ນັກເຄື່ອນໄຫວ ໃນອີຈິບ ກໍາລັງພາກັນວາງແຜນ ນັດຢຸດງານປະທ້ວງນຶ່ງມຶ້

ບັນດານັກເຄື່ອນໄຫວໃນອີ່ຍິບ ກໍາລັງພາກັນປະທ້ວງຢູ່ ຈະຈຸລັດ Tahrir ທີ່ ນະຄອນ Cairo, ວັນທີ່ 10, 2012.

ບັນດາ​ນັກ​ເຄື່ອນ​ໄຫວ​ໃນ​ອີຈິບ ກໍາລັງ​ວາງ​ແຜນ​ການນັດ​ຢຸດ​ງານ​ມື້ນຶ່ງ​ ເພື່​ອລະ​ລຶກ​ເຖິງ​
ວັນ​ຄົບຮອບປີ​ທຳ​ອິດ​ໃນ​ການ​ໂຄ່ນ​ລົ້ມປະທານາທິບໍດີ Hosni Mubarak.

ແຜນການໃໝ່​ນີ້​ໄດ້ມີຂຶ້ນຫຼັງຈາກ​ການ​ປະ​ທ້ວງ​ຫລາຍໆ​ຄັ້ງ ​ເພື່ອ​ຮຽກຮ້ອງໃຫ້ບັນດາ​ຜູ້​
ນໍາ​ທະ​ຫານ​ຂອງປະ​ເທດ ​ມອບ​ອໍານາດ​ໃຫ້​ແກ່​ພົນລະ​ເຮືອນ.

ສະພາ​ສູງ​ສຸດ​ຂອງ​ກອງທັບ ທີ່​ໄດ້​ເຂົ້າ​ກໍາ​ອໍານາດ ໃນ​ເວລາທ່ານ Mubarak ລາ​ອອກ
ຈາກ​ຕໍາ​ແໜ່​ງ​ໃນ​ເດືອນ​ກຸມພາ​ປີ​ກາຍ​ນີ້ ໄດ້​ກ່າວ​ວ່າ “ຈະ​ບໍ່​ກົ້ມ​ຫົວໃຫ້​ແກ່​ຄໍາ​ຂູ່​ຂວັນ​ໃດໆ
ຫລື​ຍອມ​ປະຕິບັດ​ຕາມ​ຕໍ່​ການ​ກົດ​ດັນຕ່າງໆ “​ເພື່ອ​ຈະ​ເລັ່ງລັດການໂອນ​ອໍານາດ​ໃຫ້​ແກ່​
ພົນລະ​ເຮືອນ.

ໃນ​ມື້​ວັນ​ສຸກວານີ້ ຫລ​າຍໆ​ພັນ​ຄົນໄດ້​ພາກັນ​ເດີນຂະ​ບວນໄປ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ
ຢູ່ທີ່ນະຄອນຫລວງ​ໄຄ​ໂຣ.

ພວກ​ຜູ້ນຳ​ທະ​ຫານອີ​ຈິບ​ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ ຈະ​ມີ​ການ​ເລືອກ​ຕັ້ງ​ເອົາປະທານາທິບໍດີ​
ໃນ​ເດືອນ​ມິຖຸນາ​ທີ່​ຈະ​ມາ​ເຖິງ​ນີ້ ເພື່ອ​ໃຫ້​ເປັນ​ທີ່ເສັດສິ້ນການ​ໂອນ​ອຳນາດ​ແບບ​ປະຊາທິປະໄຕ ​
ໃຫ້​ແກ່​ການ​ປົກຄອງຂອງ​ພົນ​ລະ​ເຮືອນ. ນອກ​ນັ້ນພວກ​ທະຫານ​ທີ່​ປົກຄອງ​ປະ​ເທດ ຍັງໄດ້
ຈັດການເລືອກໃນຕັ້ງ​ສະພາຫຼາຍໆ​ຂັ້ນທີ່​ນໍາພາ​ໄປ​ສູ່​ການ​ມີ​ສະພາ​ແຫ່ງ​ຊາດ ຊຸດ​ໃໝ່ ທີ່​ຄອບ
ງຳ​ໂດຍບັນດາພັກສາ​ສະໜາ​ອິສ​ລາ​ມນັ້ນ​.