ທ່ານ Morsi ຮຽກຮ້ອງໃຫ້ ປະຊາຊົນອີຈິບ ປຸ້ມລຸມກັນ ສ້າງສາ ປະເທດຊາດ ຄືນໃໝ່

ທ່ານ Mohamed Morsi ກ່າວຄໍາປາໄສ ຢູ່ສະພາສູງ ຮຽກຮ້ອງໃຫ້ ປະຊາຊົນອີຈິບ ຈົ່ງຮ່ວມແຮງຮ່ວມໃຈ ປຸ້ມລຸນກັນ ເພື່ອສ້າງສາ ປະເທດຊາດຄືນໃໝ່, ວັນທີ 29 ທັນວາ 2012.

ປະທານາ​ທິບໍດີ​ອິຈິບ ທ່ານ Mohamed Morsi ​ໄດ້​ຂໍ​ຮ້ອງ​ໃຫ້​ຊາວ​ອີ​ຈິບ ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈປຸ້ມລຸມ​ກັນ ​ເພື່ອ​ສ້າງສາ​ປະ​ເທດ​ຊາດ​ຄືນ​ໃໝ່. ໃນ​ຄໍາ​ປາ​ໄສບັ້ນ​ນຶ່ງ​ເມື່ອ​ວັນ​ ເສົາ​ ວານ ​ນີ້ ຕໍ່ໜ້າ​ສະມາຊິກ​ສະພາ​ສູງ​ທີ່​ໄຂ​ຂຶ້ນ​ໃໝ່ໆຂອງ​ອີ​ຈິບ ທ່ານ Morsi ​ເວົ້າ​ວ່າ ມັນ​ເຖິງເວລາ​ສໍາລັບ​ປ​ະ​ເທດ​ຊາດ​ທີ່​ຈະສຸມໃສ່ວຽກ​ງານ ຄວາມ​ຕັ້ງ​ໃຈ​ເອົາ​ຈິງ​ເອົາ​ຈັງແລະ​ຄວາມ ພະຍາຍາມ.

ທ່ານ Morsi ​ໄດ້ປະກາດ​ແຜນການຫຼາຍໆ​ຢ່າງ​ ເພື່ອ​ສ້າງ​ໜ້າ​ວຽກ​ແລະ​ການ​ລົງທຶນ​ໃນເຂດຄອງ​ Suez ​ແລະ​ແຫຼມ Sinai.

ການ​ປະ​ທ້ວງ​ແລະ​ເຫດການຮຸນ​ແຮງເມື່ອ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມາ​ນີ້ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍຕື່ມ​ຂຶ້ນ​ອີກ ​ໃຫ້​ແກ່​ເສດຖະກິດທີ່​ໄດ້
ປະສົບ​ກັບ​ວິ​ກິດ​ການ​ມາ​ ນັບ​ຕັ້ງ​ແຕ່​ການ​ຕົກ​ຈາກ​ອໍານາດໃນ​ປີ 2011 ຂອງ​ທ່ານ Hosni Mubarak ຜູ້​ນໍາອີ​ຈິບ​ເປັນ​ເວລາ​ດົນນານນັ້ນ.

​ເຫດການ​ວຸ້ນວາຍ​ໄດ້​ເກີດ​ຂຶ້ນ ສ່ວນ​ນຶ່ງ​ແມ່ນ​ເປັນຍ້ອນຮ່າງ​ລັດຖະທໍາ​ມະນູນ​ທີ່​ນໍາພາ​ໂດຍ​ ພວກ​ອີສລາມ ທີ່​ໄດ້ສະພາ​ໄດ້​ຮັບຮອງ​ເອົາເມື່ອ​ເດືອນ​ຜ່ານ​ມາ ​ແລະ​ໄດ້​ມີການ​ປະຊາ​ມະຕິ
ຮັບ​ເອົາ​ນັ້ນ.

​ໃນ​ຄໍາ​ປາ​ໄສ​ຂອງ​ທ່ານ​ນັ້ນ ທ່ານ Morsi ​ໄດ້ປ້ອງ​ກັນ​ລັດຖະທໍາ​ມະນູນ​ສະບັບ​ໃໝ່ ​ໂດຍ​ກ່າວ​ວ່າ ມັນ​ໃຫ້​ສິດທິ​ເທົ່າ​ທຽມ​ກັນ​ແກ່​ໝົດ​ທຸກ​ຄົນ.

ທ່ານ Morsi ​ໄດ້​ເຊັນ​ດໍາລັດ​ສະບັບ​ນຶ່ງເມື່ອ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ ທີ່ເຮັດ​ໃຫ້ລັດຖະທໍາມະນູນ
ມີ​ຜົນ​ບັງຄັບ​ໃຊ້ ຫຼັງຈາກ​ຄະນະ​ກໍາມະການ​ເລືອກ​ຕັ້ງ​ອີ​ຈິບ ​ເວົ້າ​ວ່າ ມີ​ເກືອບ 64 ​ເປີ​ເຊັນ​
ຂອງ​ຜູ້​ປ່ອນ​ບັດ​ທີ່​ສະ​ໜັບສະ​ໜຸນ​ລັດຖະທໍາມະ​ນູນສະບັບ​ໃໝ່ ​ໃນ​ການ​ລົງ​ປະຊາ​ມະຕິ​ໃນ​ເດືອນ​ນີ້.

ພັກ​ພະລາດອນພາບ​ມູສລິ​ມ ອະດີດ​ພັກ​ຂອງ​ທ່ານ Morsi ​ໃຫ້ການ​ສະ​ໜັບສະ​ໜຸນ​ລັດຖະ
ທໍາ​ມະນູນ​ສະບັບ​ໃໝ່​ນີ້ ​ແຕ່​ບັນດາ​ສະມາຊິກ​ຝ່າຍ​ຄ້ານ ທີ່​ປະກອບ​ດ້ວຍ​ພັກເສລີ​ນິຍົມ ພວກ​ນິຍົມ​ທາງ​ໂລກ ​ແລະ​ຄຣີສຕຽນ​ຂອງ​ອີ​ຈິບ ຢ້ານ​ກົວ​ວ່າ ​ມັນ​ຈະ​ທໍາລາຍ​ອິດສະຫຼະພາບ​ຂອງ
​ພົນລະ​ເຮືອນ ຍ້ອນ​ວ່າມັນເພີ່ມ​ບົດບາດ​ຂອງກົດໝາຍ​ອີສລາມຫຼາຍຂຶ້ນ ​ແລະ​ກໍ​ບໍ່​ໄດ້ເອີ່ຍ
​ເຖິງສິດທິຂອງ​ແມ່ຍິງ​ແຕ່​ຢ່າງ​ໃດ.