ່ ຫຼັງການສວດມົນພະວະນາໃນວັນສຸກມື້ນີ້ ເພື່ອ ທວງໃຫ້ມີການແຕ່ງຕັ້ງປະທານາທິບໍດີທີ່ຖືກໂຄ່ນລົ້ມທ່ານ Mo-
hamed Morsi ເຂົ້າຮັບຕຳແໜ່ງຄືນໃໝ່.

ໃນຂະນະດຽວກັນ ປະທານາທິບໍດີຝຣັ່ງ ທ່ານ Francois Hol-
lande ມີແຜນທີ່ ຈະໂອ້ລົມທາງໂທລະສັບ ກັບນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ແລະນາຍົກລັດຖະມົນຕີອັງກິດທ່ານ David Cameron ໃນວັນສຸກມື້ ນີ້ ເພື່ອຫາລືກ່ຽວກັບສະຖານະການຢູ່ໃນອີຈິບ.

Your browser doesn’t support HTML5

Egyptians Hold Funerals, Sides Remain Defiant



ເຈົ້າໜ້າທີ່ອີຈິບ ໄດ້ກ່າວຫາ ກຸ່ມພະລາດອນພາບມຸສລິມ ແລະ ພວກສະໜັບສະໜຸນປະ
ທານາທິບໍດີ Morsi ວ່າເປັນພວກກໍ່ການຮ້າຍແລະພວກກໍ່ວິນາດສະກຳ. ກຸ່ມພະລາດອນ ພາບມຸສລິມເວົ້າວ່າ ອີຈິບພວມກັບຄືນໄປສູ່ການປົກຄອງທີ່ກົດຂີ່ຂອງພວກທະຫານ.

ໃນມື້ວັນພຸດແລ້ວນີ້ຕຳຫຼວດອີຈິບໄດ້ໃຊ້ປືນ ລົດຫຸ້ມເກາະແລະລົດດຸດເພື່ອທຳລາຍຄ້າຍ ໃຫຍ່ຂອງພວກປະທ້ວງ 2 ແຫ່ງທີ່ກຸງໄຄໂຣ. ຈຳນວນຜູ້ເສຍຊີວິດຍ້ອນຄວາມຮຸນແຮງດັ່ງ ກ່າວ ແມ່ນ 638 ຄົນ ແຕ່ກຸ່ມພະລາດອນພາບມຸສລິມເວົ້າວ່າ ມີຫຼາຍພັນຄົນ.

ພວກນັກຂ່າວແລະຜູ້ທີ່ເຫັນເຫດການລາຍງານວ່າ ໄດ້ເຫັນບ່ອນເກັບສົບແລະໂຮງໝໍຊົ່ວ ຄາວທີ່ພື້ນເຕັມໄປດ້ວຍເລືອດ ແລະສົບຄົນຕາຍ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ປະກາດຍົກເລີກ ໝາຍກຳນົດການ ຊ້ອມລົບທາງທະຫານ ໃນເດືອນໜ້າ ກັບກອງທັບອີຈິບ ຊຶ່ງເປັນເຫດການທີ່ຝ່າຍອີຈິບ ມີ ຄວາມກະຕືລືລົ້ນເຂົ້າຮ່ວມນັ້ນ.

Your browser doesn’t support HTML5

Egypt’s Crisis and U.S. Influence (VOA On Assignment Aug 16)