ພວກຝ່າຍຄ້ານ ໃນອີຈິບ ບໍ່ຍອມ ເຈລະຈາ ກັບ ປ. Morsi (ສະໄລດ໌)

ຊາວອີຈິບຄົນນຶ່ງຍ່າງກາຍຕຳຫຼວດປາບຈະລາຈົນ ທີ່ຍາມປະຕູທາງເຂົ້າທຳນຽບປະທານາທິບໍດີ ຢູ່ລຸ້ມປ້າຍຄຳຂວັນທີ່ຂຽນເປັນພາສາອາຣັບວ່າ ປະຊາຊົນຕ້ອງການທຳລາຍອຳນາດ ການປົກຄອງນີ້ ແລະຮູບປະທານາທິບໍດີ Mohammed Morsi ທີ່ຖືກຂີດໜ້າ (8 ທັນວາ 2012)

ປະທານາທິບໍດີອີຈິບ ທ່ານ Mohamed Morsi ໄດ້ຮຽກຮ້ອງໃຫ້
ເປີດໃນອັນທີ່ທ່ານເອີ້ນວ່າ ການສົນທະນາຫາລື ໃນຂອບເຂດທີ່
ກວ້າງຂວາງກັບພວກຝ່າຍຄ້ານໃນວັນເສົາມື້ນີ້ໃນຂະນະທີ່ວິກິດ
ການທາງດ້ານການເມືອງ ຢູ່ໃນປະເທດດັ່ງກ່າວ ກ້າວເຂົ້າສູ່ອາ
ທິດທີສາມ.

ພວກຜູ້ນຳຝ່າຍຄ້ານກ່າວວ່າ ຕົນບໍ່ສົນໃຈທີ່ຈະສົນທະນາຫາລື
ກັບທ່ານ Morsi ນອກຈາກວ່າຈະມີການຖອນດຳລັດທີ່ເປັນບັນ
ຫາຖົກຖຽງໂຕ້ແຍ້ງ ຂອງປະທານາທິບໍດີ ແລະຍົກເລີກການລົງ
ປະຊາມະຕິເພື່ອຮັບຮອງເອົາຮ່າງລັດຖະທຳມະນູນ.

ກອງທັບອີຈິບກ່າວໃນວັນເສົາມື້ນີ້ວ່າ ຕົນສະໜັບສະໜຸນໃຫ້ມີ
ການສົນທະນາຫາລືກັນ ເພື່ອແກ້ໄຂ ບັນຫາຂັດແຍ້ງທາງດ້ານ
ການເມືອງ. ໂຄສົກຂອງກອງທັບກ່າວວ່າ ການເຈລະຈາຫາລືກັນແມ່ນຊ່ອງທາງທີ່ດີທີ່ສຸດ ແລະກໍເປັນຊ່ອງທາງດຽວເທົ່ານັ້ນ ທີ່ຈະບັນລຸການເຫັນພ້ອມນຳກັນ.

ໃນວັນສຸກວານນີ້ ອີຈິບໄດ້ເລື່ອນເວລາ ໃນການປ່ອນບັດລ່ວງໜ້າ ເພື່ອຮັບຮອງເອົາຮ່າງ
ລັດຖະທຳມະນູນດັ່ງກ່າວໂດຍຊາວອີຈິບທີ່ອາໄສຢູ່ໃນຕ່າງປະເທດ. ພວກນັກວິເຄາະບາງ ຄົນກ່າວວ່າ ການເຄື່ອນໄຫວທີ່ວ່ານີ້ອາດຈະເປັນສັນຍານທີ່ສະແດງໃຫ້ເຫັນວ່າປະທານາ ທິບໍດີ Morsi ເຕັມໃຈທີ່ຈະເຈລະຈາກັບພວກຝ່າຍຄ້ານ.

ການປະທ້ວງໄດ້ມີຂຶ້ນທີ່ນະຄອນຫຼວງໄຄໂຣ ໃນຮອບສອງອາທິດຜ່ານມາໂດຍທີ່ພວກຄັດ ຄ້ານຕໍ່ປະທານາທິບໍດີ Morsi ໄດ້ປະທະກັບພວກສະໜັບສະໜຸນທ່ານ ຍ້ອນບໍ່ເຫັນພ້ອມ ກັບດຳລັດ ທີ່ມອບສິດພິເສດໃຫ້ແກ່ທ່ານເອງ ແລະແຜນການລົງປະຊາມະຕິໃນວັນທີ 15 ທັນວານີ້ ເພື່ອຮັບຮອງເອົາລັດຖະທຳມະນູນສະບັບໃໝ່ ທີ່ໄດ້ມີການຮ່າງຂຶ້ນຢ່າງຟ້າວຟັ່ງ ນັ້ນ.

ເບິ່ງພາບຫລ້າສຸດກ່ຽວກັບສະພາບການປະທ້ວງຢູ່ອີຈິບ:

ການປະທ້ວງ ຢູ່ນອກທໍານຽບຂອງ ປະທານາທິບໍດີອີຈິບ ຍັງມີສືບຕໍ່ມາ