ກຸ່ມພະລາດອນພາບມຸສລິມ ຮຽກຮ້ອງໃຫ້ມີການປະທ້ວງຂະໜາດ
ໃຫຍ່ອີກໃນວັນພຸດມື້ນີ້ເພື່ອສືບຕໍ່ສະແດງການຄັດຄ້ານຂອງຕົນ
ຕໍ່ການປ່ຽນແປງທາງການເມືອງໃນໄລຍະຂ້າມຜ່ານ ທີ່ກໍາລັງ
ດໍາເນີນໄປໃນອີຈິບ ຫຼັງຈາກການໂຄ່ນລົ້ມປະທານາທິບໍດີ
Mohamed Morsi ແລ້ວນັ້ນ.
ກຸ່ມອິສລາມດັ່ງກ່າວໄດ້ຢືນຢັດໃຫ້ນໍາເອົາທ່ານ Morsi ກັບຄືນມາກໍາຕໍາແໜ່ງຄືເກົ່າ ແລະກໍ
ປະຕິເສດຕໍ່ການມີສ່ວນປະກອບໃດໆທັງສິ້ນ ໃນການປະກອບລັດຖະບານຊົ່ວຄາວນັ້ນ.
ຄະນະລັດຖະບານທີ່ຫາກໍສາບານຕົວເຂົ້າຮັບຕໍາແໜ່ງ ທີ່ນໍາພາໂດຍນາຍົກລັດຖະມົນຕີ
ຊົ່ວຄາວ ທ່ານ Hazem el-Beblawi ໄດ້ເລີ່ມເຮັດວຽກໃນວັນພຸດມື້ນີ້ ໂດຍປາດສະຈາກສະມາຊິກຂອງພັກນິຍົມສາສະໜາອິສລາມໃດໆ.
ຄະນະລັດຖະບານ ໃໝ່ ທີ່ປະກອບດ້ວຍພວກຫົວເສລີນິຍົມ ແລະພວກຊ່ຽວຊານດ້ານວິຊາ
ການ ເປັນສ່ວນໃຫຍ່ນັ້ນ ມີສະມາຊິກ 7 ຄົນຈາກຄະນະລັດຖະບານຊຸດກ່ອນ ຊຶ່ງຮວມທັງ
ຜູ້ບັນຊາການທະຫານ ນາຍພົນ Abdel-Fattah al-Sissi ຜູ້ທີ່ໂຄ່ນລົ້ມທ່ານ Morsi
ແລະບັດນີ້ຈະກໍາຕໍາແໜ່ງລັດຖະມົນຕີປ້ອງກັນປະເທດ ແລະຮອງນາຍົກລັດຖະມົນຕີນໍາ.
ມີແມ່ຍິງ 3 ຄົນ ຖືກເລືອກເຂົ້າຮັບຕໍາແໜ່ງລັດຖະມົນຕີກະຊວງສາທະລະນະສຸກ, ຖະແຫຼງ
ຂ່າວ ແລະສະພາບແວດລ້ອມ.
ຫົວໜ້າ ຝ່າຍນະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ຫຼື EU ທ່ານນາງ
Catherine Ashton ໄດ້ຮຽກຮ້ອງໃຫ້ອີຈິບ ດໍາເນີນຂັ້ນຕອນທາງການເມືອງທີ່ຮວມເອົາ
ທຸກກຸ່ມຝ່າຍ ໃນຂະນະທີ່ທ່ານນາງໄປຢ້ຽມຢາມອີຈິບ ເພື່ອສົນທະນາຫາລືກັບທ່ານ Be-
blawi ແລະປະທານາທິບໍດີ Adly Mansour. EU ໄດ້ກ່າວໃນຖະແຫຼງການກ່ອນການ
ຢ້ຽມຢາມຂອງທ່ານນາງວ່າ ນອກນີ້ແລ້ວ ທ່ານນາງຍັງຈະພົບປະຜູ້ຕາງໜ້າຂອງພະລັງ
ທາງການເມືອງອື່ນໆອີກ ແຕ່ບໍ່ໄດ້ລະບຸວ່າ ກຸ່ມໃດ.

Your browser doesn’t support HTML5