6 ຄົນ ເສຍຊີວິດ ແລະຫຼາຍຮ້ອຍ ໄດ້ຮັບບາດເຈັບ ໃນການປະທ້ວງຢູ່ອີຈິບ

ຊາວອີຈິບພາກັນປະທ້ວງຢູ່ ຈະຕຸລັດ Tahrir, ໃນກຸງ Cairo, ໃນວັນສຸກ ທີ່ 3, 2012. ເຈົ້າໜ້າທີ່ຕໍາຫລວດ ພາກັນຍິງລະເບິດນໍ້າຕາ ແລະຍິງປືນລົມເຂົ້າໃສ່ ເພື່ອຂັບໄລ່ພວກປະທ້ວງ

ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງໃນອີ​ຈິບ​ເປັນ​ມື້​ທີ່​ສາມ ຂະນະ​ທີ່​ຫລາຍ​ພັນ​ຄົນ​ພາກັນ
ເດີນປະ​ທ້ວງໃນກາ​ນບໍ່​ເອົາ​ໃຈ​ໃສ່ຂອງ​ເຈົ້າ​ໜ້າ​ທີ່​ ລະຫວ່າງ​ທີ່​ມີ​ການ​ຍົກ​ພວກ​ຕີ​ກັນ
ໃນຂະນະ​ທີ່​ມີ​ການ​ແຂ່ງຂັນ​ເຕະບານ​ໃນ​ຕົ້ນ​ອາທິດ​ນີ້.

ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໃນ​ນະຄອນຫຼວງ​ໄຄ​ໂຣ ​ໄດ້​ຍິງ​ລະ​ເບີດ​ນໍ້າຕາແລະ​ຍິງ​ປືນ​ລົມ​ໃສ່
ພວກ​ປະ​ທ້ວງທີ່​ພາກັນ​ຮ້ອງ​ໂຮ ​ແລະ​ແກ່ວ​ງກ້ອນ​ຫີນ​ຢູ່ໃກ້​ກັບ​ຕຶກກະ​ຊວງ​ພາຍໃນທີ່​
ມີ​ການ​ຍາມ​ຮັກສາ​ການ​ຢ່າງ​ແໜ້ນໜາ. ຢູ່​ກົງ​ກັນ​ຂ້າມ​ໄປ​ນັ້ນແມ່ນ​ກະ​ຊວງພາສີ​ອາກອນ
ທີ່​ຖືກ​ໄປໄໝ້. ບັນດາ​ລົດໂຮງ​ໝໍ ​ແລະພວກອາສາ​ສະມັກ​ພາກັນ​ຫາມ​ຄົນ​ບາດ​ເຈັບ​ແລ່ນ​
ຜ່ານ​ຖະນົນ​ທີ່​ເຕັ​ມ​ໄປ​ດ້ວຍ​ກ້ອນ​ຫີນ​ແລະ​ຊາກ​ຫັກ​ພັງ.

ລາຍ​ງານ​ກ່າວ​ວ່າ​ຢ່າງ​ໜ້ອຍຫົກ​ຄົນ​ໄດ້​ເສຍ​ຊີວິດຈາກ​ຄວາມຮຸນ​ແຮງ ນັບ​ຕັ້ງ​ແຕ່​ມັນໄດ້
ເລີ້​ມຂື້ນຢູ່​ທີ່​ນະຄອນ​ໄຄ​ໂຣ ຈາກການປະ​ທະ​ກັນ​ໃນ​ສະໜາມ​ເຕະບານ​ທີ່​ເມືອງ
Port Said ທີ່​ເຮັດ​ໃຫ້​ມີ​ຜູ້ເສຍ​ຊີວິດ​ເຖິງ 74 ຄົນ. ພວກ​ປະ​ທ້ວງໄດ້​ກ່າວ​ຫາກໍາ​ລັງ​ຮັກ
ສາ​ຄວາມ​ສະຫງົບ​ວ່າບໍ່​ພາກັນ​ປະ​ຕິ​ບັດ​ໜ້າ​ທີ່​ເທົ່າ​ທີ່​ຄວນ ເພື່ອ​ຢຸດ​ຢັ້ງ​ການປະ​ທະ​ກັນ ​
ແລະ​ຮຽກຮ້ອງໃຫ້ສະພາ​ທະ​ຫານທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ມອບ​ອໍານາດ​ການ​ປົກ
ຄອງ​ໃຫ້​ແກ່ລັດຖະບານ​ພົນ​ລະ​ເຮືອນ.

ໃນ​ວັນ​ສຸກວານ​ນີ້ມີສຽງ​ປືນ ​ລະ​ເບີດນໍ້າຕາ ​ແລະ​ສຽງ​ການ​ແກວ່ງ​ກ້ອນ​ຫີນ​ເຂົ້າ​ໃສ່​ເຄື່ອງ​
ກໍາ​ບັງ​ຂອງ​ຕໍາຫລວດຢູ່​ໃນ​ແລະ​ບໍລິ​ເວນ​ອ້ອມແອ້ມຈະ​ ​ຕຸ​ລັດ Tahrir ຫລັງຈາກທີ່ໄດ້ມີ
ການສວດ​ມົນ​ພະວະ​ນາໃນຕອນແລງ. ທ່ານໝໍຄົນນື່ງທີ່ປິ່ນປົວຜູ້ໄດ້ຮັບບາດເຈັບກ່າວຕໍ່
ອົງການ​ຂ່າວ​ເອພີີ​ວ່າ ໂຮງໝໍສະໜາມ​ຂອງ​ລາວ ​ໄດ້ເຕັມໄປດ້ວຍຜູ້ທີ່ໄດ້ຮັບບາດເຈັບ.

ຊາວອີຈິບອີກຫຼາຍໆພັນຄົນຍັງໄດ້ພາກັນປະທ້ວງຢູ່ເຕັມຖະນົນຫົນທາງໃນເມືອງ
ອາເລັກຊານເດຣຍ.

ກະຊວງສາທາລະນະສຸກກ່າວວ່າເກືອບສີ່ຮ້ອຍຄົນໄດ້ຮັບບາດເຈັບ​ໃນການປະທະກັນ
ກັບເຈົ້າໜ້າທີ່ຕໍາຫລວດໃນ​ໄລຍະ​ສອງ​ສາມມື້ຜ່ານ​ມານີ້ ສ່ວ​ນ​ໃຫຍ່​ແມ່ນ​ຫາຍ​ໃຈ​ເອົາ
ຄວັນ​ລະ​ເບີດ​ນໍ້າຕາ.

ເຈົ້າໜ້າທີ່ຕໍາຫລວດໄດ້ຈັບກຸມຜູ້​ຕ້ອງ​ສົງ​ໄສ 47 ຄົນ ຈາກ​ການ​ປະ​ທະ​ກັນທີ່ເດີ່ນເຕະ
ບານ. ຈອມພົນ Mohammed Tantawi ຈາກສະພາປົກຄອງທະຫານ ໄດ້ປະກາດໃຫ້
ມີການໄວ້ອາໄລເປັນເວລາສາມມື້ ​ໃນທົ່ວປະເທດ ແລະຈະຊອກ​ຫາ​ໂຕພວກ​ທີ່ກະທໍາຜິດ.