ປະຊາຊົນອີຈິບ ສືບຕໍ່ ເດີນຂະບວນ ຕ້ານທ່ານ Morsi ຢູ່ອີຈິບ (ວີດິໂອ)

ພວກປະທ້ວງຕໍ່ຕ້ານປະທານາທິບໍດີ Mohamed Mursi ຮ້ອງຄໍາຂວັນຕໍ່ຕ້ານທ່ານ ແລະສະມາຊິກພັກພາລາດອນພາບ ມຸສລິມ ໃນລະຫວ່າງ ມີການປະທ້ວງໃນຈະຕຸລັດ Tahrir ຢູ່ກຸງໄຄໂຣ ໃນວັນທີ 30 ມິຖຸນາ 2013.

ຝູງຊົນຈໍານວນ​ຫລວງຫລາຍ​ໄດ້ໄປເຕົ້າໂຮມກັນ ໃນນະຄອນ
ຫລວງໄຄໂຣ ເພື່ອປະກອບ ສ່ວນ​ໃນ​ການເດີນຂະບວນຂອງ​
ມະຫາຊົນ ທີ່ໄດ້ມີ​ການວາງແຜນໄວ້ ເພື່ອຮຽກຮ້ອງໃຫ້ ປະທາ
ນາທິບໍດີ Mohamed Morsi ລົງຈາກຕໍາແໜ່ງ.

ພວກຈັດການປະທ້ວງໃນວັນອາທິດມື້ນີ້ ກ່າວອ້າງວ່າ ມີຫລາຍ
ກວ່າ 22 ລ້ານຄົນ ໄດ້ເຊັນໃບຮ້ອງຮຽນໃຫ້ ຜູ້ນໍາຫົວ​ເຄ່ງ​ຄັດ​ໃນ​ສາສະໜາອິສລາມດັ່ງກ່າວລາອອກຈາກຕໍາແໜ່ງ ໂດຍຢືນຢັດ
ວ່າ ຈໍານວນຄົນປະທ້ວງດັ່ງກ່າວເປັນການສໍ່ສະແດງໃຫ້ເຫັນວ່າ ສາທາລະນະຊົນພາກັນຕໍ່ຕ້ານການປົກຄອງຂອງທ່ານຫລາຍ
ປານໃດ.

ຝູງຊົນອັນໜາແໜ້ນໄດ້ເລີ້ມໂຮມຊຸມນຸມກັນຢູ່ຈະຕຸລັດ Tahrir ໃນຕອນ​ແລງວັນເສົາວານນີ້
ລ່ວງ​ໜ້າການເດີນຂະບວນປະ​ທ້ວງ ທີ່ໄດ້ວາງແຜນໄວ.

ມີລາຍງານວ່າ ຢ່າງໜ້ອຍມີ 7 ຄົນເສຍຊີວິດໄປ, ລວມທັງຜູ້ນຶ່ງທີ່ເປັນສັນຊາດອາເມຣິກັນ
ແລະອີກຫລາຍຮ້ອຍຄົນໄດ້ຮັບບາດເຈັບ ຢູ່ໃນການປະທະກັນລະຫວ່າງ ພວກ ສະໜັບ
ສະໜຸນ ແລະຕໍ່ຕ້ານທ່ານ Morsi ໃນຮອບອາທິດຜ່ານ​ມານີ້.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນວັນເສົາວານນີ້ວ່າ ສະຫະລັດ ກໍາລັງມອງເບິ່ງ ຄວາມວຸ້ນວາຍທາງ​ການ​ເມືອງ ທີ່ນັບມື້ນັບເພີ້ມທະວີຂຶ້ນຂອງອີຈິບນັ້ນ ດ້ວຍຄວາມເປັນຫ່ວງ.

ໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມກັນ ກັບປະທານາທາທິບໍດີອາ​ຟຣິກາ​ໃຕ້ ທ່ານ Jacob Zuma ນັ້ນ ທ່ານໂອບາມາເວົ້າວ່າ ສະຫະລັດສະໜັບສະໜຸນວິທີການ ແບບສັນຕິ ທີ່ຈະນໍາເອົາການປ່ຽນແປງມາສູ່ອີຈິບ. ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ:

“ຂ້າພະເຈົ້າຄິດວ່າທຸກຝ່າຍຕ້ອງປະນາມການກໍ່ຄວາມຮຸນແຮງ. ພວກເຮົາ
ຢາກເຫັນຝ່າຍຕໍ່ຕ້ານ ​ແລະປະທານາທິບໍດີ Morsi ທໍາການສົນທະນາກັນ ​ໃນລັກສະນະທີ່ສ້າງສັນຂຶ້ນກວ່າເກົ່າ ກ່ຽວກັບວ່າ ພວກເຂົາເຈົ້າຈະເອົາປະ
ເທດຊາດ ຂອງຕົນກ້າວໜ້າໄປແບບໃດ ເພາະວ່າ ບໍ່ມີໃຜ ໄດ້ຮັບຜົນປະ
ໂຫຍດຈາກສະພາບ ທີ່ສູ້ຢັນກັນ ຢູ່ໃນ​ເວລາ​ນີ້ເລີຍ.”


ພວກເຈົ້າໜ້າທີ່ເວົ້າວ່າ ມີສາມຄົນຖືກສັງຫານໃນວັນສຸກຜ່ານມາຊຶ່ງລວມທັງທ້າວ Andrew
Pochter ນັກສຶກສາອາເມຣິກັນໜຸ່ມທີ່ຖືກແທງຈົນຕາຍໃນຂະນະທີ່ຖ່າຍຮູບ ​ເອົາການເດີນ
ຂະບວນປະທ້ວງ ຢູ່ນະຄອນ Alexandria.

ເບິ່ງວີດິໂອກ່ຽກັບຂ່າວນີ້:

Your browser doesn’t support HTML5

ການເດີນ ຂະບວນ ຕ້ານທ່ານ Morsi ຢູ່ໃນອີຈິບ