ຜູ້ນຳອີຈິບວ່າ ການຕັດສິນຈຳຄຸກ ນັກຂ່າວ Al-Jazeera ມີຜົນກະທົບ ໃນທາງລົບຫລາຍ (ວີດີໂອ)

ນາຍ Peter Greste (ຊ້າຍ) ນາຍ Mohamed Fahmy ແລະນາຍ Baher Mohamed ຟັງຄຳຕັດສິນຂອງສານ ທີ່ນະຄອນຫຼວງໄຄໂຣ, ອີຈິບ, ວັນທີ 23 ມິຖຸນາ 2014.

ປະທານາທິບໍດີ Abdel Fattah el-Sissi ​ແຫ່ງ​ອີ​ຈິບ ກ່າວ​ວ່າ
ທ່ານ​ຢາກ​ໃຫ້​ພວກ​ນັກ​ຂ່າວ Al-Jazeera ​3 ຄົນ ​ທີ່​ຖືກ​ຕັດສິນ​ວ່າ
​ມີ​ຄວາມ​ຜິດ ໃນເດືອນ​ແລ້ວ​ນີ້​ ໃນ​ຖານ​ໃຫ້ການ​ສະໜັບສະໜຸນ​
ກຸ່ມ​ພະລາດອນພາບ​ມຸສລິ​ມທີ່​ຖືກ​ຫ້າມ​ນັ້ນ ຖືກ​ເນລະ​ເທດ ​ແທນ
​ທີ່​ຈະຖືກດຳ​ເນີນ​ຄະດີ​.

ໜັງສືພິມ Al-Masry Al-Youm ອ້າງ​ຄ​ເວົ້າ​ຂອງ​ທ່ານ Sissi
​ໃນວັນ​ຈັນ​ມື້​ນີ້ ທີ່​ກ່າວ​ຕໍ່​ບັນດາ​ບັນນາທິການ​ອີ​ຈິບ​ກຸ່ມ​ນຶ່ງ​ວ່າ ຄຳ​
ຕັດສິນຄວາມ​ຜິດ​ໃນ​ວັນ​ທີ 23 ມິຖຸນາ​ຜ່ານ​ມານັ້ນ “ມີ​ຜົນກະທົບ​
ໃນ​ທາງ​ລົບຫຼາຍ”
.

ສານ​ໃນ​ນະຄອນຫຼວງໄຄ​ໂຣ ​ໄດ້​ຕັດສິນ​ລົງ​ໂທດ​ນາຍ Peter Greste ຄົນ​ອອສ​ເຕຣ​ເລຍ
ນາຍ Mohamed Fahmy ຄົນ​ກາ​ນາ​ດາ​ເຊື້ອສາຍອີ​ຈິບ ​ແລະ​ນາຍ Baher Mohamed ຄົນ​ອີ​ຈິບ ​ໃຫ້​ຈຳ​ຄຸກ 7 ປີ ​ຊຶ່ງ​ພາ​ໃຫ້​ມີ​ການ​ຕຳ​ໜິຕິຕຽນ​ຢ່າງ​ໜັກ ​ຈາກ​ລັດຖະບານ​ປະ​ເທດ​ຕ່າງໆ ແລະ​ບັນດາ​ກຸ່ມປົກ​ປ້ອງ​ເສລີພາບວົງ​ການ​ຂ່າວ​ໃນ​ທົ່ວ​ໂລກ.

ນາຍ Andrew ອ້າຍ​ຂອງ​ນາຍ Greste ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ຄວາມ​ເຫັນ​ຂອງ​ປະທານາ
ທິບໍດີ el-Sissi ນັ້ນ​ ໄດ້​ໃຫ້​ “ກຳລັງໃຈ” ​ແຕ່​ວ່າ​ລາວ​ກໍ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ວ່າມັນຈະ​ນຳພາ
​ໄປ​ສູ່​ການ​ແກ້​ໄຂ​ບັນຫາ​ຫຼືບໍ? ລາວ​ກ່າວ​ຕໍ່​ໄປ​ວ່າ ພາບ​ພົດ​ທີ່​ອີ​ຈິບ​ໄດ້​ຮັບຈາກ​ຂ່າວ​ກ່ຽວ​ກັບ
​ເລື້ອງ​ນີ້ ​ແລະ​ພາບ​ຕ່າງໆ​ຂອງ​ພວກ​ນັກ​ຂ່າວ​ຢູ່​ໃນ​ກົງຂັງ​ໃນ​ສານ​ນັ້ນ ບໍ່​ແມ່ນ​ສິ່ງ​ທີ່ອີ​ຈິບ
​ຢາກ​ສະ​ແດງ​ໃຫ້​ໂລກ​ເຫັນ.

Your browser doesn’t support HTML5

egyptjournalists7july14