ການລົງຄະແນນສຽງໃນການເລືອກຕັ້ງສຳລັບສະພາໃໝ່ ທີ່ໄດ້ລໍຖ້າມາດົນນານ ໄດ້ໄຂຂຶ້ນໃນວັນອາທິດມື້ນີ້ໃນເຄິ່ງໜຶ່ງຂອງ ຈຳນວນແຂວງທົ່ວປະເທດ ອີຈິບ. ໃນຂະນະທີ່ລັດຖະບານ ເຮັດວຽກເພື່ອສຳເລັດແຜນການໄປສູ່ປະຊາທິປະໄຕ ເຊິ່ງໄດ້ປະຕິບັດຂຶ້ນ ຫຼັງຈາກການຂັບໄລ່ປະທານາທິບໍດີ Mohammed Morsi ອອກຈາກຕຳແໜ່ງ.
ຂັ້ນຕອນທຳອິດຂອງການເລືອກຕັ້ງລວມມີ 14 ແຂວງສຳລັບການລົງຄະແນນສຽງໃນວັນອາທິດມື້ນີ້ ແລະ ວັນຈັນມື້ອື່ນ, ແລະ ເຂດທີ່ເຫຼືອແມ່ນຈະໄດ້ໄປເລືອກຕັ້ງ ໃນຕົ້ນຂອງເດືອນທັນວາທີ່ຈະມາເຖິງນີ້. ປະຊາຊົນ ອີຈິບ ທີ່ອາໄສຢູ່ຕ່າງປະເທດ ກໍໄດ້ມີໂອກາດ ໃນການລົງຄະແນນສຽງໃນວັນເສົາວານນີ້.
ປະຊາຊົນ ອີຈິບ ລຽນແຖວລໍຖ້າປ່ອນບັດເລືອກຕັ້ງ ຢູ່ນອກສະຖານີ ການເລືອກຕັ້ງ ໃນລະຫວ່າງ ການເລືອກຕັ້ງລັດຖະສະພາ ໃນເມືອງ Alexandria, 18 ຕຸລາ, 2015.
ຜູ້ນຳຄົນປັດຈຸບັນ ທ່ານ Abdel Fattah el-Sissi ໄດ້ນຳໜ້າຄວາມພະຍາຍາມເພື່ອໂຄ່ນອຳນາດທ່ານ Morsi ໃນປີ 2013, ປະທານາທິບໍດີຄົນທຳອິດ ທີ່ໄດ້ຖືກເລືອກຕັ້ງຢ່າງເປັນປະຊາທິປະໄຕ ເຊິ່ງໄດ້ນຳເອົາທະຫານທີ່ໜູນຫຼັງໂດຍລັດຖະບານຊົ່ວຄາວ ດ້ວຍຄຳສັນຍາວ່າຈະສ້າງຕັ້ງລັດຖະທຳມະນູນໃໝ່ ແລະ ການເລືອກຕັ້ງເອົາປະທານາທິບໍດີຄົນໃໝ່ ແລະ ສະພາແຫ່ງຊາດຂຶ້ນ.
ລັດຖະທຳມະນູນ ໄດ້ຖືກຮັບຮອງໃນເດືອນມັງກອນ 2014 ທີ່ຜ່ານມາ ແລະ ທ່ານ Sissi ໄດ້ຮັບໄຊຊະນະໃນການເລືອກຕັ້ງ 4 ເດືອນຕໍ່ມາ. ປະເທດ ອີຈິບ ບໍ່ໄດ້ມີສະພາຕັ້ງແຕ່ເດືອນ
ມິຖຸນາ ປີ 2012 ເປັນຕົ້ນມາ ເມື່ອສານໄດ້ຍຸບອົງກອນທີ່ຖືກຄວບຄຸມໂດຍ ພັກພະລາດອນ ພາບມຸສລິມຂອງທ່ານ Morsi, ເຊິ່ງເປັນກຸ່ມທີ່ຕອນນີ້ຖືກຫ້າມ ແລະ ຕີກາໃສ່ວ່າເປັນອົງກອນກໍ່ການຮ້າຍນັ້ນ.
Your browser doesn’t support HTML5
Yemen Election